40 ປີແຫ່ງການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຊາວແຂວງບໍຄໍາໄຊ

40 ປີແຫ່ງການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຊາວແຂວງບໍຄໍາໄຊ
ໂດຍ: ພູວັນ
    ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາໄຊ(ວັນທີ 6/3/1984-6/3/2024 )ຄົບຮອບ 40ປີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ຫວນຄືນປະຫວັດສາດອັນລະອິດລະອ້ຽວແຫ່ງການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຊາວແຂວງບໍຄໍາໄຊ ໂດຍສະເພາະໃນທ້າຍສະຕະວັດທີ 19 ປະເທດເຮົາໄດ້ຖືກພວກລ່າເມືອງຂຶ້ນເຂົ້າມາຮຸກຮານ ແລະ ຢຶດຄອງເຮັດໃຫ້ທົ່ວປະເທດກໍຄືແຂວງບໍລິຄໍາໄຊຕົກຢູ່ໃນສະພາບຄວາມມືດມົນ. ແຕ່ໃນເມື່ອພົບກັບແສງສະຫວ່າງຂອງການປະຕິວັດໄດ້ແຜ່ລັດສະໝີເຂົ້າມາ ເຂດຕາເວັນອອກຂອງເມືອງຄຳເກີດຊຶ່ງແມ່ນຈຸດກຳເນີດການປະຕິວັດຂອງແຂວງບໍລິຄຳໄຊ, ພະນັກງານຫຼັກແຫຼ່ງໄດ້ເຄື່ອນໄຫວນຳພາເວລານັ້ນປະກອບດ້ວຍ: ທ່ານ ສີສົມພອນ ລໍວັນໄຊ, ທ່ານ ຄຳອອນ ໄຊສົມບັດ, ທ່ານ ຄຳເພັດ ໄຊວິຊາ, ທ່ານ ເຄນບຸນ ໄຊຍະທິຈັກ, ທ່ານ ຊຽງມູນ, ທ່ານ ຈານເກີ່ງ, ທິດຈຳປາ ແລະ ຜູ້ອື່ນໆຈໍານວນໜຶ່ງໄດ້ໂຄສະນາຂົນຂວາຍເຄື່ອນໄຫວໄປຫຼາຍທິດ ເພື່ອສ້າງພື້ນຖານການເມືອງ, ປຸກລະດົມຂົນຂວາຍປະຊາຊົນທີ່ມີນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ລຸກຂຶ້ນຕໍ່ສູ້. ທ້າຍປີ 1950 ຕາແສງຈຳ, ນ້ຳສັກ, ນ້ຳຢ້າງ, ວັງແລນໄດ້ກາຍເປັນເຂດພື້ນຖານການປະຕິວັດເປັນແນວຫຼັງຍຸດທະສາດທັງເປັນເສັ້ນທາງຕິດຕໍ່ພົວພັນລະຫ່ວາງລາວ ແລະ ເຂດ 4 ສສ ຫວຽດນາມ;ໃນວັນທີ 5 ກໍລະກົດ 1951 ໄດ້ແຕ່ງຕັ້ງຄະນະກຳມະການປຸກລຸກຂົນຂວາຍບໍລິເວນ(ບສຂ) ດ່ານ 813 ເມືອງຄຳເກີດ ຊຶ່ງປະກອບມີ 7 ທ່ານໂດຍແມ່ນທ່ານ ທິດຈຳປາ ເປັນຫົວໜ້າ, ມາຮອດປີ 1954 ໄດ້ສົມທົບກັບທະຫານອາສາສະໝັກຫວຽດນາມປົດປ່ອຍນາແປ, ຫຼັກ20, ຄຳເກີດ, ຫີນບູນ ແລະ ບ່ອນອື່ນໆ;ເດືອນກຸມພາປີ 1955 ສູນກາງໄດ້ຈັດຕັ້ງຄະນະສະຫະເມືອງ 90 ຂຶ້ນຢູ່ບ້ານນາຕັນຊຶ່ງມີເຂດການເຄື່ອນໄຫວກວມເອົາເມືອງຄຳເກີດ, ບໍລິຄັນ ແລະ ຫີນບູນໂດຍແມ່ນສະຫາຍ ຄຳຕາ (ລຸງໂຕ່ນ)ເປັນເລຂາພັກ ແລະ ຄະນະຈຳນວນໜຶ່ງໄດ້ເຄື່ອນໄຫວບຸກໂຈມຕີສັດຕູຫຼາຍທິດເຊັ່ນ: ຢູ່ຄຳເກີດກໍໄດ້ບຸກຕີເຂົ້າສົບປອນ, ຖໍ້າຊ້າງ, ວັງຊາຍ, ຈອມທອງ, ບ້ານດອນ, ນາຍາວໃນແຕ່ລະບ່ອນກໍໄດ້ຮັບໄຊຊະນະ.