5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ
ທ່ານ ກອງດາວັນ ວົງສາ ຫົວໜ້າຂະແໜງແຜນການ ພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໃຫ້ຮູ້ວ່າ: ໄລຍະ 5 ປີຜ່ານມາ (2020-2024) ແຂວງເຊກອງ ມີໂຄງການລົງທຶນເອກະຊົນ (FDI) ທັງໝົດ 37 ໂຄງການ,

ມູນຄ່າການລົງທຶນຕາມສັນຍາ 1,501 ລ້ານໂດລາ, ຢູ່ໃນຂັ້ນຕອນ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) 12 ໂຄງການ, ສັນຍາພັດທະນາໂຄງການ (PDA), 18 ໂຄງການ, ສັນຍາສໍາປະທານ (CA) 18 ໂຄງການ. ໃນນີ້, ໂຄງການລົງທຶນເອກະຊົນພາຍໃນ 21 ໂຄງການ, ມູນຄ່າການລົງທຶນ 517 ລ້ານໂດລາ, ກວມເອົາ 34.44%, ໂຄງການລົງທຶນເອກະຊົນພາຍໃນ 16 ໂຄງການ, ມູນຄ່າການລົງທຶນ 984 ລ້ານໂດລາ, ກວມເອົາ 65.56%; ໃນນັ້ນ, ເປັນການລົງທຶນຂອງ ສສ ຫວຽດນາມ 9 ໂຄງການ, ມູນຄ່າ 53 ລ້ານໂດລາ, ການລົງທຶນຂອງ ລາຊະອານາຈັກໄທ 5 ໂຄງການ, ມູນຄ່າ 930 ລ້ານໂດ ແລະ ສປ ຈີນ 2 ໂຄງການ. ການລົງທຶນໃນຂົງເຂດພະລັງງານໄຟຟ້າ ມີຈໍານວນ 15 ໂຄງການ, ກວມເອົາ 40.54%, ມີມູນຄ່າການລົງທຶນປະມານ 1,353 ລ້ານໂດລາ. ໃນນັ້ນ, ຂັ້ນສູນກາງອະນຸຍາດມີ 8 ໂຄງການ, ຂັ້ນແຂວງອະນຸຍາດມີ 7 ໂຄງການ ຢູ່ໃນຂັ້ນຕອນ MOU 6 ໂຄງການ, PDA 6 ໂຄງການ ແລະ ຂັ້ນຕອນ CA ມີ 3 ໂຄງການ; ຂົງເຂດບໍ່ແຮ່ ຈໍານວນ 9 ໂຄງການ, ກວມເອົາ 24.32%, ມີມູນຄ່າການລົງທຶນຕາມສັນຍາທັງໝົດ 106 ລ້ານໂດລາ, ຢູ່ໃນຂັ້ນຕອນ MOU 3 ໂຄງການ, ຂັ້ນຕອນ PDA 4 ໂຄງການ, ຂັ້ນຕອນ CA 2 ໂຄງການ; ຂົງເຂດກະສິກຳ-ປ່າໄມ້ ຈໍານວນ 9 ໂຄງການ, ກວມເອົາ 24,32%, ຂັ້ນຕອນ MOU 2 ໂຄງການ, PDA 5 ໂຄງການ ແລະ ຂັ້ນຕອນ CA 2 ໂຄງການ, ມີມູນຄ່າ 28 ລ້ານໂດລາສະຫະລັດ, ຂັ້ນສູນກາງອະນຸຍາດ 2 ໂຄງການ, ຂັ້ນແຂວງອະນຸຍາດ 7 ໂຄງການ; ຢູ່ໃນຂັ້ນຕອນ MOU 2 ໂຄງການ, ຂັ້ນຕອນ PDA 5 ໂຄງການ ແລະ ຂັ້ນຕອນ CA 2 ໂຄງການ; ຂົງເຂດບໍລິການ ແລະ ການທ່ອງທ່ຽວ ຈໍານວນ 4 ໂຄງການ ກວມເອົາ 10.81% (ຂັ້ນແຂວງອະນຸມັດທັງໝົດ) ຢູ່ໃນຂັ້ນຕອນ MOU 1 ໂຄງການ, PDA 3 ໂຄງການ ມູນຄ່າການລົງທຶນ 11 ລ້ານໂດລາສະຫະລັດ.

ທ່ານ ກອງດາວັນ ວົງສາ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການຕໍ່ໜ້າ ຈະສູ້ຊົນລະດົມການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 80-85% ຂອງການລົງທຶນທັງໝົດ ຫຼື ປະມານ 700-800 ຕື້ກີບຕໍ່ປີ ຫຼື ປະມານ 3,500 ຕື້ກີບ; ຈະສູ້ຊົນຊຸກຍູ້ໃຫ້ບັນດາໂຄງການທີ່ຢູໃນຂັ້ນຕອນ MOU ແລະ PDA ໃຫ້ໄດ້ກ້າວເຂົ້າສູ່ຂັ້ນຕອນ CA ໃຫ້ໄດ້ຢ່າງໜ້ອຍ 13 ໂຄງການ ແລະ ສູ້ຊົນດຶງດູດການລົງທຶນ ໃໝ່ໃຫ້ໄດ້ຢ່າງໜ້ອຍ 15 ໂຄງການ.

(ແຫຼ່ງຂ່າວ: ແຂວງເຊກອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຳມະນາວິທະຍາສາດ ແຜນພັດທະນາລະບົບສານປະຊາຊົນ

ສຳມະນາວິທະຍາສາດ ແຜນພັດທະນາລະບົບສານປະຊາຊົນ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຕໍ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V ຂຶ້ນໃນວັນທີ 24 ກໍລະກົດ ນີ້ ທີ່ ສປສສ, ພາຍໃຕ້ການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີບັນດາຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ສະມາຊິກພັກອາວຸໂສບໍານານນັກຄົ້ນຄວ້າປະລິນຍາເອກປະລິນຍາໂທ ເຂົ້າຮ່ວມ.
ຄໍາມ່ວນ ສຳມະນາວິທະຍາສາດ ປະກອບຄໍາເຫັນຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ຄໍາມ່ວນ ສຳມະນາວິທະຍາສາດ ປະກອບຄໍາເຫັນຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ສໍາມະນາວິທະຍາສາດ ປະກອບຄວາມຄິດເຫັນ ຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນ ວັນທີ 24 ກໍລະກົດນີ້ ທີ່ສະໂມສອນໃຫຍ່ຫຼັກ 4 ຂອງແຂວງ ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ມີບັນດາຄະນະປະຈໍາ, ກໍາມະການພັກແຂວງ ພ້ອມດ້ວຍ ພະນັກງານການນໍາ, ພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ເມືອງພຽງ ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບາງເຂດບ້ານ

ເມືອງພຽງ ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບາງເຂດບ້ານ

ຕໍ່ກັບສະພາບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນວັນທີ 23 ກໍລະກົດ 2025 ທີ່ເມືອງພຽງ ແຂວງໄຊຍະບູລີ, ອີງຕາມການເກັບກໍາຂໍ້ມູນເບື້ອງຕົ້ນຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຄັ້ງວັນທີ 23 ກໍລະກົດ 2025, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງພຽງ ໃນນາມກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 23 ກໍລະກົດຜ່ານມາ ໄດ້ມີຝົນຕົກໜັກຢ່າງຕໍ່ເນື່ອງເຮັດໃຫ້ເກີດມີນໍ້າຖ້ວມເຮືອນ, ທົ່ງນາ, ໜອງປາ, ສັດລ້ຽງ ແລະ ອື່ນໆ ຂອງປະຊາຊົນ ທີ່ສົ່ງຜົນກະທົບໃຫ້ຄອບຄົວຂອງປະຊາຊົນ ຈໍານວນ 22 ບ້ານ, ມີ 892 ຄອບຄົວ.
ບໍລິສັດໄຟຟ້າຫົງສາ ຈຳກັດ ມອບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ຢູ່ເມືອງເງິນ

ບໍລິສັດໄຟຟ້າຫົງສາ ຈຳກັດ ມອບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ຢູ່ເມືອງເງິນ

ຕອນບ່າຍຂອງວັນທີ 23 ກໍລະກົດນີ້ ຢູ່ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະນຳອົງການປົກຄອງເມືອງ ໄດ້ຕ້ອນຮັບ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມກັບທີມງານ, ໃນໂອກາດທີມາມອບເຄື່ອງຊ່ວຍເຫຼືອຜູ້ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງເງິນ.
ເຈົ້າແຂວງຄຳມ່ວນ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ

ເຈົ້າແຂວງຄຳມ່ວນ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ

ວັນທີ 23 ກໍລະກົດນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ ໂດຍມີທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄໍາ ພ້ອມຂະແໜງການກ່ຽວຂ້ອງຮ່ວມຕິດຕາມ.
ການນຳແຂວງຫຼວງພະບາງ ເລັ່ງແກ້ໄຂສະພາບຜົນກະທົບ ໄພພິບັດຢ່າງຮີບດ່ວນ

ການນຳແຂວງຫຼວງພະບາງ ເລັ່ງແກ້ໄຂສະພາບຜົນກະທົບ ໄພພິບັດຢ່າງຮີບດ່ວນ

ໃນລະຫວ່າງວັນທີ 22-23 ກໍລະກົດ 2025 ນີ້, ຢູ່ເມືອງນານ ແຂວງຫຼວງພະບາງ ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ສາຍນໍ້ານານ ແລະ ນໍ້າຫ້ວຍຫຼາຍສາຍ ມີປະລິມານເພີ່ມຂຶ້ນ ລົ້ນຝັ່ງຖ້ວມເຮືອນ ແລະ ພື້ນທີ່ການຜະລິດ ຂອງປະຊາຊົນ ສ້າງຄວາມເສຍຫາຍເປັນບໍລິເວນກວ້າງ
ຫົວໜ້າ ຄອສພ ລົງຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງບໍ​ລິ​ຄຳ​ໄຊ

