5 ປີຜ່ານມາ ຂະແໜງທະນາຄານສາມາດບັນລຸຜົນສຳເລັດໃນຫຼາຍດ້ານ

5 ປີຜ່ານມາ ຂະແໜງທະນາຄານສາມາດບັນລຸຜົນສຳເລັດໃນຫຼາຍດ້ານ
ໂດຍ: ວັນເພັງ
    ໄລຍະ 5 ປີຜ່ານມາ, ທະນາຄານແຫ່ງ ສປປ ລາວ(ທຫລ) ໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າແລະໄດ້ລົງເລິກແຕ່ລະດ້ານເຮັດໃຫ້ວຽກງານໃນຂະແໜງທະນາຄານສາມາດບັນລຸຜົນສຳເລັດໃນຫຼາຍດ້ານ.
    ທ່ານນາງ ວັດທະນາດາລາລອຍຮອງຜູ້ວ່າການ ທຫລ ໄດ້ລາຍງານບົດສະຫຼຸບຜົນການເຄື່ອນໄຫວວຽກງານຂອງ ທຫລ ໄລຍະ 5 ປີ (2018-2023) ຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ທຫລ ຄົບຮອບ 55 ປີ (7 ຕຸລາ 1968-7 ຕຸລາ 2023) ເມື່ອບໍ່ດົນມານີ້ວ່າ:ຕະຫຼອດໄລຍະ 5 ປີຜ່ານມາ ທຫລ ໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ແລະ ໄດ້ລົງເລິກແຕ່ລະດ້ານ ໂດຍສະເພາະການປັບປຸງກໍ່ສ້າງຄຸນນະພາບຂອງພະນັກງານ, ຮັກສາສະຖຽນລະພາບທາງດ້ານການເງິນ, ການຄຸ້ມຄອງຄວາມໝັ້ນຄົງຂອງສະຖາບັນການເງິນ ແລະ ການພັດທະນາລະບົບເພື່ອຫັນເປັນທັນສະໄໝ ແລະ ວຽກງານປິ່ນອ້ອມດ້ານຕ່າງໆ ເພື່ອຮອງຮັບການປ່ຽນແປງທາງດ້ານເສດຖະກິດ-ການເງິນໃນແຕ່ລະໄລຍະ. ພ້ອມນັ້ນ, ໃນ 5ປີຜ່ານມາ ຂະແໜງທະນາຄານສາມາດບັນລຸໄດ້ໝາກຜົນສຳເລັດດັ່ງນີ້: ອັດຕາເງິນເຟີ້ສະເລ່ຍຮອດເດືອນ 8/2023 ຢູ່ໃນລະດັບ 25,88%; ປະລິມານເງິນ M2 ຮອດທ້າຍເດືອນ 8/2023 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນຢູ່ໃນລະດັບ39,29%ຖ້າທຽບໃສ່ທ້າຍປີ 2018 ແມ່ນຂະຫຍາຍຕົວໃນລະດັບ 8,37%;ອັດຕາແລກປ່ຽນຂອງລະບົບທະນາຄານສະເລ່ຍເດືອນ 8/2023ເງິນກີບທຽບເງິນໂດລາອ່ອນຄ່າ 11,28% ແລະ ເງິນກີບທຽບເງິນບາດອ່ອນຄ່າ 13,70%;ຍອດການລະດົມທຶນເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 7,96% ໃນເດືອນ 12/2018 ມາເປັນ 41,79% ໃນເດືອນ 8/2023 ຊຶ່ງກວມເອົາ 98,53% ຂອງ GDP; ຍອດເຫຼືອສິນເຊື່ອເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 2,77% ໃນເດືອນທັນວາ 2018 ມາເປັນ 28,86% ໃນເດືອນ 8/2023 ຊຶ່ງກວມເອົາ 63,10% ຂອງ GDP;ຍອດສະສົມການລະດົມທຶນຜ່ານການອອກຈຳໜ່າຍຮຸ້ນ, ຮຸ້ນກູ້ ແລະ ພັນທະບັດຜ່ານຕະຫຼາດທຶນລາວມີທັງໝົດ 