ຫຼວງພະບາງ ຝຶກອົບຮົມ ການແກ້ໄຂບັນຫາການຕ້ານຕໍ່ຢາຕ້ານເຊື້ອໃຫ້ວິຊາການ

ຫຼວງພະບາງ ຝຶກອົບຮົມ ການແກ້ໄຂບັນຫາການຕ້ານຕໍ່ຢາຕ້ານເຊື້ອໃຫ້ວິຊາການ

ຫຼວງພະບາງ ຝຶກອົບຮົມ ການແກ້ໄຂບັນຫາການຕ້ານຕໍ່ຢາຕ້ານເຊື້ອໃຫ້ວິຊາການ
ວັນທີ 9 ຕຸລານີ້ ຢູ່ພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ຈັດກອງປະຊຸມການຝຶກອົບຮົມ ແກ້ໄຂບັນຫາການຕ້ານຕໍ່ຢາຕ້ານເຊື້ອ (AMR) ໃນລະດັບທ້ອງຖິ່ນ ໂດຍນຳໃຊ້ວິທີການ "ສຸຂະພາບໜຶ່ງດຽວ" (One Health), ມີທ່ານ ນາງ ສຸພາພອນ ພະນາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ, ມີຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ, ໂຮງຮຽນສັດຕະວະແພດ ປະເທດຝຣັ່ງ ແລະ ວິຊາການ ເຂົ້າຮ່ວມ.
ຫວງພະບາງ ຝກອບຮມ ການແກໄຂບນຫາການຕານຕຢາຕານເຊອໃຫວຊາການ - image 1
 

ກອງປະຊຸມຄັ້ງນີ້, ໄດ້ເຕົ້າໂຮມບັນດາຜູ້ຊ່ຽວຊານ ແລະ ຜູ້ຕາງໜ້າຈາກພາກສ່ວນສຸຂະພາບຄົນ ແລະ ສຸຂະພາບສັດ ເພື່ອປຶກສາຫາລືກ່ຽວກັບ ໄພຄຸກຄາມຂອງເຊື້ອຕ້ານຢາຕ້ານເຊື້ອ, ເພີ່ມທະວີການຮ່ວມມືແບບສຸຂະພາບໜື່ງດຽວ (One Health), ໂດຍການແບ່ງປັນປະສົບການ ແລະ ຂໍ້ມູນ ລະຫວ່າງພາກສ່ວນສຸຂະພາບຄົນ ແລະ ສັດ, ໂດຍສະເພາະແມ່ນການສຸມໃສ່ສິ່ງທ້າທາຍດ້ານ AMR. ໃນກອງປະຊຸມ ທ່ານ ວີເຊັນ (Vicent Brioudes) ຫົວໜ້າໜວ່ຍງານຝຶກອົບຮົມຕ່າງປະເທດ (ໂຮງຮຽນສັດຕະວະແພດ ປະເທດຝຣັ່ງ) ແລະ ທ່ານ ຊາຍຄໍາ ສຸກສະນິດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍເນັ້ນໃຫ້ຜູ້ເຂົ້າຮ່ວມ ຮັບຟັງການນຳສະເໜີ ການພັດທະນາ-ຈັດຕັ້ງປະຕິບັດກິດຈະກຳການປູກຈິດສໍານຶກ ແລະ ການຮ່ວມມືສຸຂະພາບໜື່ງດຽວ ທີ່ສຸມໃສ່ແກ້ໄຂບັນຫາວຽກງານເຊື້ອຕ້ານຕໍ່ຢາຕ້ານເຊື້ອ, ເພີ່ມທະວີໃນການສ້າງຂໍ້ມູນການທົດລອງຢາຕ້ານເຊື້ອ (ສຳລັບພາກສ່ວນສຸຂະພາບສັດ), ປັບປຸງວຽກງານການເກັບຕົວຢ່າງ ແລະ ການຂົນສົ່ງຕົວຢ່າງໄປຫາລະດັບແຂວງ ແລະ ລະດັບສູນກາງ, ລວມທັງການແປຜົນສໍາລັບລະດັບແຂວງ (ສຳລັບພາກສ່ວນສຸຂະພາບຄົນ), ປະກອບສ່ວນໃນການເຜີຍແຜ່ຂໍ້ມູນ AMR ແລະ ດໍາເນີນກິດຈະກໍາການສະໜັບສະໜູນຈາກອຳນາດການປົກຄອງທ້ອງຖິ່ນ.

