ເຈົ້າໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມອຸຕຸນິຍົມແຫ່ງຊາດຈີນໄດ້ແນະນໍາສະພາບການທີ່ກ່ຽວຂ້ອງແຫ່ງການພັດທະນາອຸຕຸນິຍົມດ້ວຍຄຸນນະພາບສູງໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ໂດຍກ່າວວ່າ: ປັດຈຸບັນ, 31 ແຂວງ ກຳແພງນະຄອນ ແລະ ເຂດປົກຄອງຕົນເອງຂອງຈີນລ້ວນແຕ່ໄດ້ສ້າງກົນໄກຮ່ວມກັນຮັບມືກັບສະພາວະສຸກເສີນທີ່ຖືການເຕືອນໄພອຸຕຸນິຍົມເປັນທິດນຳ, ການປ້ອງກັນໄພອຸຕຸນິຍົມໄດ້ຈັດເຂົ້າໃນລະບົບປ້ອງກັນໄພ ແລະ ຫຼຸດຜ່ອນໄພພິບັດກວມລວມຂອງຂັ້ນຮາກຖານ.
ຫຼາຍປີຜ່ານມາ, ພາກສ່ວນອຸຕຸນິຍົມຂອງຈີນໄດ້ຄົ້ນຄວ້າສ້າງຕັ້ງຮູບແບບການບໍລິການພະຍາກອນ ແລະ ເຕືອນໄພອຸຕຸນິຍົມເປັນແຕ່ລະຂັ້ນຕອນ. ເວົ້າງ່າຍໆກໍຄື: ເວລາພະຍາກອນຈາກລະດູການຮອດເດືອນ, ອາທິດ ແລະ ມື້, ແລ້ວລະອຽດເຂົ້າຮອດຊົ່ວໂມງ ແລະ ນາທີຢ່າງບໍ່ຢຸດຢັ້ງ; ຈາກຂອບເຂດກະທົບຂອງລະບົບດິນຟ້າອາກາດ, ສຸມໃສ່ຕາແສງ ເມືອງນ້ອຍ ບ້ານ ແລະ ຊຸມຊົນສຳຄັນທີ່ໄພພິບັດກະທົບເຖິງ.
ຄໍາເຫັນ