ນັບແຕ່ເດືອນມັງກອນ ຫາ ເດືອນເມສາ ປີ 2026, ຍອດກຳໄລຂອງວິສາຫະກິດອຸດສາຫະກຳທີ່ມີລາຍຮັບຈາກທຸລະກິດຕົ້ນຕໍຫຼາຍກວ່າ 20 ລ້ານຢວນໃນທົ່ວປະເທດຈີນບັນລຸ 2435.84 ຕື້ຢວນ, ເພີ່ມຂຶ້ນ 18.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ສູງກວ່າເດືອນມັງກອນ ຫາ ເດືອນມີນາ 2.7%. ໃນນັ້ນ, ກຳໄລຂອງອຸດສາຫະກຳການຜະລິດເຕັກໂນໂລຊີລະດັບສູງທີ່ມີລາຍຮັບຈາກທຸລະກິດຕົ້ນຕໍຫຼາຍກວ່າ 20 ລ້ານຢວນ ໄດ້ເພີ່ມຂຶ້ນ 44.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ເຮັດໃຫ້ກຳໄລຂອງວິສາຫະກິດອຸດສາຫະກຳທີ່ມີລາຍຮັບຈາກທຸລະກິດຕົ້ນຕໍຫຼາຍກວ່າ 20 ລ້ານຢວນໃນທົ່ວປະເທດຈີນເພີ່ມຂຶ້ນ 7.8%.
4 ເດືອນຕົ້ນປີ ກຳໄລຂອງວິສາຫະກິດອຸດສາຫະກຳທົ່ວປະເທດຈີນເພີ່ມຂຶ້ນ 18.2%
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 27 ພຶດສະພາ ຜ່ານມາ, ອົງການສະຖິຕິແຫ່ງຊາດຈີນ ໄດ້ເຜີຍແຜ່ຂໍ້ມູນສະແດງໃຫ້ເຫັນວ່າ, ນັບແຕ່ເດືອນມັງກອນ ຫາ ເດືອນເມສາປີ 2026, ຄຽງຄູ່ກັບການປະຕິບັດນະໂຍບາຍມະຫາພາກທີ່ຕັ້ງໜ້າກວ່າເກົ່າຢ່າງມີປະສິດທິຜົນ, ການຜະລິດອຸດສາຫະກຳຂອງຈີນໄດ້ບັນລຸການເຕີບໂຕຂ້ອນຂ້າງໄວ ແລະ ຜົນກຳໄລຂອງວິສາຫະກຳອຸດສາຫະກຳສືບຕໍ່ຍົກສູງຂຶ້ນ.

ຄໍາເຫັນ