37.873,17 ຕື້ກີບ ກວມເອົາ 17,83% ຂອງ GDP ປີ 2022;ຮອດທ້າຍເດືອນ 8/2023 ຄັງສໍາຮອງເງິນຕາຕ່າງປະເທດຢູ່ໃນລະດັບທີ່ສາມາດກຸ້ມການນໍາເຂົ້າໄດ້ເພີ່ມຂຶ້ນຈາກທີ່ສາມາດກຸ້ມການນຳເຂົ້າໄດ້ 3ເດືອນກວ່າໃນທ້າຍປີ 2018 ມາເປັນກຸ້ມການນຳເຂົ້າໄດ້ເກືອບ 4 ເດືອນໃນເດືອນ 8/2023;ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ຂອງທະນາຄານທຸລະກິດຫຼຸດລົງຈາກ 3,12% ໃນທ້າຍປີ 2018 ມາຢູ່ໃນລະດັບ 1,91% ໃນເດືອນ 8/2023 (ແຜນການບໍ່ເກີນ 3%)ປັດຈຸບັນພະນັກງານທົ່ວຂະແໜງທະນາຄານມີທັງໝົດ 4.406 ຄົນຍິງ 2.113 ຄົນ. ສະເພາະພະນັກງານທີ່ຢູ່ໃນ ທຫລມີ 1.438 ຄົນຍິງ 797 ຄົນແລະພະນັກງານທີ່ຢູ່ທະນາຄານທຸລະກິດມີປະມານ 2.968 ຄົນ.
ທ່ານນາງ ວັດທະນາດາລາລອຍກ່າວເນັ້ນຕື່ມວ່າ: ເຖິງວ່າຜົນງານທີ່ຂະແໜງທະນາຄານສາມາດຍາດມາໄດ້ຢ່າງໃຫຍ່ຫຼວງ ແຕ່ກໍຍັງມີສິ່ງທ້າທາຍໃນຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງແກ້ໄຂ ໂດຍສະເພາະການຊີ້ນຳ-ນຳພາວຽກງານວິຊາສະເພາະເປັນຕົ້ນ ສະພາບແວດລ້ອມສາກົນ ແລະ ພາກພື້ນທີ່ຍັງມີຄວາມຜັນແປໄປຢ່າງສັບສົນ ອັນເປັນປັດໄຈໜຶ່ງທີ່ກະທົບຕໍ່ການຮັກສາສະຖຽນລະພາບທາງດ້ານເສດຖະກິດຂອງ ສປປ ລາວ.ໃນໂອກາດນີ້, ທ່ານໄດ້ອວຍພອນໄຊອັນປະເສີດໃຫ້ການນຳພັກ-ລັດ ຈົ່ງມີພະລານາໄມສົມບູນແຂງແຮງມີຄວາມຜາສຸກໃນຊີວິດສ່ວນຕົວ-ຄອບຄົວ, ສືບຕໍ່ຊີ້ນຳໆພາວຽກງານທະນາຄານ ແລະ ປະເທດຊາດໃຫ້ກ້າວຂຶ້ນຕາມຈຸດໝາຍທີ່ກຳນົດໄວ້. ອວຍພອນໃຫ້ພະນັກງານບຳນານອາວຸໂສ, ພະນັກງານລັດຖະກອນຂອງຂະແໜງທະນາຄານຈົ່ງມີສຸຂະພາບແຂງແຮງມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເດີນທາງເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 31 ທັນວາ 2025, ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງຄົງເຊໂດນ, ໂດຍການຕ້ອນຮັບ ແລະ ນໍາພາຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ.
ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ພິທີ ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ1 ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເພີ່ມເຕີມ