ໂອກາດນີ້, ທ່ານ ນາງ ສຸພາພອນ ພະນາວັນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ເປັນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດເພື່ອການພັດທະນາ, ທັງເປັນການປະຕິບັດຄາດໝາຍ ທີ່ ສປປ ລາວ ມີຕໍ່ສາກົນ, ຈຶ່ງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ພ້ອມກັນສຸມໃສ່ສ້າງຖານຂໍ້ມູນໃຫ້ມີຄວາມຖືກຕ້ອງ, ເພື່ອຮັບປະກັນດ້ານສຸຂະພາບຂອງຄົນ ແລະ ສັດ ໃນການຜະລິດກະສິກຳໃຫ້ທ້ອງຖີ່ນ ມີປະສິດທິພາບ ແລະ ປະສິດທິຜົນ.

ຫວງພະບາງ ຝກອບຮມ ການແກໄຂບນຫາການຕານຕຢາຕານເຊອໃຫວຊາການ - image 2
 

ການຝຶກອົບຮົມຄັ້ງນີ, ໄດ້ແບ່ງອອກເປັນ 3 ພາກຄື: ພາກທີ I ແມ່ນການປູກຈິດສໍານຶກຂອງສຸຂະພາບໜຶ່ງດຽວ ແລະ ຄໍາແນະນໍານະໂຍບາຍ AMR, ພາກທີ II ການທົດລອງຢາຕ້ານເຊື້ອ (ສຳລັບພາກສ່ວນສຸຂະພາບສັດ) ແລະ ການເກັບຕົວຢ່າງ (ສຳລັບພາກສ່ວນສຸຂະພາບຄົນ) ແລະ ພາກທີ III ການແບ່ງປັນຂໍ້ມູນ ແລະ ດໍາເນີນກິດຈະກໍາການສະໜັບສະໜູນຈາກ ອົງການປົກຄອງທ້ອງຖິ່ນ, ທັງຈັດໃຫ້ມີການສົນທະນາ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນ ແລະ ນຳສະເໜີຜົນການສົນທະນາກ່ອນການສະຫຼຸບກອງປະຊຸມ, ພ້ອມນັ້ນ ໄດ້ລົງແຈກຢາຍໂປສເຕີໃຫ້ປະຊາຊົນ ແລະ ຕິດໂປຣສະເຕີ ໃສ່ສະຖານທີ ທີ່ມີຊຸມຊົນອາໄສຢູ່ຫຼາຍ.

(ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສິນ ອິດທິພົນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”

ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”

ໃນວັນທີ 10 ຕຸລາ 2025 ນີ້,ໄດ້ບັນລຸການເຊັນສັນຍາ ບັນທຶກຕົກລົງ (MOA) ຮ່ວມມືຍຸດທະສາດ 3 ຝ່າຍ ທີ່ສໍານັກງານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ-LNCCI) ລະຫວ່າງ “ສຄອຊ - ສະມາຄົມທຸລະກິດກະສິກໍາລາວ (ສຄກລ-LABA) - ທະນາຄານນະໂຍບາຍ (ທນບ-NBB)” ພາຍໃຕ້ໂຄງການຮ່ວມມື “ພັດທະນາທຸລະກິດກະສິກໍາລາວໃຫ້ເຂັ້ມແຂງ” ບົນເນື້ອໃນຈິດໃຈ ເປັນຄູ່ຮ່ວມຍຸດທະສາດຍາວນານ ຕ່າງຝ່າຍ ຕ່າງສະໝັກໃຈຮ່ວມ, ສະເໝີ ພາບ ແລະ ມີຜົນປະໂຫຍດຮ່ວມກັນ. ສ້າງກົນໄກໃນການສະໜັບສະໜູນບັນດາລາຍການສິນຄ້າ ທີ່ເປັນທ່າແຮງນອນຢູ່ໃນ ບູລິມະສິດຂອງລັດຖະບານ, ສົ່ງເສີມຕ່ອງໂສ້ຜະລິດ ແລະ ປຸງແຕ່ງສິນຄ້າກະສິກໍາ ໃຫ້ຕອບສະໜອງຄວາມຕ້ອງການຕະຫຼາດ ທົດແທນການນໍາເຂົ້າ ແລະ ຮ່ວມມືກຽມຄວາມພ້ອມປະຕິບັດເງື່ອນໄຂການເຂົ້າເຖິງແຫຼ່ງທຶນ ຕົ້ນທຶນທາງການເງິນທີ່ເໝາະສົມຈາກແຫຼ່ງພາຍໃນ ແລະ ຕ່າງປະເທດ ຕາມແນວທາງນະໂຍບາຍ ຂອງລັດຖະບານໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດເຊື່ອມໂຍງ, ເຊື່ອມຈອດ ແລະ ຍືນຍົງ.
ປິດຊຸດອົບຮົມຄູຝຶກ ການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານ

