48ປີເມືອງເງິນໄດ້ມີການພັດທະນາເປັນແຕ່ລະໄລຍະ

48ປີເມືອງເງິນໄດ້ມີການພັດທະນາເປັນແຕ່ລະໄລຍະ
ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ(ວັນທີ 2 ທັນວາ - 1975-2 ທັນວາ 2023)ໄດ້ໝູນວຽນບັນຈົບຄົບຮອບອີກວາລະໜຶ່ງ
ສະຫາຍທະວີສັກ ໄຊຍະວົງ ເລຂາພັກເມືອງ ເຈົ້າເມືອງເງິນ ແຂວງໄຊຍະບູລີ ໄດ້ສະແດງຄວາມຮູ້ສຶກຂອງຕົນວ່າ:ວັນຊາດທີ 2 ທັນວາ ແມ່ນເຫດການການເມືອງທາງປະຫວັດສາດຂອງຊາດລາວເຮົາ. ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ຂອງຊາດລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວທີ່ສະຫຼາດສ່ອງໃສ.ວັນຊາດທີ 2 ທັນວາ ຍັງເປັນວັນປະກາດໃຫ້ຊາວໂລກ
ໄດ້ຮັບຮູ້ວ່າ ເປັນວັນທີ່ປະຊາຊົນລາວມີອິດສະຫຼະພາບ,ເອກະລາດ,ອໍານາດອະທິປະໄຕ ແລະເປັນເຈົ້າຂອງປະເທດຊາດຜືນແຜ່ນດິນອັນຄົບຖ້ວນຢ່າງແທ້ຈິງ,ມີຄວາມເປັນເອກະລາດມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ແລະ ມີກຽດສັກສີເທົ່າທຽມກັບຊາດອື່ນໃນໂລກ.
ຕະຫຼອດ 48 ປີຜ່ານມາ,ພາຍໃຕ້ການນໍາພາຂອງອົງຄະນະພັກແຂວງໄຊຍະບູລີ,ເມືອງເງິນ ໄດ້ມີການພັດທະນາມາເປັນແຕ່ລະໄລຍະ ເຮັດໃຫ້ເມືອງມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ,ເສດຖະກິດໄດ້ຮັບການຂະຫຍາຍຕົວເປັນກ້າວໆມາ ໂດຍສະເພາະແມ່ນການຜະລິດກະສິກໍາເປັນສິນຄ້າ,ສາມາດສະໜອງຢູ່ພາຍໃນມີຄວາມພຽງພໍ ແລະ ເປັນສິນຄ້າສົ່ງອອກ,ການແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນເມືອງໃກ້ຈະສໍາເລັດແລ້ວ, ໄປຄ່ຽງຄູ່ກັນນີ້ ດ້ານການສຶກສາ, ສາທາລະນະສຸກ ຕໍ່ມາດຖານຕ່າງໆຂອງກະຊວງສາທາລະຍະສຸກ ແລະ ກະຊວງສຶກສາວາງອອກ ສ່ວນໃຫຍ່ແມ່ນເຮັດສໍາເລັດ.ປັດຈຸບັນທາງເມືອງຍັງສືບຕໍ່ປະຕິບັດແຜນພັດທະນາເສດຖະກິດຂອງຕົນ ເພື່ອສູ້ຊົນເຮັດໃຫ້ສໍາເລັດໃນທ້າຍປີ 2025. ໃນໂອກາດວັນຊາດ, ທາງເມືອງໄດ້ຕັ້ງໜ້າອອກແຮງແຂ່ງຂັນກັນປະຕິບັດວຽກງານຂອງຕົນຢ່າງຕັ້ງໜ້າ,ຈັດໃຫ້ມີຂະວນການອະນາໄມ ທໍາຄວາມສະອາດ ປະດັບປະດາຕົວເມືອງໃຫ້ມີຄວາມສວຍງາມ ແລະ ຂະບວນແຂ່ງຂັນກິລາມວນຊົນຢ່າງຟົດຟື້ນ.
ໃນໂອກາດວັນແຫ່ງຄວາມພາກພູມໃຈ ແລະປິຕິຊົມຊື່ນຕໍ່ວັນຊາດທີ 2 ທັນວາ 2023 ນີ້,ຕາງໜ້າຄະນະພັກ, ອົງການປົກຄອງ ແລະ ປະຊາຊົນເມືອງເງິນ ຂໍສະແດງຄວາມກະຕັນຮູ້ບຸນຄຸນຕໍ່ພັກ-ລັດຕໍ່ການນໍາແຕ່ລະຂັ້ນທີ່ໄດ້ສຸມສະຕິ, ປັນຍາ, ຄວາມຮູ້-ຄວາມສາມາດເຂົ້າໃສການນໍາພາ-ຊີ້ນໍາຢ່າງໃກ້ຊິດແທດເຖິງ ຊຶ່ງໄດ້ເຮັດໃຫ້ຄາດໝາຍຕ່າງໆໄດ້ຮັບການບຸກທະລຸ ແລະມີຜົນສໍາເລັດ.
ຂ້າພະເຈົ້າຂໍໃຫ້ຄໍາໝັ້ນສັນຍາວ່າ:ຈະນໍາພາປະຊາຊົນສືບຕໍ່ສ້າງ ບູລະນະລະບອບປະຊາທິປະໄຕ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປົກປັກຮັກສາມູນເຊື້ອອັນສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ; ສືບທອດມູນເຊື້ອອົງອາດຂອງບັນພະບູລຸດ; ປະຕິບັດ 12 ສິດ 3 ພັນທະ ຂອງພົນລະເມືອງລາວໃຫ້ເຂັ້ມງວດ; ສືບຕໍ່ປົກປັກຮັກສາ ແລະສ້າງສາພັດທະນາເມືອງເງິນ ກໍຄືປິຕຸພູມອັນແສນຮັກ ແລະຫວງແຫນນີ້ໄວ້ໃຫ້ໝັ້ນຄົງທະນົງຊົ່ວກາລະນານ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