ທ້າຍປີ 1961 ພວກເຮົາຕີຢຶດນາແປ, ຫຼັກ 20 ປົດປ່ອຍເອົາຄຳເກີດ, ຍູ້ສັດຕູຖອຍລົງຫີນບູນ;ພວກເຮົາໄດ້ສົມທົບກັບທະຫານອາສາສະໝັກຫວຽດນາມຈັ້ງທ່າບຸກໂຈມຕີສັດຕູປ້ອງກັນເຂດປົດປ່ອຍຢູ່ເຂດນ້ຳກົວະໄວ້ໄດ້. ໃນເດືອນຕຸລາປີ 1968 ສູນກາງພັກໄດ້ຍົກຖານະສະຫະເມືອງ 90 ສ້າງຕັ້ງຂຶ້ນເປັນແຂວງບໍລິຄຳໄຊ ຊຶ່ງທ່ານປະທານ ສຸພານຸວົງ ອອກຊື່ໃຫ້ຊຶ່ງມີຄວາມໝາຍ:“ບໍລິ”ໝາຍເຖິງເມືອງບໍລິຄັນ,“ ຄໍາ ” ໝາຍເຖິງເມືອງຄຳເກີດ ແລະ “ໄຊ”ໝາຍເຖິງໄຊຊະນະ, ນັບແຕ່ມື້ນັ້ນເປັນຕົ້ນມາຊື່ສຽງຮຽງນາມຂອງແຂວງບໍລິຄຳໄຊກໍໄດ້ປະກາດຂຶ້ນ ແລະ ໄດ້ປະກອບສ່ວນໃນພາລະກິດຂະບວນປະຕິວັດ ແລະ ປະຫວັດສາດຂອງຊາດລາວ;ຄະນະພັກແຂວງບໍລິຄຳໄຊຄັ້ງນີ້ປະກອບມີ 14 ທ່ານ ໄດ້ນຳພາຂະບວນການຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ.ປີ 1969 ພວກເຮົາໄດ້ບຸກໂຈມຕີສັດຕູປົດປ່ອຍສາມສອກກວດລ້າງ ແລະ ດັບສູນພວກປຸ້ນວັງປາວຢ່າງຮາບກ້ຽງ, ພ້ອມດຽວກັນນີ້ພວກເຮົາກໍໄດ້ປັບປຸງການຈັດຕັ້ງທັງພາຍໃນ ແລະ ພາຍນອກ ເຮັດໃຫ້ຂະບວນການຕໍ່ສູ້ນັບມື້ເຕີບໃຫຍ່ ແລະ ຂະຫຍາຍວົງກວ້າງອອກ. 
    ທ່ານກ່າວໃຫ້ຮູ້ອີກວ່າ: ຜ່ານຂະບວນວິວັດແຫ່ງການຕໍ່ສູ້ປະຕິວັດຕ້ານກັບພວກຈັກກະພັດຕ່າງດ້າວນັ້ນ ໄດ້ມີຫຼາຍຕາແສງ, ບ້ານ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໄດ້ເປັນແບບຢ່າງອັນດີເດັ່ນມີໃຈຕໍ່ສູ້ພິລະອາດຫານ, ເດັດດ່ຽວໜຽວແໜ້ນບໍ່ຍອມຈຳນົນສັດຕູຄື:ຕາແສງຈຳ, ຕາແສງນ້ຳສັກ, ຕາແສງພັນວຽງ, ຕາແສງພູໝື່ນ, ບ້ານສົບຂອນ, ນາໄໝ, ນາກວາງ ແລະ ບ່ອນອື່ນໆໄດ້ເປັນຕາແສງ ແລະ ບ້ານວິລະຊົນ ພ້ອມນັ້ນຍັງມີພະນັກງານນັກຮົບປະຕິວັດຫຼາຍສະຫາຍໄດ້ສ້າງວິລະກຳອັນລ້ຳເລີດ, ອຸທິດຊີວິດເພື່ອປະເທດຊາດເຊັ່ນ: ສະຫາຍພໍ່ຊຽງມູນ, ສະຫາຍ ຄຳອອນ, ສະຫາຍ ພົມມາ ແລະ ຜູ້ອື່ນໆ.
