ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ສະພາບການດຳເນີນງານຂອງອຸດສາຫະກຳຊັອຟແວ ໃນລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາ 2026 ວ່າ: ອຸດສາຫະກຳຊັອຟແວຂອງຈີນມີລາຍຮັບເຖິງ 6,245 ຕື້ 100 ລ້ານຢວນ, ເພີ່ມຂຶ້ນ 10.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ມີກຳໄລເຖິງ 717 ຕື້ 300 ລ້ານຢວນ, ເພີ່ມຂຶ້ນ 2.2%; ການສົ່ງອອກການບໍລິການດ້ານຊັອຟແວມີເຖິງ 27 ຕື້ 650 ລ້ານໂດລາ, ເພີ່ມຂຶ້ນ 12.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຂ່າວລະບຸວ່າ: ໃນ 5 ເດືອນຕົ້ນປີ 2026, ຜະລິດຕະພັນຊັອຟແວມີລາຍຮັບເຖິງ 1,360 ຕື້ 800 ລ້ານຢວນ, ເພີ່ມຂຶ້ນ 6.9%, ລາຍຮັບຈາກການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານມີເຖິງ 4,276 ຕື້ 100 ລ້ານຢວນ, ເພີ່ມຂຶ້ນ 11.3%, ກວມເອົາລາຍຮັບຂອງທົ່ວຂະແໜງການເຖິງ 68.5%. ລາຍຮັບຈາກຜະລິດຕະພັນ ແລະ ການບໍລິການຄວາມປອດໄພດ້ານຂໍ້ມູນຂ່າວສານມີເຖິງ 110 ຕື້ 200 ລ້ານຢວນ, ເພີ່ມຂຶ້ນ 6.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຄໍາເຫັນ