ສະເພາະ 4 ເດືອນຕົ້ນປີ 2026, ມູນຄ່າເພີ່ມຂອງອຸດສາຫະກໍາຂະໜາດໃຫຍ່ຂອງຈີນໄດ້ເພີ່ມຂຶ້ນ 5.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ດັດຊະນີການຜະລິດຂອງຂະແໜງການບໍລິການທົ່ວປະເທດເພີ່ມຂຶ້ນ 4.9%, ຍອດມູນຄ່າການຄ້າຂາຍຍ່ອຍສິນຄ້າບໍລິໂພກທົ່ວສັງຄົມມີຫຼາຍກວ່າ 16,494 ຕື້ຢວນ ເພີ່ມຂຶ້ນ 1.9%, ຂະນະທີ່ຍອດມູນຄ່າການນໍາເຂົ້າ-ສົ່ງອອກຂອງສິນຄ້າມີຫຼາຍກວ່າ 16,225 ຕື້ຢວນ, ເພີ່ມຂຶ້ນ 14.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”
ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.”
ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ຄໍາເຫັນ