![]() |
ກອງປະຊຸມດັ່ງກ່າວ, ທ່ານ ນາງ ອານຸສອນ ຄໍາສິງສະຫວັດ ໄດ້ກ່າວວ່າ:ຈຸດປະສົງຫຼັກຂອງກອງປະຊຸມ ເພື່ອນໍາສະເໜີແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບລະບົບການບໍລິການຈັດຫາງານພາຍໃນຄວາມຕ້ອງການແຮງງານສະພາບບັນຫາ ແລະ ສິ່ງທ້າທາຍ ເພື່ອຮ່ວມກັນຊອກຫາທາງອອກໃນການແກ້ໄຂບັນຫາແຮງງານຢ່າງມີປະສິດທິພາບ.
ພ້ອມນີ້,ທ່ານຍັງໄດ້ຍົກໃຫ້ເຫັນເຖິງສະພາບການປ່ຽນແປງທາງດ້ານເສດຖະກິດ-ສັງຄົມ,ການຂະຫຍາຍຕົວຢ່າງໄວວາຂອງເຕັກໂນໂລຊີ ແລະ ນະວັດຕະກຳຂໍ້ມູນ-ຂ່າວສານຕະຫຼາດແຮງງານຜົນກະທົບຈາກພະຍາດລະບາດໄພທໍາມະຊາດ ແລະ ໂດຍສະເພາະແມ່ນສະພາບໄພເງິນເຟີ້ທີ່ສູງຂຶ້ນຢ່າງຕໍ່ເນື່ອງ ຊຶ່ງສົ່ງຜົນໃຫ້ຄ່າຄອງຊີບຖີບຕົວສູງຂຶ້ນ.ເຫດການເຫຼົ່ານີ້ໄດ້ສົ່ງກະທົບໂດຍກົງຕໍ່ການດໍາລົງຊີວິດຂອງພົນລະເມືອງລາວ, ການມີວຽກເຮັດງານທໍາ ຊຶ່ງລວມເຖິງບັນດາຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ທົ່ວປະເທດ.
ຍ້ອນສະພາບຄວາມຈໍາເປັນດັ່ງກ່າວ, ວຽກງານການຈັດຫາງານ ຈຶ່ງມີຄວາມສຳຄັນຢ່າງຍິ່ງ ທີ່ຈະຕ້ອງໄດ້ກຳນົດນະໂຍບາຍ ແລະ ກົນໄກໃນການດັດສົມມະຫາພາກດ້ານແຮງງານ ລະຫວ່າງ ຄວາມຕ້ອງການ ແລະ ການສະໜອງແຮງງານ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຫົວໜ່ວຍແຮງງານ ແລະ ໂຄງການລົງທຶນພາຍໃນປະເທດ ເພື່ອໃຫ້ທັນກັບສະພາບການປ່ຽນແປງ.
![]() |
ຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດຕັ້ງປະຕິບັດວຽກງານການຈັດຫາງານຢ່າງເປັນລະບົບຄົບຊຸດ ໂດຍອີງໃສ່ນະໂຍບາຍ ແລະ ນິຕິກຳ ທີ່ໄດ້ສ້າງຂຶ້ນ ຊຶ່ງສາມາດບັນລຸຜົນສຳເລັດຕາມຄາດໝາຍໃນຫຼາຍດ້ານ ເຊັ່ນ:ການສ້າງຄວາມເຂັ້ມແຂງໃຫ້ວຽກງານການບໍລິການຈັດຫາງານ; ການບໍລິການຜູ້ຊອກວຽກເຮັດງານທໍາ ແລະ ຫົວໜ່ວຍແຮງງານ ເພື່ອນໍາໃຊ້ລະບົບບໍລິການອອນລາຍ ແລະ ການຈັດຫາງານ; ການຈັດງານນັດພົບແຮງງານ ແລະ ກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງ.
ກອງປະຊຸມຍັງໄດ້ຊີ້ໃຫ້ເຫັນຂໍ້ຈໍາກັດວ່າ: ຜ່ານການຈັດຕັ້ງປະຕິບັດໃນໄລຍະ 3 ປີ ຜ່ານມາ, ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ແມ່ນຍັງບໍ່ທັນດີເທົ່າທີ່ຄວນ. ລະບົບການບໍລິການຈັດຫາງານອອນລາຍຂອງພາກລັດ ທີ່ໄດ້ລົງທຶນສ້າງຂຶ້ນນັ້ນ ຍັງບໍ່ທັນເປັນທີ່ຮັບຮູ້ຢ່າງກວ້າງຂວາງ ຫຼື ບໍ່ໄດ້ຮັບຄວາມສົນໃຈເທົ່າທີ່ຄວນ. ເຮັດໃຫ້ຂາດຂໍ້ມູນຄວາມຕ້ອງການແຮງງານທີ່ຊັດເຈນ ແລະ ສອດຄ່ອງກັບຄວາມເປັນຈິງ. ສົ່ງຜົນໃຫ້ເກີດຂໍ້ຫຍຸ້ງຍາກໃນການຈັບຄູ່ຜູ້ຊອກວຽກກັບຕໍາແໜ່ງງານວ່າງ, ບໍ່ສາມາດດັດສົມຄວາມຕ້ອງການ-ການສະໜອງ, ແລະ ບໍ່ສາມາດພັດທະນາແຮງງານໃຫ້ກົງກັບຄວາມຕ້ອງການທີ່ແທ້ຈິງຂອງຕະຫຼາດໄດ້.
ໃນຕອນທ້າຍ, ທ່ານ ນາງ ອານຸສອນ ຄໍາສິງສະຫວັດ ໄດ້ຮຽກຮ້ອງໃຫ້ຜູ້ຮ່ວມກອງປະຊຸມ, ຈົ່ງພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ, ນໍາໃຊ້ຄວາມຮູ້, ຄວາມສາມາດ ແລະ ປະສົບການ ເພື່ອຮ່ວມກັນຊອກຫາທາງອອກ, ສ້າງໃຫ້ວຽກງານຈັດຫາງານມີຄວາມໝັ້ນຄົງ, ຍືນຍົງແລະ ສາມາດແກ້ໄຂບັນຫາແຮງງານດຶງດູດແຮງງານສ້າງແຮງຈູງໃຈໃຫ້ກັບແຮງງານ ໃນໄລຍະສັ້ນ ແລະ ໄລຍະຍາວ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ຢ່າງມີຜົນສຳເລັດ.
(ຂ່າວສານຮສສ)


ຄໍາເຫັນ