5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ

5 ປີຜ່ານມາ ການດໍາເນີນຄະດີຂອງ ສປສສ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ
ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ສປສສ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນານີ້, ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານ ໄພວີ ສີບົວລິພາ ກ່າວວ່າ: ຕະຫຼອດໄລຍະຜ່ານມາ, ສປສສ ໄດ້ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ສານປະຊາຊົນໃນນາມອົງການຕຸລາການ ໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ ພາລະບົດບາດຂອງຕົນ ຕາມທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດ ໂດຍມີຜົນສໍາເລັດໃນຫຼາຍໆດ້ານ ເປັນຕົ້ນ ກົນໄກແບບແຜນການດໍາເນີນຄະດີໄດ້ຮັບການປັບປຸງ ເຮັດໃຫ້ການພິຈາລະນາຕັດສິນ, ພິພາກສາຄະດີມີຄວາມວ່ອງໄວ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ຜູ້ພິພາກສາ ແລະ ພະນັກງານຂອງສານປະຊາຊົນໄດ້ຮັບການຍົກລະດັບທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ-ຈັນຍາທໍາ ແລະ ວິຊາສະເພາະ-ວິຊາການຢ່າງເປັນມືອາຊີບ; ດ້ານການຈັດຕັ້ງ, ບຸກຄະລາກອນຂອງສານໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີການຂະຫຍາຍສານປະຊາຊົນເຂດຍັບເຂົ້າໃກ້ປະຊາຊົນ.
ສຳລັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນໃນຕໍ່ໜ້າມີຄື: ທິດທາງລວມ: 1). ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ເປັນແຜນພັດທະນາລະບົບສານປະຊາຊົນໃນແຕ່ລະດ້ານ ຕາມທິດສ້າງບາດກ້າວບຸກທະລຸພັດທະນາລະບົບສານປະຊາຊົນໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ຫັນໄປສູ່ທັນສະໄໝ ເຮັດໃຫ້ສານປະຊາຊົນ ສາມາດເຮັດໜ້າທີ່ປົກປ້ອງກົດໝາຍໃຫ້ມີຄວາມສັກສິດ, ເຂັ້ມງວດ ແລະ ຍຸຕິທຳ, 2). ຍົກສູງຄຸນນະພາບການດໍາເນີນຄະດີໃຫ້ມີຄຸນນະພາບ ແລະ ປະສິດທິພາບສູງ, ປັບປຸງ ແລະ ພັດທະນາກົນໄກການບໍລິຫານຄະດີໃຫ້ມີຄວາມໂປ່ງໃສ ຢູ່ໃນທຸກຂັ້ນຕອນການດໍາເນີນຄະດີ, ລົງເລິກການໂຕ້ແຍ່ງ-ໂຕ້ຖຽງໃນທີ່ປະຊຸມສານ, ຮັບປະກັນໃຫ້ການຕັດສິນ, ພິພາກສາຄະດີຖືກຕ້ອງຕາມກົດໝາຍ ແລະ ມີ ຄວາມເປັນຈິງ, ປັບປຸງ ແລະ ພັດທະນາລະບົບການດໍາເນີນຄະດີຂອງສານໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ມີຄຸນນະພາບ ແລະ ຫັນເປັນທັນສະໄໝ; 3). ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການດໍາເນີນຄະດີໃຫ້ມີຄວາມຄົບຖ້ວນ, ຮັດກຸມ, ເປັນແນວທາງໃນການປະຕິບັດໃນທຸກຂັ້ນຕອນຂອງການດໍາເນີນຄະດີໃຫ້ມີຄວາມຖືກຕ້ອງ ແລະ ເປັນເອກະພາບ ເຮັດໃຫ້ກົນໄກການດໍາເນີນຄະດີມີຂັ້ນຕອນທີ່ໂປ່ງໃສ, ວ່ອງໄວ ແລະ ຮັບປະກັນໃຫ້ການເກັບກຳຂໍ້ມູນຫຼັກຖານມີຄວາມຄົບຖ້ວນ, ຮອບດ້ານ ແລະ ການຕັດສິນຢ່າງພາວະວິໄສ; 4). ຍົກສູງຄວາມສາມາດຂອງຜູ້ພິພາກສາ, ພະນັກງານຂອງສານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ວິຊາການ, ພາສາຕ່າງປະເທດ ສ້າງໃຫ້ການເຮັດວຽກແບບມືອາຊີບ ແລະ ເປັນຊ່ຽວຊານສະເພາະດ້ານ ເພື່ອບໍລິຫານຄະດີໃຫ້ມີຄຸນນະພາບ ແລະ ປະສິດທິພາບ, ຫັນເອົາຜູ້ພິພາກສາທີ່ມີ ປະສົບການຍັງອ່ອນນ້ອຍ ລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນ ເພື່ອເກັບກ່ຽວປະສົບການ ແລະ ເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ; 5). ເພື່ອເຮັດໃຫ້ສານປະຊາຊົນມີພື້ນຖານໂຄງລ່າງທາງດ້ານວັດຖຸ, ເຕັກນິກທີ່ຈຳເປັນ ແລະ ເໝາະສົມກັບການປະຕິບັດໜ້າທີ່ວຽກງານ ເພື່ອຮັບປະກັນການປົກປ້ອງກົດໝາຍໃຫ້ມີຄວາມສັກສິດ, ເຂັ້ມງວດ ແລະ ຍຸຕິທຳ; 6). ໃຫ້ປະຊາຊົນໄດ້ຮັບການບໍລິການທີ່ດີ, ມີຄວາມເພິ່ງພໍໃຈ ແລະ ມີຄວາມເຄົາລົບ, ເຊື່ອຖືຕໍ່ລະບົບສານປະຊາຊົນ ໂດຍສະເພາະການຈັດຕັ້ງຂອງສານຍັບໃກ້ເຂົ້າຫາປະຊາຊົນ; 7). ເສີມຂະຫຍາຍການຮ່ວມມືກັບບັນດາສານປະເທດເພື່ອນມິດຍຸດທະສາດເຂົ້າສູ່ລວງເລິກ, ພົວພັນຮ່ວມມືກັບບັນດາສານປະເທດອາຊຽນ, ພາກພື້ນ ແລະ ສາກົນໃຫ້ກວ້າງຂວາງຂຶ້ນ.
ຄາດໝາຍສູ້ຊົນ: 1). ສ້າງຜູ້ພິພາກສາ, ພະນັກງານຂອງສານໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ-ຈັນຍາທໍາ, ສ້າງເປັນມືອາຊີບສະເພາະດ້ານ ເພື່ອຮັບປະກັນຄວາມສະຫງົບປອດໄພຢູ່ໃນການຈັດຕັ້ງຂອງສານ, ສ້າງຜູ້ພິພາກສາດີ-ເກັ່ງໃຫ້ໄດ້ຫຼາຍກວ່າ 85% ຂອງຈໍານວນຜູ້ພິພາກສາທີ່ໄດ້ຮັບການປະເມີນ; 2). ຂະຫຍາຍການຈັດຕັ້ງສານປະຊາຊົນເຂດໃຫ້ໄດ້ຢ່າງໜ້ອຍ 5 ແຫ່ງ, (ເຂດ 4 ແຂວງຈຳປາສັກ, ເຂດ 5 ແຂວງສະຫວັນນະເຂດ, ເຂດ 3 ແຂວງຄໍາມ່ວນ, ເຂດ 4 ແຂວງຫົວພັນ ແລະ ເຂດ 3 ແຂວງຫຼວງນໍ້າທາ) ປັບປຸງກົງຈັກການຈັດຕັ້ງພາຍໃນສານແຕ່ລະແຫ່ງໃຫ້ກະທັດຮັດ, ເປັນລະບົບຄົບຊຸດ, ໜັກແໜ້ນ ເຂັ້ມແຂງ, ສອດ ຄ່ອງກັບສະພາບຄວາມເປັນຈິງຂອງສານແຕ່ລະແຫ່ງ; 3). ສ້າງກົນໄກການບໍລິຫານຄະດີແບບໃໝ່ ເຮັດໃຫ້ມີຄວາມໂປ່ງໃສທຸກຂັ້ນຕອນໃນການດໍາເນີນຄະດີຢູ່ສານ ເພື່ອຮັບປະກັນໃຫ້ການພິຈາລະນາແກ້ໄຂຄະດີໃຫ້ມີຄວາມວ່ອງໄວບັນລຸຕາມມະຕິສະພາແຫ່ງຊາດກຳນົດ ຄື: ຄະດີແພ່ງ-ການຄ້າ 75% ຂຶ້ນໄປ, ຄະດີຄອບຄົວ-ເດັກ-ແຮງງານ ແລະ ປົກຄອງ 85% ຂຶ້ນໄປ ແລະ ຄະດີອາຍາ 90% ຂຶ້ນໄປ ທັງຮັບປະກັນຄຸນນະພາບ, ອັດຕາການຂໍອຸທອນແຕ່ລະປະເພດຄະດີບໍ່ໃຫ້ເກີນ 15% ແລະ ຄວາມພໍໃຈຂອງຄູ່ຄວາມຕໍ່ກັບການຕັດສິນ, ພິພາກສາ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ການຂໍລົບລ້າງຫຼຸດລົງໃນແຕ່ລະປີ; 