    ພວກເຮົາເອກອ້າງທະນົງໃຈທີ່ສຸດພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ພັກ-ລັດໄດ້ຕີລາຄາອັນໃຫຍ່ຫຼວງ, ມີກຽດສະຫງ່າຕໍ່ການປະກອບສ່ວນໃນພາລະກິດປະຕິວັດຊາດຂອງທົ່ວປະເທດ, ໃນນັ້ນແຂວງບໍລິຄໍາໄຊຂອງພວກເຮົາກໍໄດ້ຮັບນາມມະຍົດບຸກຄົນວິລະຊົນແຫ່ງຊາດ2 ສະຫາຍຄື: ສະຫາຍ ຄຳໝັ້ນ ຂຸນຈັນທະ ແລະ ສະຫາຍ ເຊງຊົງ, ນອກນັ້ນຫຼາຍສະຫາຍໄດ້ຮັບຫຼຽນໄຊ, ຫຼຽນກາຕ້ານຝຣັ່ງ, ອາເມຣິກາຢ່າງສົມກຽດ. ນີ້ໄດ້ສ່ອງແສງໃຫ້ພວກເຮົາເຫັນວ່າ: ປະຊາຊົນບັນດາເຜົ່າແຂວງບໍລິຄຳໄຊພວກເຮົາເຄີຍມີມູນເຊື້ອຕໍ່ສູ້ພິລະອາດຫານບໍ່ຍອມຈໍານົນແລະ ມີໄຊຊະນະໃນການຕ້ານການຮຸກຮານ ແລະ ການແຊກແຊງຂອງພວກຈັກກະພັດຕ່າງດ້າວຕະຫຼອດມາຊຶ່ງພວກເຮົາແມ່ນຄົນຮຸ່ນໃໝ່, ຮຸ່ນໜຸ່ມຜູ້ສືບທອດພາລະກິດບໍ່ອາດຫຼົງລືມໄດ້, ພວກເຮົາຕ້ອງໄດ້ພ້ອມກັນປົກປັກຮັກສາເສີມຂະຫຍາຍມູນເຊື້ອເຫຼົ່ານັ້ນໃຫ້ຈະເລີນງອກງາມຕະຫຼອດໄປ. 
    ໃນທ່າມກາງແຫ່ງຄວາມເບີກບານມ່ວນຊື່ນ, ເອກອ້າງທະນົງໃຈ, ມີຄວາມສົມບູນພູນສຸກ, ມີສັນຕິພາບ, ເອກະລາດຄືທຸກມື້ນີ້;ພວກເຮົາບໍ່ອາດຫຼົງລືມໄດ້, ມີຄວາມຄິດຮອດອາໄລອາວອນ, ກະຕັນຍູຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ບັນດາທ່ານການນຳ, ພະນັກງານຫຼັກແຫຼ່ງ, ກຳລັງປະກອບອາວຸດປະຕິວັດ ແລະ ປະຊາຊົນບັນດາເຜົ່າ, ທະຫານອາສາສະໝັກຫວຽດນາມທີ່ໄດ້ອຸທິດຊີວິດເລືອດເນື້ອ, ສະຕິປັນຍາເພື່ອພາລະກິດປົດປ່ອຍຊາດຊຶ່ງພວກເພິ່ນເຫຼົ່ານັ້ນຈຳນວນໜຶ່ງບໍ່ມີໂອກາດໄດ້ເຫັນ, ບໍ່ໄດ້ສຳຜັດກັບກິ່ນອາຍຫອມຫວນຂອງສັນຕິພາບ, ເອກະລາດ ແລະ ຄວາມສົມບູນພູນສຸກໃນວັນນີ້.
