48 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກະຊວງແຜນການ-ການລົງທຶນ

ຮຽບຮຽງໂດຍ:ວັນໄຊ ຕະວິນຍານ                                                                                          
ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III (1991-1995): ແມ່ນໄລຍະສືບຕໍ່ປະຕິບັດແນວ ທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ທີ່ໄດ້ກຳນົດໄວ້ຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ. ຕົ້ນຕໍກໍແມ່ນສົ່ງເສີມເສດຖະກິດຫຼາຍພາກສ່ວນ ແນໃສ່ຂະຫຍາຍກຳລັງການຜະລິດຢ່າງແຂງແຮງ, ຫັນປ່ຽນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ ໄປສູ່ເສດຖະກິດຜະລິດສິນຄ້າຕາມກົນໄກຕະຫຼາດ ທີ່ມີການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ, ປັບປຸງພື້ນຖານໂຄງລ່າງ ແລະ ສືບຕໍ່ປັບປຸງມາດຖານການດໍາລົງຊີວິດຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ, ຂະຫຍາຍການຮ່ວມມືກັບຕ່າງປະເທດ ແລະ ດຶງດູດການລົງທຶນຂອງຕ່າງປະເທດ. ລັດຖະບານໄດ້ກຳນົດ 8 ແຜນງານບຸລິມະສິດແຫ່ງຊາດ ເພື່ອເປັນພື້ນຖານໃຫ້ແກ່ການຂະຫຍາຍການຜະລິດສິນຄ້າ ແລະ ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ໃນໄລຍະນີ້,ແມ່ນສາມາດບັນລຸໂຕເລກການເຕີບໂຕເສດຖະກິດໃນລະດັບສະເລ່ຍແມ່ນ 6,42%ຊຶ່ງໂຄງປະກອບກະສິກໍາປ່າໄມ້, ອຸດສາຫະກຳ ແລະ ບໍລິການ ແມ່ນມີການພັດທະນາ ແລະ ໄປຕາມທິດທີ່ກໍານົດໄວ້ຄື: ໂຄງປະກອບກະສິກຳປ່າໄມ້ ຕໍ່ GDP ຫຼຸດລົງ ຈາກ 60,70% ເຫຼືອ 53,66%, ອຸດສາຫະກຳຫັດຖະກຳ ເພີ່ມຂຶ້ນ ຈາກ 14,40% ເປັນ 18,55% ແລະ ບໍລິການເພີ່ມຂຶ້ນຈາກ 24,10% ເປັນ 25,32%, ອັດຕາເງິນເຟີ້ສະເລ່ຍປະມານ 11,15%, ລາຍໄດ້ສະເລ່ຍຕໍ່ຫົວຄົນ ເພີ່ມຈາກ 200 ໂດລາ ໃນປີ 1990 ເປັນ 380 ໂດລາ ໃນປີ 1995. ການລົງທຶນຂອງຕ່າງປະເທດແມ່ນມີທ່ວງທ່າເພີ່ມຂຶ້ນ ຊຶ່ງລວມຍອດການລົງທຶນ ໄລຍະ 5 ປີຫຼາຍກວ່າ 2 ຕື້ໂດລາ ຫຼືເພີ່ມຂຶ້ນ 59%, ດ້ານພື້ນຖານໂຄງລ່າງລັດຖະບານ ກໍໄດ້ສຸມທຶນຮອນໃສ່ປະມານ 562 ຕື້ກີບ ໃນການກໍ່ສ້າງເສັ້ນທາງ ແລະ ຂົວ; ພິເສດແມ່ນສາມາດຍາດແຍ່ງການຊ່ວຍເຫຼືອເຂົ້າໃນການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງທຳອິດ(ຂົວມິດຕະພາບລາວ-ໄທ), ການພັດທະນາ ແລະ ຂະຫຍາຍເສັ້ນທາງຄົມມະນາຄົມ ໄດ້ເອື້ອອໍານວຍໃຫ້ແກ່ການຂົນສົ່ງສິນຄ້າເພີ່ມຂຶ້ນຈາກ 667,90 ໂຕນ ໃນປີ 1990 ເປັນ 1.470,20 ໂຕນ ໃນປີ 1995, ສະເລ່ຍເພີ່ມຂຶ້ນ 44% ຕໍ່ປີ. ໃນປີ 1995 ເມືອງ ຫຼວງພະບາງ ຖືກຮັບຮອງ ເປັນເມືອງມໍລະດົກໂລກ ເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາ ສປປ ລາວ ໃນໄລຍະ 5 ປີດັ່ງກ່າວ  ມີເຖິງ 720.749 ເທື່ອຄົນ ສ້າງລາຍຮັບໄດ້ປະມານ 9 ລ້ານກວ່າໂດລາ.
    ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ IV (1996-2000): ໄລຍະນີ້ແມ່ນໄດ້ກໍານົດຈຸດໝາຍໃຫຍ່ ຮອດປີ 2020 ແມ່ນສູ້ຊົນເຮັດໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ວຍພັດທະນາ, ເສດຖະກິດ-ສັງຄົມ ມີການພັດທະນາ ແລະ ມີການປ່ຽນແປງໃໝ່ດ້ວຍລະດັບແຕກຕ່າງກັບສະພາບປັດຈຸບັນ ໂດຍສຸມໃສ່: ເຮັດໃຫ້ການຜະລິດກະສິກຳ ແລະ ອຸດສາຫະກຳ ມີການຂະຫຍາຍຕົວ ແລະ ມີບາງດ້ານທັນສະໄໝ.ສ້າງໂຄງປະກອບເສດຖະກິດຕາມຂະແໜງການ ແລະ ພັດທະນາເຂດແຄ້ວນໃຫ້ມີຄວາມເຂັ້ມແຂງ ໂດຍຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາເຂດພູດອຍຫ່າງໄກສອກຫຼີກ ແລະ ການແກ້ໄຂລະດັບການຫຼຸດໂຕນລະຫວ່າງຕົວເມືອງກັບຊົນນະບົດ ໃຫ້ຄ່ອຍໆຫຍັບເຂົ້າໃກ້ກັນເທື່ອລະກ້າວ, ເອົາໃຈໃສ່ໃຈໃສ່ປັບປຸງວຽກງານການພົວພັນ ແລະ ຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງເອົາບົດຮຽນ, ທຶນຮອນ ແລະ ການຊ່ວຍເຫຼືອ ເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ ຊຶ່ງໄດ້ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວດີ,ສະເລ່ຍ 5 ປີ GDP ເພີ່ມຂຶ້ນໃນລະດັບ 6,17% ຕໍ່ປີ ແຕ່ກໍຕໍ່າກວ່າແຜນການວາງໄວ້. ສາເຫດກໍຍ້ອນຜົນກະທົບ ຂອງວິກິດການທາງດ້ານການເງິນອາຊີ ໃນປີ 1997 ເຮັດໃຫ້ປະເທດປະສົບກັບໄພເງິນເຟີ້ ສູງເຖິງ 134% ໃນປີ 1999. ເຖິງຢ່າງໃດກໍຕາມລັດຖະບານ ກໍຄ່ອຍໆດັດປັບ ແລະ ສາມາດນຳເອົາເສດຖະກິດຂອງປະເທດຫຼຸດພົ້ນຈາກວິກິດການດັ່ງກ່າວໄດ້.ໄປພ້ອມກັບການເປີດກ້ວາງ ການຮ່ວມມືກັບພາກພື້ນ ແລະ ສາກົນ ຊຶ່ງສາມາດຍາດແຍ່ງ ແລະ ດຶງດູດການລົງທຶນຈາກຕ່າງປະເທດນັບມື້ ນັບຫຼາຍຂຶ້ນ ແລະ ອັນພົ້ນເດັ່ນໃນປີ 1997 ສປປ ລາວ ກໍໄດ້ເຂົ້າຮ່ວມເປັນສະມາຊິກສົມບູນ ຂອງປະຊາຄົມອາຊຽນ (ASEAN) ແລະ ໄດ້ເຂົ້າຮ່ວມເຂດການຄ້າເສລີອາຊຽນ (AFTA) ກໍຄືການເຂົ້າຮ່ວມແຜນງານຫຼຸດຜ່ອນກຳແພງພາສີ (CEPT) ນັບແຕ່ປີ 1998 ເປັນຕົ້ນມາ; ດ້ານກະສິກຳກໍໄດ້ມີການຫັນປ່ຽນໂຄງປະກອບການຜະລິດເຮັດໃຫ້ການພັດທະນາຂະແໜງກະສິກຳໂດຍສະເພາະ ໃນເຂດຊົນນະບົດໄດ້ມີການພັດທະນາທີ່ຫຼາກຫຼາຍ.ດ້ານອຸດສາຫະກຳ ແລະ ຫັດຖະກຳໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານວຽກງານຄົມມະນາຄົມຂົນສົ່ງກໍໄດ້ຮັບການພັດທະນາຢ່າງກວ້າງຂວາງ ໂດຍສະເພາະເສັ້ນທາງຫຼາຍເສັ້ນໄດ້ຮັບການຟື້ນຟູ ແລະ ກໍ່ສ້າງໃໝ່, ໄດ້ຍົກລະດັບການກໍ່ສ້າງລະບົບຄົມມະນາຄົມທາງອາກາດ.
    ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ V (2001-2005): ເປົ້າໝາຍລວມຂອງແຜນການ 5 ປີ ໄລຍະນີ້ ແມ່ນຮັບປະກັນໃຫ້ປະເທດສືບຕໍ່ຄວາມສະຫງົບທາງດ້ານສັງຄົມ ແລະ ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ ແລະ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 7-7,5% ຕໍ່ປີ, ທັງມີຄວາມໝັ້ນທ່ຽງ, ສະເລ່ຍລາຍຮັບຕໍ່ຫົວຄົນ 700-750 ໂດລາຕໍ່ຄົນຕໍ່ປີ ໂດຍໄດ້ວາງຍຸດທະສາດຄື: ຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຍຸດທະສາດການເຕີບໂຕ ແລະ ຫຼຸຜ່ອນຄວາມທຸກຍາກແຫ່ງຊາດ ແລະ ຍຸດທະສາດການພັດທະນາເຂດພາກເໜືອ; ນອກນີ້ຍັງມີນິຕິກຳຕ່າງໆເພື່ອຮັບປະກັນໃຫ້ແກ່ການກຳນົດ ແລະ ສູ້ຊົນບັນລຸການກຳນົດວິໄສທັດ ຮອດປີ 2020 ຂອງລັດຖະບານ ຄືການນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ, ລັດຖະບານຕີລາຄາສູງຕໍ່ຄວາມສຳຄັນຂອງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ  ແລະ ເລັ່ງໃສ່ການພັດທະນາໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມໂຍງທາງດ້ານເສດຖະກິດ ພ້ອມທັງຍາດແຍ່ງເອົາ ການຊ່ວຍເຫຼືອ(ODA) ແລະ ການລົງທຶນ ຂອງຕ່າງປະເທດເຂົ້າໃສ່ຂະແໜງທີ່ເປັນທ່າແຮງຂອງປະເທດເປັນຕົ້ນ: ບໍ່ແຮ່, ໄຟຟ້າເພື່ອພັດທະນາ ສປປ ລາວ ໃຫ້ກາຍເປັນໝໍ້ໄຟຂອງອາຊຽນ. ເຖິງວ່າການພັດທະນາເສດຖະກິດ-ສັງຄົມ ໃນໄລຍະນີ້ຈະປະສົບກັບຫຼາຍບັນຫາຈາກສະພາບການຜັນແປຂອງພາກພື້ນ ແລະ ສາກົນ ແຕ່ພາຍໃຕ້ການນຳພາຢ່າງມີໄຫວພິກຂອງພັກ ແລະ ຄວາມເອົາໃຈໃສ່ຂອງລັດຖະບານ ເຮັດໃຫ້ປະເທດເຮົາສາມາດຮັກສາສະຖຽນລະພາບໄວ້ໄດ້ຢ່າງໝັ້ນຄົງ, ຮັກສາໄດ້ລະດັບການຂະຫຍາຍຕົວເສດຖະກິດຢ່າງຕໍ່ເນື່ອງ ໂດຍສະເລ່ຍຂະຫຍາຍຕົວ 6,32% ຕໍ່ປີ, ລາຍໄດ້ຕໍ່ຫົວຄົນ ບັນລຸ 480 ໂດລາ, ອັດຕາເງິນເຟີ້ກໍໄດ້ມີສະຖຽນລະພາບຂຶ້ນເທື່ອລະກ້າວ ແລະ ຫຼຸດລົງຢູ່ໃນລະດັບໜຶ່ງ ໂຕເລກຈາກ 15,46% ໃນປີ2003 ເປັນ 7,17% ໃນປີ 2005. ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ; ດ້ານການພົວພັນການຄ້າກັບຕ່າງປະເທດ ໃນຊຸມປີນີ້ມີການເຕີບໂຕຂຶ້ນ ເນື່ອງຈາກສະພາບການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຮັດໃຫ້ມູນຄ່າການສົ່ງອອກເພີ່ມຂຶ້ນ. ການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ໄດ້ຮັບການເສີມຂະຫຍາຍ ແລະ ບົດບາດຂອງ ສປປ ລາວ ໃນເວທີສາກົນສູງຂຶ້ນ.ພິເສດໃນປີ 2004 ລາວໄດ້ຮັບກຽດໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 10, ກອງປະຊມຸລັດຖະສະພາອາຊຽນ ແລະ ກອງປະຊຸມສຳຄັນອື່ນໆ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