ປິດຊຸດອົບຮົມຄູຝຶກ ການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານ

ຊຸດຝຶກອົບຮົມການເປັນຄູຝຶກການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານໄດ້ປິດລົງໃນວັນທີ 10 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍຫຼັງທີ່ໄດ້ເປີດມາແຕ່ວັນທີ 6 ຕຸລາຜ່າມມາ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ດາລານີ ພົມມະວົງສາ ຄະນະປະຈຳພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີບັນດາວິທະ ຍາກອນ, ສຳມະນາກອນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຕຳແໜ່ງບໍລິຫານ, ປະດັບ, ເລື່ອນ ແລະ ທຽບຊັ້ນນັກການທູດໃຫ້ພະນັກງານ

ປະກາດການຈັດຕັ້ງຕຳແໜ່ງບໍລິຫານ, ປະດັບ, ເລື່ອນ ແລະ ທຽບຊັ້ນນັກການທູດໃຫ້ພະນັກງານ

ໃນວັນທີ 7 ຕຸລາຜ່ານມານີ້ ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດສັບຊ້ອນເລື່ອນຕຳ ແໜ່ງບໍລິຫານ ແລະ ຊັ້ນນັກການທູດ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດເຂົ້າຮ່ວມ ຈຳນວນທັງໝົດ 273 ທ່ານ ຍິງ 110 ທ່ານ.
ເຜີຍແຜ່ການເຊື່ອມໂຍງກົນໄກການຮ່ວມມືທາງດ້ານກົດໝາຍຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ

ເຜີຍແຜ່ການເຊື່ອມໂຍງກົນໄກການຮ່ວມມືທາງດ້ານກົດໝາຍຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ

ໃນວັນທີ 9 ຕຸລາ ຜ່ານມານີ້ ທີ່ຫ້ອງປະຊຸມຂອງໂຮງແຮມເອັຣບູຕິກ ເມືອງວັງວຽງ ແຂວງວຽງຈັນ. ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການເຊື່ອມໂຍງກົນໄກການຮ່ວມມືທາງດ້ານກົດໝາຍຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານຄະນະກົມ ແລະ ຄະນະພະແນກຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ ແລະ ສານປະຊາຊົນ, ອົງການໄອຍະການປະຊາຊົນສູງສຸດ, ພະແນກ, ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງບັນດາແຂວງພາກກາງເຂົ້າຮ່ວມຢ່າງພ້ອມພຽງ.
ສານອວຍພອນຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ  ເນື່ອງໃນວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ

ສານອວຍພອນຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ ເນື່ອງໃນວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ

ຮຽນ: ບັນດາທ່ານການນໍາພັກ-ລັດທີ່ເຄົາລົບ ແລະ ນັບຖືຢ່າງສູງ - ບັນດາທ່ານຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ - ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ສະມາຄົມ ແລະ ຜູ້ປະກອບການ, ນັກຄົ້ນຄວ້າວິທະຍາ ສາດ, ພະນັກງານ ແລະ ຄູ-ອາຈານ ນັກຮຽນຮູ້, ນັກສຶກສາ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດທີ່ຮັກແພງທັງຫຼາຍ !.
ກອງປະຊຸມການສົ່ງເສີມ ແລະ ໂຄສະນາກິດຈະກຳ ຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນ.

