42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641
ໂດຍ: ຄຳໄຕ ຈັນນະຄອນ ກ່ອນໜ້ານີ້ 42 ປີ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ຊຶ່ງເປັນກອງພັນທໍາອິດ ຂອງເຫຼົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983 ໂດຍການປະກາດສ້າງຕັ້ງຂອງ ສະຫາຍ ພົນຈັດຕະວາ ຈັນກໍ ພິມມະສອນ ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ການສ້າງຕັ້ງກອງພັນໃຫຍ່ 641 ເປັນການສືບທອດພາລະກິດປະຕິວັດ ແລະ ມູນເຊື້ອການຕໍ່ສູ້ ຂອງກອງພັນນ້ອຍ 601 ວິລະຊົນ, ກອງພັນນ້ອຍ 602 ແລະ ກອງພັນນ້ອຍ 456 ທີ່ໄດ້ມີຜົນງານອັນໃຫຍ່ຫຼວງໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ, ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
42 ປ ແຫງການກຳເນດເຕບໃຫຍຂະຫຍາຍຕວຂອງ ກອງພນໃຫຍ 641 - image 1
 

 

ສະຫາຍ ພັນໂທ ອົດສາ ໄຊຍະເສນ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ປ້ອງກັນອາກາດ 641 ໃຫ້ຮູ້ວ່າ: ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງພັນໃຫຍ່ 641 ໄດ້ສືບທອດມູນເຊື້ອແຕ່ໄລຍະການຕໍ່ສູ້ປົດປ່ອຍຊາດນັບແຕ່ປີ 1962 ທີ່ມີຊື່ວ່າ ກອງພັນນ້ອຍ 601 ໄດ້ເຮັດໜ້າທີ່ສູ້ຮົບປະຈຳການຢູ່ເຂດທົ່ງໄຫຫີນ, ພູກູດຈອມເຫຼັກ ແລະ ເຂດຄັງໄຂ ເມືອງແປກ ແຂວງຊຽງຂວາງ, ໄດ້ຍິງຍົນ RF 101 ຕົກຄາທີ່ 1 ລໍາ ດ້ວຍລູກປືນ 37-1ມມ, 4 ລູກ ເປັນລໍາທໍາອິດຢູ່ໃນປະເທດລາວ ແລະ ທົ່ວອິນດູຈີນ ຈາກຜົນງານດັ່ງກ່າວ ພັກ - ລັດຖະບານ ໄດ້ມອບນາມມະຍົດໃຫ້ແກ່ກອງພັນນ້ອຍ 601 (ເປັນກອງພັນນ້ອຍ 601 ວິລະຊົນ), ກອງພັນນ້ອຍ 456 ເຮັດໜ້າທີ່ສູ້ຮົບປ້ອງກັນຜູ້ນຳຢູ່ທົ່ງນາໄກ ເມືອງວຽງໄຊ ແຂວງຫົວພັນ ບັ້ນຮົບທີ່ດຸເດືອດ, ໄດ້ສູ້ຮົບ 3 ມື້ 3 ຄືນ (ວັນທີ 4 ຫາ ວັນ 6 ເດືອນມິຖຸນາ ປີ 1965) ຈາກຜົນງານດັ່ງກ່າວ ພັກ-ລັດຖະບານ ໄດ້ມອບນາມມະຍົດໃຫ້ແກ່ ກອງຮ້ອຍ 27, ກອງພັນນ້ອຍ 456 (ເປັນກອງຮ້ອຍ 27 ວິລະຊົນ), ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ (ວັນທີ 3 ມັງກອນ 1977),ກອງຮ້ອຍ 4, ກອງພັນນ້ອຍ 601 ໄດ້ເຄື່ອນທັບເຂົ້າບຸກຕີພວກປະຕິການຂວາຈັດ ທີ່ໃຊ້ກຳລັງເກາະຜິດຕາມຊາຍແດນ ແລະ ບຽດຢຶດເກາະ, ດອນຕາມແມ່ນໍ້າຂອງທີ່ຂຶ້ນກັບດິນຂອງລາວເຮົາຢ່າງບັງອາດເປີດແປນ ຊຶ່ງກົມກອງສາມາດຍາດໄດ້ໄຊຊະນະຢ່າງຈົບງາມ.

ການສ້າງຕັ້ງ ກອງພັນໃຫຍ່ 641 ເປັນເຫດການ, ການເມືອງທີ່ມີຄວາມໝາຍສໍາຄັນໃນປະຫວັດສາດຂອງຊາດ ແລະ ຂອງກອງທັບເຮົາ ທີ່ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບ ປ້ອງກັນອາກາດ ແມ່ນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງປະເທດຊາດ ເພື່ອສ້າງກອງທັບ ໃຫ້ກາຍເປັນກຳລັງຫຼັກແຫຼ່ງໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ປົກປັກຮັກສາ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ໂດຍໄດ້ຮັບການຊີ້ນໍາຈາກ ພັກ - ລັດ ໂດຍສະເພາະແມ່ນ ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກ ຄະນະບັນຊາ, ພະນັກງານ-ສະມາຊິກພັກ,ນາຍ ແລະ ພົນທະຫານ ກອງພັນໃຫຍ່ 641 ແຕ່ລະຮຸ່ນ ໄດ້ເສີມຂະຫຍາຍທາດແທ້ ແລະ ຮັກສາມູນເຊື້ອປະຕິວັດ, ພ້ອມກັນສ້າງ ກອງພັນໃຫຍ່ 641 ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນດ້ວຍຜົນສໍາເລັດສູງສົ່ງເປັນກ້າວໆມາ.

ສັງລວມແລ້ວໃນຕະຫຼອດໄລຍະ 42 ປີ ທີ່ຜ່ານມາ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງນໍາພາແນວຄິດເປັນບັນຫາສໍາຄັນໃຫ້ແກ່ ພະນັກງານ, ສະມາຊິກພັກ, ນັກຮົບຂອງຕົນ, ເຮັດໃຫ້ ພະນັກງານ- ນັກຮົບ ມີຄວາມຈົງຮັກພັກດີ, ບໍລິສຸດສັດຊື່ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ກຳແໜ້ນແນວທາງນະໂຍບາຍຂອງພັກ ໃນແຕ່ລະໄລຍະ ຮັບຮູ້ເຊື່ອມຊຶມຕໍ່ໜ້າທີ່ການເມືອງຂອງກອງທັບ, ຂອງກົມກອງ, ຕັ້ງໜ້າຝຶກແອບຮໍ່າຮຽນສິນລະປະຍຸດ, ຍຸດທະວິທີ ຍົກລະດັບດ້ານການທະຫານ ໃຫ້ແກ່ນາຍ ແລະ ພົນທະຫານ ສູງຂຶ້ນເລື້ອຍໆ ພະນັກງານບັນຊາ - ນໍາພາ ແຕ່ລະຂັ້ນ ໃນທົ່ວ ກອງພັນໃຫຍ່ 641 ສ່ວນຫຼາຍແມ່ນໄດ້ຮັບການບຳລຸງກໍ່ສ້າງ ຢູ່ກົມກອງ ແລະ ໄດ້ຮັບການຍົກລະດັບຈາກໂຮງຮຽນ, ວິທະຍາຄານ ທັງພາຍໃນ ແລະ ຕ່າງປະເທດ ມີຫຼາຍ ສະຫາຍ ໄດ້ຮຽນຈົບຂັ້ນຊັ້ນສູງ, ຂັ້ນປະລິນຍາຕີ, ປະລິນຍາໂທ, ສາມາດສ້າງໄດ້ ນາຍທະຫານໜຸ່ມແໜ້ນ, ມີຄວາມຮູ້ຄວາມສາມາດ, ມີປະສົບການໃນຂະບວນວຽກງານຕົວຈິງ ໄດ້ກາຍເປັນພະນັກງານສືບທອດປ່ຽນແທນ ແຕ່ລະຮຸ່ນຢ່າງຕໍ່ເນື່ອງ, ຜົນງານການເຄື່ອນໄຫວອັນພົ້ນເດັ່ນຂອງກອງພັນໃຫຍ່ 641 ຍາດມາໄດ້ ຕະຫຼອດໄລຍະ 42 ປີຜ່ານມາ ຈຶ່ງໄດ້ຮັບການຍ້ອງຍໍປະເພດຕ່າງໆ ຈາກລັດຖະບານ ແລະ ກະຊວງປ້ອງກັນປະເທດຄື: ຫຼຽນໄຊນາມມະຍົດກົມກອງວິລະຊົນແຫ່ງຊາດລວມໝູ່ 