4). ສ້າງ ແລະ ປັບປຸງກົດ ໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງ ສປສສ ໃຫ້ສຳເລັດ 4 ສະບັບ (ການດໍາເນີນຄະດີເດັກ, ຄ່າທໍານຽມສານ, ດໍາເນີນຄະດີປົກຄອງ ແລະ ກົດໝາຍວ່າດ້ວຍສານປະຊາຊົນ) ຕາມແຜນການສ້າງ ແລະ ປັບປຸງກົດໝາຍທີ່ສະພາແຫ່ງຊາດຮັບຮອງ ແລະ ອອກນິຕິກຳໃຕ້ກົດໝາຍໃຫ້ໄດ້ຢ່າງໜ້ອຍປີລະ 10 ສະບັບ; 5), ສືບຕໍ່ຄົ້ນຄວ້າກົນໄກການບໍລິຫານສານໃຫ້ມີຄຸນນະພາບ ແລະ ເຂົ້າສູ່ທັນສະໄໝ, ສ້າງພື້ນຖານໂຄງລ່າງຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ຮອງຮັບການປະຕິບັດພາລະບົດບາດຂອງອົງການຕຸລາການຕາມທີ່ກົດໝາຍກໍານົດໄວ້.
ຂ່າວ: ແສງຈັນ; ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ. ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນປີ 2026 ຜ່ານການຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບຂົງເຂດທະນາຄານ ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີການເກັບກູ້ເງິນທີ່ປ່ອຍເກີນທຶນຊັ້ນໜຶ່ງ, ເງິນທີ່ໄດ້ຈ່າຍແທນບໍລິສັດຈາກການຄໍ້າປະກັນສັນຍາ, ການມອບອາກອນມູນຄ່າເພີ່ມ, ອາ ກອນກຳໄລ, ການຕິດຕາມການປະຕິບັດເງື່ອນໄຂສັນຍາເງິນກູ້ຂອງທະນາຄານແຫ່ງ ສປປ ລາວ ແລະ ບັນຫາອື່ນໆ ລວມເປັນເງິນ 14,345.52 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ ຈໍານວນ 3,781.07 ຕື້ກີບ ເທົ່າກັບ 26.36% ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງຈໍານວນ 10,564.45 ຕື້ກີບ.
ຮສສ ເອົາໃຈໃສ່ຄຸ້ມຄອງການນຳເຂົ້າ-ສົ່ງອອກແຮງງານໄປຕ່າງປະເທດ

ຮສສ ເອົາໃຈໃສ່ຄຸ້ມຄອງການນຳເຂົ້າ-ສົ່ງອອກແຮງງານໄປຕ່າງປະເທດ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ຕິດພັນກັບຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນວຽກງານປະຈໍາປີ 2026, ບົດລາຍງານຜົນການກວດສອບປະຈໍາປີ 2026 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2027 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ກະຊວງສາທາລະນະສຸກ ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ປີ 2026 ເຫັນວ່າອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດມີຄວາມຄືບໜ້າຊ້າ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸ ຍ້ອນມາຈາກຫຼາຍສາເຫດ. ສະນັ້ນ, ກະຊວງສາທາລະນະສຸກ ກໍຄືຂະແໜງສາທາລະນະສຸກ ຈຶ່ງກຳນົດມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ.
ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