48 ປີ ປະເທດຊາດ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ

48 ປີ ປະເທດຊາດ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ
ໂດຍ: ວັນເພັງ
ເນື່ອງໃນໂອກາດວັນຊາດທີ 2 ທັນວາຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ໃກ້ມາເຖິງນີ້ທ່ານ ພົນຈັດຕະວາ ຄຳຫອມແສງບົວລົມວິລະຊົນແຫ່ງຊາດຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 29 ພະຈິກ ນີ້ວ່າ:  ຕະຫຼອດໄລຍະ 48 ປີຜ່ານມາເຫັນວ່າການພັດທະນາປະເທດຊາດມີບາດກ້າວອັນໃໝ່ຂຶ້ນໄປເລື້ອຍໆ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ ໂດຍມີການຖອດຖອນບົດຮຽນໄປນໍາ ເປັນຕົ້ນໃນໄລຍະ 10-20 ປີມານີ້ປະເທດຊາດໄດ້ມີການພັດທະນາເສດຖະກິດ, ສັງຄົມມະນຸດໄດ້ດີສົມຄວນ ໂດຍສະເພາະການພັດທະນາທາງດ້າການສຶກສາໄປກ່ອນກ້າວໜຶ່ງ, ລູກ-ຫຼານໄດ້ເຂົ້າຮຽນ, ມີການສຶກສາ;ດ້າສາທາລະນະສຸກກໍມີອັນດີຂຶ້ນ, ມີໂຮງໝໍຫຼາຍແຫ່ງເກີດຂຶ້ນທັງຢູ່ສູນກາງ ແລະ ທ້ອງຖິ່ນ. ພ້ອມນັ້ນວຽກງານເສດຖະກິດ ກໍມີການຂະຫຍາຍຕົວ, ປະຊາຊົນມີຢູ່ມີກິນ, ມີເຂົ້າກິນກຸ້ມຕົນເອງແລະສາມາດນຳສົ່ງອອກຂາຍ ລວມເຖິງເສັ້ນທາງຄົມມະນາຄົມ, ຖະໜົນຫົນທາງ ແລະ ອື່ນໆ ກໍມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານພົນຈັດຕະວາ ຄຳຫອມແສງບົວລົມຍັງໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນ ຂອງວັນດັ່ງກ່າວວ່າ: ເປັນວັນທີ່ທົ່ວພັກ-ລັດແລະທົ່ວປວງຊົນລາວທັງຊາດເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສາລະພາບແລະໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.ດັ່ງປະທານໄກສອນພົມວິຫານໄດ້ຕີລາຄາວັນຊາດທີ 2 ທັນວາປີ 1975 ດັ່ງນີ້: “ບໍ່ທັນມີເວລາໃດທີ່ປະຊາຊົນເຮົາຊຶ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນໄດ້ຍາດເອົາໄຊຊະນະສົມບູນ, ເຖິງຖອງແລະບໍລິບູນໄດ້ຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ, ໄຊຊະນັ້ນບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກະລາດຂອງປະເທດເຮົາ, ຫາກຍັງເປັນຄັ້ງທໍາອິດທີ່ປະຊາຊົນບັນດາເຜົ່າຜູ້ເຄີຍດຳລົງຊີວິດເປັນທາດໄດ້ກາຍມາເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງທີ່ມີເອກະລາດ, ມີອິດສະລະພາບຢ່າງສົມບູນແລະພວມກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວກໍຄືຂອງມວນມະນຸດເຮົາປະກົດຜົນເປັນຈິງຢູ່ບົນຜືນແຜ່ນດິນອັນແສນຮັກຂອງພວກເຮົາ". ພ້ອມນັ້ນ,ຕະຫຼອດໄລຍະ 48 ປີ ຜ່ານມາ ຊາດລາວແມ່ນມີມູນເຊື້ອທີ່ສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກແລະສ້າງສາພັດທະນາປະເທດຊາດໂດຍສືບທອດມູນເຊື້ອອັນອົງອາດຂອງບັນພະບຸລຸດ,ປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າແລະແບບໃໝ່ສາມາດປົດປ່ອຍປະເທດຊາດຢ່າງມີໄຊ ພ້ອມສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.