ກອງປະຊຸມການສົ່ງເສີມ ແລະ ໂຄສະນາກິດຈະກຳ ຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນ.

ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງສາລະວັນ ຈັດກອງປະຊຸມສົ່ງເສີມ ແລະ ໂຄສະນາກິດຈະກຳ ການຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນຂຶ້ນ ໃນວັນທີ 9 ຕຸລານີ້ ທີ່ຫ້ອງປະຊຸມຂອງຕົນ, ໂດຍການເປັນປະທານຂອງ ທ່ານ ບຸນກ່ອງ ເກດທອງຄຳ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີທ່ານ ພູທອນ ດາລາລົມ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະທ່ອງທ່ຽວ, ພາກສ່ວນທີ່ກ່ຽວຂ້ອງຈາກພາກລັດ ແລະ ພາກທຸລະກິດການທ່ອງທ່ຽວພາຍໃນແຂວງເຂົ້າຮ່ວມ.
ເຈົ້າແຂວງຄຳມ່ວນ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທະຫານຮາບທີ 4

ເຈົ້າແຂວງຄຳມ່ວນ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທະຫານຮາບທີ 4

ໃນວັນທີ 9 ຕຸລານີ້, ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄຳມ່ວນ ທັງເປັນປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ, ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ກອງພົນທີ 4 ຢູ່ທີ່ແຂວງສະຫວັນນະເຂດ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພັນເອກ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 4, ທ່ານ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 4, ພ້ອມດ້ວຍຄະນະພັກ - ຄະນະບັນຊາກອງພົນ, ອົງການ 5 ຫ້ອງ, ກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດເຂົ້າຮ່ວມ.
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ

ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ

ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ສສ ຫວຽດນາມ ໃນວັນທີ 9-11 ຕຸລາ 2025, ໃຫ້ກຽດຕ້ອນຮັບໂດຍທ່ານ ນາງ ຈ່າງ ທິ ຊົນ ຮອງປະທານຄະນະກຳມະການປະຊາຊົນແຂວງເຊີນລາ ພ້ອມດ້ວຍຄະນະ ຢູ່ທີ່ໂຮງແຮມເມືອງແທັງແຂວງເຊີນລາ.
ຫ້ອງການ ຄຄອຊ ມອບອຸປະກອນຄອມພິວເຕີ ໃຫ້ ຄະນະໂຄສະນາອົບຮົມສູນກາງພັກ

ຫ້ອງການ ຄຄອຊ ມອບອຸປະກອນຄອມພິວເຕີ ໃຫ້ ຄະນະໂຄສະນາອົບຮົມສູນກາງພັກ

ຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ(ຄຄອຊ) ໄດ້ນຳເອົາອຸປະກອນຄອມພິວເຕີ ຈຳນວນ 4 ຊຸດໃນນັ້ນ, ເຄື່ອງອຸປະກອນ Laptop 2 ຊຸດ ແລະ ເຄື່ອງອຸປະກອນຄອມພິວເຕີ ຈຳນວນ 2 ເຄື່ອງ ຊຶ່ງລວມມີມູນຄ່າທັງໝົດ 84,680,000 ກີບ ມາມອບໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ).
ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ໃນວັນທີ 9 ຕຸລານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນ ທ້າວແຂວງໄຊຍະລີ, ບໍລິສັດ ຊີເຄພາວເວີຈໍາກັດ (ມະຫາຊົນ) ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ໄດ້ມອບຄອມພິວເຕີສະໜັບສະໜູນການສຶກສາເມືອງ ແກ່ນທ້າວ ຈໍານວນ 10 ເຄື່ອງ. ເປັນກຽດມອບໂດຍທ່ານ ພະລາກອນ ລົດເວດສະນັນ ຜູ້ອໍານວຍການອາວຸໂສຝ່າຍຈັດຊື້-ຈັດຈ້າງ ຫົວໜ້າບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ພ້ອມດ້ວຍທີມງານ ແລະ ໃຫ້ກຽດຮັບໂດຍທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ມີພາກສ່ວນກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.
ເພີ່ມເຕີມ