3 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ II ລວມໝູ່ ແລະ ບຸກຄົນ 18 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ III ລວມໝູ່ ແລະ ບຸກຄົນ 29 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ I ລວມໝູ່ ແລະ ບຸກຄົນ 7 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II ລວມໝູ່ ແລະ ບຸກຄົນ 154 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ III ລວມໝູ່ ແລະ ບຸກຄົນ 590 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II ລວມໝູ່ ແລະ ບຸກຄົນ 120 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III ລວມໝູ່ ແລະ ບຸກຄົນ 303 ໜ່ວຍ, ຫຼຽນກາແຮງງານ ລວມໝູ່ ແລະ ບຸກຄົນ 402 ໜ່ວຍ, ຫຼຽນກາລະນຶກ 50 ປີ ບຸກຄົນ 112 ໜ່ວຍ, ຫຼຽນກາລະນຶກ 60 ປີ ບຸກຄົນ 167 ໜ່ວຍ, ຫຼຽນກາລະນຶກ 65 ປີ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ລວມໝູ່ 2 ໜ່ວຍ, ຫຼຽນກາລະນຶກ 70 ປີ ບຸກຄົນ 439 ໜ່ວຍ, ຫຼຽນກາລະນຶກ 75 ປີ ບຸກຄົນ 360 ໜ່ວຍ, ຫຼຽນກາລະນຶກ60ປີຂອງກົມໃຫຍ່ພະລາທິການ ບຸກຄົນ 9 ໜ່ວຍ, ຫຼຽນກຽດຕິຄຸນ ບຸກຄົນ 40 ໜ່ວຍ, ໃບຍ້ອງຍໍລັດຖະບານ ລວມໝູ່ ແລະ ບຸກຄົນ 656 ໃບ, ໃບຍ້ອງຍໍກະຊວງປ້ອງກັນປະເທດ ລວມໝູ່ ແລະ ບຸກຄົນ 1,171 ໃບ, ໃບຍ້ອງຍໍກົມໃຫຍ່ການເມືອງ ລວມໝູ່ ແລະ ບຸກຄົນ 1,347 ໃບ.

ສະນັ້ນ, ໃນຕໍ່ໜ້າພະນັກງານ - ນັກຮົບໃນທົ່ວກອງພັນໃຫຍ່ 641 ຈະໄດ້ສືບຕໍ່ຍົກສູງສະຕິລະວັງຕົວ ກຽມພ້ອມທັບມ້າງທຸກກົນອຸບາຍເລລ່ຽມຂອງສັດຕູທາງໜ້າດິນ ແລະ ນ່ານຟ້າ ນະຄອນຫຼວງວຽງຈັນ ພົວພັນສະໜິດຕິດແໜ້ນກັບຮາກຖານປະຊາຊົນ ໃນຂອບເຂດກົມກອງຕັ້ງທັບໃຫ້ມີຄວາມສະຫງົບປະກອບສ່ວນເຂົ້າໃນການປົກປັກຮັກສາເອກະລາດ ອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ສຸມໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີສຸຂະພາບເຂັ້ມແຂງ ແລະ ມີອັນຫັນປ່ຽນຢ່າງຈະແຈ້ງ ແຂ່ງຂັນກັນສ້າງກົມກອງ ໃຫ້ເປັນກອງມີລະບຽບວິໄນເຂັ້ມງວດ ຈັດຕັ້ງອົບຮົມຮໍ່າຮຽນການເມືອງ - ການທະຫານ, ວິຊາສະເພາະເຕັກນິກ ຕາມທິດຊີ້ນໍາຂອງຂັ້ນເທິງກໍຄືຂອງກອງພັນໃຫຍ່ 641 ຍົກລະດັບດ້ານການນໍາພາ - ບັນຊາ ໃຫ້ແກ່ພະນັກງານນໍາພາ - ບັນຊາ ຮັບປະກັນ ໃຫ້ມີພະນັກງານສືບທອດ - ປ່ຽນແທນ ຢູ່ແຕ່ລະກົມກອງ ເພີ່ມທະວີຄວາມສາມັກຄີ ລະຫວ່າງ ພະນັກງານ - ນັກຮົບ ໃນທົ່ວກອງພັນໃຫຍ່ 641 ກັບກົມກອງເພື່ອນ ໃຫ້ແໜ້ນແຟ້ນກວ່າເກົ່າ ເສີມຂະຫຍາຍການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງກອງພັນໃຫຍ່ ກັບອໍານາດການປົກຄອງທ້ອງຖິ່ນ ໃຫ້ໜັກແໜ້ນເຂັ້ມແຂງ ບັນດາກົມກອງ ຕັ້ງທັບຢູ່ບ່ອນໃດ ກໍຕ້ອງເອົາໃຈໃສ່ເຮັດວຽກງານກໍ່ສ້າງຮາກຖານການເມືອງຢູ່ບ່ອນນັ້ນໃຫ້ດີ ເພື່ອເຮັດໃຫ້ສະພາບຢູ່ຂອບເຂດຂອງຕົນຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານ ແຕ່ລະກົມກອງຕ້ອງຍົກສູງນໍ້າໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບົນພື້ນຖານເສີມຂະຫຍາຍມູນເຊື້ອສ້າງພະລາທິການກັບທີ່, ຄະນະພັກ - ຄະນະບັນຊາ ພະນັກງານ - ນັກຮົບ ທຸກຄົນຕ້ອງເປັນເຈົ້າການ ແລະ ແຂ່ງຂັນກັນສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ ຂອງກົມກອງລວມໝູ່ໃຫ້ດີຂຶ້ນ, ຕ້ານປະກົດການຫຍໍ້ທໍ້ຕ່າງໆໃຫ້ທັນເວລາ, ພະນັກງານ -ນັກຮົບ ຕ້ອງເປັນແບບຢ່າງໃນການດຳລົງຊີວິດປອດໃສ, ເຂັ້ມແຂງ ແລະ ຂາວສະອາດ ເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ວຽກງານທີ່ພັກ - ລັດ ກໍຄືປະຊາຊົນມອບໝາຍໃຫ້.

ເນື່ອງໃນໂອກາດວັນສ້າງຕັ້ງກອງພັນໃຫຍ່ 641 ຄົບຮອບ 42 ປີ, ສະຫາຍ ພັນໂທ ອົດສາ ໄຊຍະເສນໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ໃນທົ່ວກອງພັນໃຫຍ່ 641 ສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ, ກໍຄືຄະນະນຳກົມໃຫຍ່ເສນາທິການກອງທັບ ທີ່ໄດ້ໃຫ້ການໃກ້ຊິດຕິດແທດ, ຊີ້ນຳ-ນຳພາ ເຫຼົ່າຮົບປ້ອງກັນອາກາດກໍຄື ກອງພັນໃຫຍ່ 641 ໃຫ້ເຕີບໃຫຍ່ຂະຫຍາຍຕົວຕະຫຼອດມາ, ອວຍພອນໄຊອັນປະເສີດ ແກ່ການຈັດຕັ້ງການນຳພັກ-ລັດ ແຕ່ລະຂັ້ນຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຊີ້ນຳ-ນຳພາ ກອງທັບປະຊາຊົນລາວ ກໍຄືກອງພັນໃຫຍ່ 641 ໃຫ້ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນແດ່ຄະນະພັກ - ຄະນະບັນຊາ, ພະນັກງານ - ນັກຮົບໃນທົ່ວກອງພັນໃຫຍ່ 641, ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງ ໂດຍສະເພາະນາມມະຍົດ ກົມກອງວິລະຊົນທີ່ກົມກອງສ້າງມາໄດ້ໃຫ້ຄົງຢູ່ຕະຫຼອດໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