ທ່ານພົນຈັດຕະວາ ຄຳຫອມແສງບົວລົມຍັງກ່າວຕື່ມວ່າ: ສຳລັບ ສນຫລກໍໄດ້ເອົາໃຈໃສ່ຕັ້ງໜ້າເສີມຂະຫຍາຍມູນເຊື້ອຮັກຊາດການຕໍ່ສູ້ພິລະອາດຫານ, ເຕົ້າໂຮມຄວາມສາມັກຄີຂອງນັກຮົບເກົ່າໄດ້ເປັນຢ່າງດີ; ໂດຍຫັ້ນລົງຮາກຖານເກັບກຳສະພາບການເມືອງ-ແນວຄິດ, ຄວາມມຸ້ງມາດປາຖະໜາຂອງຖັນແຖວນັກຮົບເກົ່າ, ຂົນຂວາຍດູດດຶງເອົານັກຮົບເກົ່າເຂົ້າການຈັດຕັ້ງ, ເຄື່ອນໄຫວຮ່ວມຊີວິດ ແລະ ແລກປ່ຽນຄຳຄິດຄຳເຫັນທີ່ດີນຳກັນ, ຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິສຳຄັນຕ່າງໆກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າລາວທົ່ວປະເທດ ຄັ້ງທີ IV: ໄດ້ເຄື່ອນໄຫວປາຖະກະຖາເລົ່າມູນເຊື້ອໃນໂອກາດວັນປະຫວັດສາດສຳຄັນຂອງພັກ, ຂອງຊາດ, ຂອງກຳລັງ ປະກອບອາວຸດ ແລະ ສາກົນກໍຄືຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 21 ປີ ຢູ່ບັນດາກະຊວງ, ອົງການ, ທ້ອງຖິ່ນ, ສະຖາບັນການສຶກສາ ແລະ ໂຮງໝໍຕ່າງໆ: ເປັນເຈົ້າການຮ່ວມກັບບັນດາກະຊວງ, ອົງການ, ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊຸກຍູ້ຂະບວນການແຂ່ງຂັນ 3 ດີ 6 ຮັກສາຂອງສະຫະພັນນັກຮົບເກົ່າຕິດພັນກັບການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ "ປະຕິບັດວຽກງານ 3 ສ້າງຫັນລົງຊຸກຍູ້ຮາກຖານຢ່າງເປັນຂະບວນການຟົດຟື້ນພ້ອມທັງໄດ້ຊຸກຍູ້ຂະບວນການ ແລະ ປຸກລະດົມຖັນແຖວ ຄອບຄົວນັກຮົບເກົ່າເຮັດການຜະລິດ, ແກ້ໄຂຊີວິດການເປັນຢູ່ດ້ວຍກຳລັງແຮງບົ່ມຊ້ອນຂອງຄອບຄົວແຕ່ລະທ້ອງຖິ່ນ ໃນການກຸ້ມຕົນເອງເພິ່ງຕົນເອງເພື່ອສ້າງໃຫ້ກາຍເປັນຄອບຄົວຕົວແບບ, ເຮັດໃຫ້ຊີວິດການເປັນຢູ່ ຂອງນັກຮົບເກົ່າໃຫ້ນັບມື້ນັບດີຂຶ້ນ. ໃນນັ້ນ, ມີນັກຮົບເກົ່າ 3 ດີ 6 ຮັກສາ 16 ພັນກວ່າຄົນ, ກວມ 32%, ສະຫະພັນນັກຮົບເກົ່າ 3 ດີ 6 ຮັກສາຂັ້ນບ້ານ, ຂັ້ນເມືອງ, ຂັ້ນແຂວງກໍນັບມື້ນັບເພີ່ມຂຶ້ນເລື້ອຍໆ. ໃນນັ້ນ, ໄດ້ມີການພົວພັນ, ຮ່ວມມືກັບສະມາຄົມນັກຮົບເກົ່າຕ່າງປະເທດ, ພາກພື້ນ ແລະ ສາກົນໂດຍສະເພາະແມ່ນການຮ່ວມມືຊ່ວຍເຫຼືອ ຊຶ່ງກັນ ແລະກັນແບບພິເສດຮອບດ້ານກັບສະມາຄົມນັກຮົບເກົ່າຫວຽດນາມ,ພົວພັນຮ່ວມສອງຝ່າຍກັບສະມາຄົມນັກຮົບເກົ່າຣາຊະອານາຈັກກຳປູເຈຍ, ນັກຮົບເກົ່າຈີນ ແລະ ສະມາຄົມນັກຮົບເກົ່າຕ້ານຈັກກະພັດອາເມຣິກາ, ສປປ ເກົາຫຼີ.
