![]() |
ໃນເບື້ອງຕົ້ນ, ມີການຢັ້ງຢືນຈຳນວນຜູ້ເສຍຊີວິດທົ່ວປະເທດຢ່າງນ້ອຍ 41 ຄົນ ໃນຈຳນວນນີ້ພົບຫຼາຍທີ່ສຸດ 22 ຄົນ ໃນລັດອິດັລໂກ ໃນພາກກາງຂອງເມັກຊິກ. ສ່ວນລັດປວຍບລາ ທີ່ໃກ້ຄຽງກັນ, ມີຢ່າງນ້ອຍ 9 ຄົນໄດ້ຖືກຢືນຢັນວ່າເສຍຊີວິດ ແລະ ປະມານ 80,000 ຄົນໄດ້ຖືກຍົກຍ້າຍ ສະເພາະລັດປວຍບລາລັດດຽວ.
ທ່ານ ຄລໍເດຍ ເຊນບາມ ປະທານາທິບໍດີ ເມັກຊິກ ໄດ້ອອກຄຳສັ່ງໃຫ້ທຸກອົງການລະດົມກຳລັງຂອງຕົນ ເພື່ອຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢ່າງຮອບຄອບ ແລະ ໄວເທົ່າທີ່ຈະໄວໄດ້. ໃນຂະນະທີ່ທະຫານເມັກຊິກໄດ້ສົ່ງກຳລັງປະມານ 10,000 ຄົນໄປຊ່ວຍເຫຼືອພາລະກິດຂອງພົນລະເຮືອນ.
ຄໍາເຫັນ