    ສະຫະເມືອງ 90ຖືກສ້າງຕັ້ງເປັນແຂວງບໍລິຄໍາໄຊໄດ້ພຽງ 8 ປີເທົ່ານັ້ນ ກໍໄດ້ຖືກຍຸບ ໃນເວລານັ້ນເມືອງຄຳເກີດ ແລະ ເມືອງຫີນບູນໃຫ້ຂຶ້ນກັບແຂວງຄຳມ່ວນ, ສ່ວນເມືອງປາກເຈົ້າ, ເມືອງປາກຊັນ, ເມືອງບໍລິຄັນ ແລະ ເມືອງທ່າໂພນສັນຖືກໂຮມເຂົ້າກັນເປັນເມືອງໜຶ່ງເອີ້ນວ່າເມືອງປາກຊັນໄປຂຶ້ນກັບແຂວງວຽງຈັນຊຶ່ງເປັນປ້ອມດ້ານໜ້າ ແລະ ປະເຊີນໜ້າໂດຍກົງກັບກົນອຸບາຍມ້າງເພທຳລາຍຢ່າງຮອບດ້ານຂອງຈັກກະພັດ ແລະ ລູກແຫຼ່ງຕີນມືຂອງພວກເຂົາ; ຄະນະພັກ-ອົງການປົກຄອງແຕ່ລະຂັ້ນໄດ້ຕັ້ງໜ້າຮໍາບາດແຜສົງຄາມ, ປົວແປງຊີວິດການເປັນຢູ່ ແລະ ແກ້ໄຂສັງຄົມອັນເປື່ອຍເຍື່ອຍທີ່ລະບອບເກົ່າໄດ້ປະໄວ້ ໃນເວລານັ້ນອາດເວົ້າໄດ້ວ່າ: ເປັນໄລຍະເວລາທົດສອບ, ທ້າທາຍຢ່າງຫຼວງຫຼາຍລະຫວ່າງກຳລັງປະຕິວັດ ແລະ ພວກຝືນປະຕິວັດ “ ໃຜຈະເອົາຊະນະໃຜ”ແຕ່ດ້ວຍຄວາມສາມັກຄີ ແລະ ຄວາມເດັດດ່ຽວຂອງພວກເຮົາໄດ້ຜ່ານຜ່າທຸກອຸປະສັກນາໆປະການສາມາດຍາດໄດ້ໄຊຊະນະເປັນກ້າວໆມາ ແລະ ສ້າງໄດ້ພື້ນຖານຈຳນວນໜຶ່ງດ້ວຍຄວາມເປັນຫວ່ງເປັນໃຍຂອງສູນກາງພັກເພື່ອເຮັດໃຫ້ການຊີ້ນຳໆພາມີຄວາມສະດວກແທດເຖິງ, ກົມການເມືອງສູນກາງພັກໄດ້ອອກມະຕິ ເລກທີ 03/ກມສພ, ລົງວັນທີ 6 ມີນາ 1984 ວ່າດ້ວຍການສ້າງຕັ້ງແຂວງບໍລິຄຳໄຊຊຶ່ງລົງນາມໂດຍປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ພ້ອມທັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ-ຊີ້ນຳແຂວງບໍລິຄຳໄຊ, ນຳພາໂດຍສະຫາຍ ບຸນທອນ ລໍໄຊປັນຍາ ແລະ ມີຄະນະຈໍານວນໜຶ່ງຊຶ່ງໄດ້ລວມເອົາບັນດາເມືອງໃນເມື່ອກ່ອນທີ່ໄປຂຶ້ນກັບແຂວງວຽງຈັນ ແລະ ແຂວງຄໍາມ່ວນມາເປັນແຂວງບໍລິຄໍາໄຊເລີ່ມແຕ່ນັ້ນເປັນຕົ້ນມາຄະນະພັກ, ອົງການປົກຄອງແຂວງແຕ່ລະຂັ້ນກໍໄດ້ອອກແຮງເຄື່ອນໄຫວຊີ້ນໍາ-ນຳພາໃນທຸກຂົງເຂດວຽກງານໂດຍສະເພາະການລົງກໍ່ສ້າງຮາກຖານການເມືອງ;ໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກໍ່ສ້າງປັບປຸງພັກ, ອົງການປົກຄອງໃຫ້ເຂັ້ມແຂງໜັກແໜ້ນ, ຕິດພັນກັບການພັດທະນາເສດຖະກິດແກ້ໄຂຊິວິດການເປັນຢູ່ຂອງພະນັກງານ, ປະຊາຊົນບັນດາເຜົ່າ, ສ້າງ ແລະ ປັບປຸງກຳລັງຫຼວງ, ທະຫານລາບກອງຫຼອນເຄື່ອນໄຫວແກ້ໄຂກຸ່ມຄົນບໍ່ດີ, ອັນໄດ້ເຮັດໃຫ້ທ້ອງຖິ່ນຂອງພວກເຮົາມີຄວາມສະຫງົບ, ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆທັງເປັນປັດໄຈໃນການປະກອບສ່ວນສ້າງເງື່ອນໄຂໃຫ້ແກ່ການເປີດກອງປະຊຸມໃຫຍ່ຄັ້ງທີIຂອງອົງຄະນະພັກແຂວງຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-16 ຕຸລາ 1986ເປັນບາດກ້າວພື້ນຖານທີ່ສໍາຄັນທາງປະຫວັດສາດໃຫ້ແກ່ການຈັດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງແຕ່ລະສະໄໝຈົນມາເຖິງສະໄໝທີ VII ກໍຄືປັດຈຸບັນນີ້ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍລິຄໍາໄຊ ຕະຫຼອດໄລຍະເວລາ 40 ປີ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ “ມີອະດີດຈຶ່ງມີປັດຈຸບັນ, ມີມື້ນັ້ນຈຶ່ງມີມື້ນີ້ ແລະ ມື້ຕໍ່ໆໄປ”.
ຈາກພື້ນຖານປັດໃຈດັ່ງກ່າວນັ້ນ ການນໍາແຕ່ລະຮຸ່ນ, ແຕ່ລະສະໄໝ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ຈົນເຮັດໃຫ້ແຂວງພວກເຮົາບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍປະການທີ່ໜ້າພາກພູມໃຈ, ອັນໄດ້ເຮັດໃຫ້ໂສມໜ້າໃໝ່ຂອງແຂວງມີການປ່ຽນແປງດີຂຶ້ນເປັນກ້າວໆມາພົ້ນເດັ່ນແມ່ນການສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການແກ້ໄຂຄວາມບໍ່ສະຫງົບຕາມທິດຊີ້ນໍາທີ່ວ່າ: 1+2+3+4; 6 ທາງເວັ້ນ, 7 ທາງອອກ, ແກ້ໄຂ 4 ເຖື່ອນ 9 ຫົວຂໍ້ວິທະຍາສາດ, ພິເສດແມ່ນແກ້ໄຂການດຳລົງຊີວິດເລື່ອນລອຍຂອງປະຊາຊົນຊຶ່ງໄດ້ກາຍເປັນບົດຮຽນໃຫ້ແກ່ບ່ອນອື່ນໆ. ຜົນສຳເລັດດັ່ງກ່າວໄດ້ມີບຸກຄົນ, ກົມກອງລວມໜູ່ໄດ້ຮັບການຍ້ອງຍໍຈາກສູນກາງຫຼາຍລະດັບ, ແຂວງໄດ້ຮັບຫຼຽນໄຊອິດສະຫຼະ 1 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ I ສາມໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ IIສອງໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ IIIໜຶ່ງໜ່ວຍ ແລະ ຫຼຽນໄຊແຮງງານຊັ້ນ I ໜຶ່ງໜ່ວຍ ແລະ ຊັ້ນ IIສາມໜ່ວຍຢ່າງສົມກຽດ; ໄດ້ປະກາດເປັນແຂວງຈົບມັດທະຍົມຕອນຕົ້ນໃນປີ 2018 ແລະ ປະກາດເປັນແຂວງຢຸດຕິການຖ່າຍສະຊາຍ, ເປັນແຂວງທໍາອິດຂອງປະເທດໃນປີ 2020.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