ຫົວໜ້າ ຄອສພ ລົງຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງບໍ​ລິ​ຄຳ​ໄຊ

ໃນວັນທີ 23 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງ ພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມ ຄະນະໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ແລະ ຊຸກຍູ້ການກະກຽມປັບປຸງກົງຈັກການຈັດ ຕັ້ງຢູ່ແຂວງບໍລິ​ຄຳ​ໄຊ, ໂດຍໃຫ້ການຕ້ອນຮັບ ຂອງທ່ານ ສອນ​ທະ​ນູ ທຳ​ມະ​ວົງ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ​ລິ​ຄຳ​ໄຊ ແລະ ໄດ້ພົບປະເຮັດວຽກ ນຳຄະ ປະຈຳພັກແຂວງ, ຄະນະປັບປຸງກົງຈັກການຈັດຕັ້ງແຂວງ ແລະ ຄະນະໂຄສະນາອົບຮົມ ແຂວງ ທີ່ຫ້ອງວ່າການແຂວງບໍລິຄຳໄຊ.
ຮອງເຈົ້າແຂວງຊຽງຂວາງມອບເຄື່ອງບັນເທົາທຸກໃຫ້ເມືອງຄູນ

ຮອງເຈົ້າແຂວງຊຽງຂວາງມອບເຄື່ອງບັນເທົາທຸກໃຫ້ເມືອງຄູນ

ວັນທີ 23 ກໍລະກົດນີ້, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍພະແນກການ, ຄະນະກຳມະການຄຸ້ມຄອງໄພພິບັດຂັນແຂວງ ແລະ ເມືອງ ໄດ້ລົງກວດກາຜົນກະທົບຈາກໄພພິບັດນ້ຳຖ້ວມຊຸ ຢູ່ເມືອງຄູນ ແຂວງຊຽງຂວາງ ໄດ້ເຮັດໃຫ້ນ້ຳໄຫຼເຂົ້າເຮືອນຊານຂອງປະຊາຊົນ, ເຮືອນຖືກນ້ຳຊຸໄຫຼເປ່ເພ, ເຂົ້ານາ, ເຄື່ອປູກ, ສັດລ້ຽງ ເສຍຫາຍ, ເສັ້ນທາງເປ່ເພ, ດິນເຊາະເຈື່ອນຖົມທາງເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກຢູ່ເຂດເທສະບານເມືອງຄູນ ມີ 4 ບ້ານ ໄດ້ຮັບຜົນກະທົບທີ່ຢູ່ອາໄສມີ: ບ້ານສີພົມ, ເພຍວັດ, ນາສີ ແລະ ບ້ານໂພນແຍງ, ມີ 84 ຫຼັງຄາເຮືອນ, ມີ 582 ຄົນ ຊຶ່ງໄດ້ຍ້າຍໄປທີ່ປອດໄພແລ້ວ.
ແມ່ຍິງ ຫສນຍ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ຫສນຍ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ໃນວັນທີ 22 ກໍລະກົດ ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ພາຍ ໃຕ້ຄໍາຂວັນ ‘‘70 ປີ ມີໄຊ ເຕີບໃຫຍ່ເຂັ້ມແຂງພັດທະນາແມ່ຍິງກ້າວໄກ ທັນສະໄໝ” ໂດຍການໃຫ້ກຽດ ເຂົ້າຮ່ວມຂອງສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ຫົວໜ້າ ຫສນຍ;ສະຫາຍ ນາງອາລີ ວົງໝໍ່ບຸນທຳ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ບັນດາສະຫາຍເລຂາໜ່ວຍພັກຮາກຖານ, ຄະນະບໍລິຫານງານສະຫະພັນກຳມະບານ, ຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍພັນລະຍາການນຳ, ພະນັກງານການນຳອາວຸໂສບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນ ຫສນຍ.
ສນຊ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກສະມາຄົມ ສາມັກຄີເພື່ອຄວາມດີ

ສນຊ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກສະມາຄົມ ສາມັກຄີເພື່ອຄວາມດີ

ວັນທີ 22 ກໍລະກົດ ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຮັບເຄື່ອງຊ່ວຍເຫຼືອຈາກສະມາຄົມສາມັກຄີເພື່ອຄວາມດີ ມູນຄ່າ 25 ລ້ານກີບ ກ່າວມອບໂດຍທ່ານ ນາງ ຈັນສຸດາ ໄຊຍະພອນ ປະທານສະມາຄົມສາມັກຄີເພື່ອຄວາມດີ ແລະ ກ່າວຮັບໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ບົວວອນ ອ່ອນຈັນຫອມ ຮອງປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