ໃນໂອກາດ ວັນຊາດຄົບຮອບ 48 ປີ ທ່ານພົນຈັດຕະວາ ຄຳຫອມແສງບົວລົມ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຮູ້ບຸນຄຸນ ຕໍ່ຄະນະນຳພັກ-ລັດທຸກຂັ້ນ ທີ່ໄດ້ທຸ່ມເທສະຕິປັນຍາ, ເຫື່ອແຮງທັງກາຍ ແລະ ໃຈໃນການຊີ້ນຳ-ນຳພາປະເທດຊາດໃຫ້ມີຄວາມສະຫງົບ, ມີຄວາມຜາສຸກ, ສີວິໄລ ແລະ ຂໍອວຍພອນອັນປະເສີດ ໃຫ້ຄະນະນຳພັກ-ລັດທຸກຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຊີ້ນຳ-ນຳພາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.
            ຊົມເຊີຍວັນຊາດ ທີ 2 ທັນວາຢ່າງສຸດໃຈ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 6 ຕຸລາຜ່ານມານີ້, ການນຳເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ສົມທົບກັບຫ້ອງການກາແດງເມືອງ ສືບຕໍ່ນຳເອົາເຄື່ອງບໍລິໂພກ ປະເພດ ເຂົ້າສານ ແລະ ອາຫານສຳເລັດຮູບ ຈຳນວນ 285ຖົງ, ລົງເຄື່ອນໃຫວຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ1 ທີ່ຖືກນ້ຳຖ້ວມທີ່ຢູ່ອາໃສເປັນການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ວັນທີ 6 ຕຸລາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວໄດ້ຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນຂຶ້ນທີ່ບໍລິສັດ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ. ໂດຍການເຂົ້າຮ່ວມຂອງທ່ານ ຢາງສົວ ຮອງຜູ້ອໍານວຍໃຫຍ່ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ.
ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ການຈະຜະລິດສິນຄ້າໃດອອກມາວາງຂາຍ-ຈໍາໜ່າຍ ໄດ້ກໍຍ້ອນມາຈາກຄວາມຮັກມັກ, ການທົດລອງນໍາໃຊ້ໃຫ້ເກີດຜົນຈິງ ແລະ ຈຶ່ງສາມາດນໍາມາບອກຕໍ່ ແລ້ວຕໍ່ຍອດໃຫ້ເປັນສິນຄ້າທີ່ມີຄຸນນະພາບອອກວາງຂາຍ-ຈໍາໜ່າຍຕໍ່ສັງຄົມ ຄືດັ່ງສະບູບ້ານມອນ ອໍແກນິກ ເປັນຜະລິດຕະພັນລາວທີ່ໃຊ້ດີຂອງຊາວເມືອງພວນ ແຂວງຊຽງຂວາງ ກໍາລັງເປັນທີ່ຮູ້ຈັກກັນໃນສັງຄົມເປັນຢ່າງດີ.
ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ການແຂ່ງຂັນ ຊ່ວງເຮືອ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2025 ທີ່ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 5-7 ຕຸລາ 2025ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນ ຈາກພາຍໃນ ແລະ ຕ່າງແຂວງ ຈໍານວນ 20 ລໍາ.ໃນນີ້, ເຮືອປະເພດ 30-35 ສີພາຍມີ 11 ລໍາ, ເຮືອປະເພດ 50-55 ສີພາຍມີ 5 ລໍາ ແລະ ເຮືອຊ່ວງມິດຕະພາບ 30-35 ສີພາຍ ທີ່ມາຈາກ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທມີ 4 ລໍາ, ຊຶ່ງຜົນການແຂ່ງຂັນດັ່ງນີ້:ເຮືອປະເພດ 50-55 ສີພາຍ ອັນດັບທີ 1 ໄດ້ແກ່ ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອເພັດສີໂພໄຊ ຈາກບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ, ອັບດັບທີ 3 ເຮືອ ດາວພະສຸກ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເຮືອຄຸດທອງຄໍາ ບ້ານປາກເປັ່ງ ເມືອງທ່າແຂກ.ປະເພດ 30-35 ສີພາຍ ອັນດັບທີ 1 ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ, ອັບດັບທີ 3 ເຮືອ 20ມັງກອນ ກອງບັນຊາການທະຫານ (ປກຊ) ແຂວງຄໍາມ່ວນ ແລະ ອັນດັບທີ 4ເຮືອພອນພຣະອິນປົງ SS ກໍ່ສ້າງ, ສຳລັບຜົນການແຂ່ງຂັນເຮືອມິດຕະພາບ ລະຫວ່າງ ທ່າແຂກ-ນະຄອນພະນົມ ອັນດັບທີ 1 ເຮືອ ພົງສະຫວັນນາງຄໍາໄຫຼ ບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອ 20ມັງກອນ ປກຊ ແຂວງ, ອັນດັບທີ 3 ເຮືອ ອິງຟ້າ ນາວາ ຈາກອຳເພີເມືອງນະຄອນພະນົມ ແລະ ອັນດັບທີ 4 ເຮືອ ແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ.
ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

​ໃນຕອນເຊົ້າວັນທີ 7 ຕຸລານີ້, ທີ່ສະໂມສອນກອງບັນຊາການທະຫານ ແຂວງໄຊຍະບູລີ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ພົບປະ ແລະ ໂອ້ລົມ ຕໍ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຂວງໄຊຍະບູລີ; ມີສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ; ສະຫາຍ ພົຈວ ບຸນຍອງ ດວງດີ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ 2, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ(13/12/1920-13/12/2025) ຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າອະນຸກໍາມະການເນື້ອໃນກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດລະດັບຊາດ, ໂດຍມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກ ກະຊວງ-ອົງການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະນໍາ ນະຄອນຫຼວງວຽງຈັນ ແລະ ບັນດາສະຫາຍ ຫົວໜ້າກົມ ຮອງກົມ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ  ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ການມີສ່ວນຮ່ວມຮັກສາຄວາມສະອາດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2025 ມີຄວາມສຳຄັນຢ່າງຍິ່ງ ຊຶ່ງເປັນໜຶ່ງໃນນະໂຍບາຍ 6 ສ ທີ່ນະຄອນຫຼວງວຽງຈັນວາງອອກ ນັ້ນກໍຄື ສ ສະອາດງາມຕາ ເພື່ອເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໄວ້ຢ່າງຍືນຍົງ.
ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ໃນຕອນເຊົ້າຂອງວັນທີ 7 ຕຸລາ ນີ້ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍລະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະ ເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ເພີ່ມເຕີມ