![]() |
ເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ, ໄລຍະເສັ້ນທາງບໍລິຄຳໄຊ-ແທງຖູຍມີຄວາມຍາວປະມານ 203.8 ກິໂລແມັດ,ຜ່ານ 4 ເມືອງຄື: ເມືອງ ປາກຊັນ ໄລຍທາງ 28 ກິໂລແມັດ ມີ 10 ບ້ານ,ຜ່ານເມືອງ ບໍລິຄັນ51 ກິໂລແມັດ,ວຽງທອງ 56 ກິໂລແມັດ ແລະ ເມືອງ ໄຊຈໍາພອນ68.8 ກິໂລແມັດ.ສຳລັບເສັ້ນທາງຜ່ານຕາແສງ ບົວຽງຄຳມີຄວາມຍາວ 18 ກິໂລແມັດຜ່ານ 7 ບ້ານຄື: ບ້ານ ບົວແວງຄຳ,ປັດຊຸມ,ໂນນອຸດົມ,ນາດີ,ສົມສະຫວາດ,ນາຂາມ ແລະ ບ້ານຄຳບອນ.
ສຳລັບຮ່າງນິຕິກຳສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດຢ່າງລະອຽດໃນການກຳນົດທົດແທນຄ່າເສຍຫາຍດັ່ງກ່າວ,ກຳນົດອັດຕາຄິດໄລ່ລາຄາຫົວໜ່ວຍທົດແທນແຍກຕາມປະເພດທີ່ດິນ(ດິນປຸກສ້າງ, ນາເຟືອງ, ດິນສວນ, ນາເຮື້ອ ແລະ ດິນເປົ່າຫວ່າງຕາມທີ່ຕັ້ງ ແລະ ເອກະສານສິດນໍາໃຊ້ທີ່ດິນຂອງ 4 ເມືອງຢ່າງຈະແຈ້ງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລັດ,ຮ່າງນິຕິກຳຍັງໄດ້ກຳນົດຂໍ້ຫ້າມ, ອົງການຄຸ້ມຄອງ, ອົງການກວດກາຕະຫຼອດຮອດມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດເພື່ອໃຫ້ການດຳເນີນໂຄງການທາງດ່ວນສາຍນີ້ສໍາເລັດຕາມແຜນການ ແລະ ເກີດຜົນປະໂຫຍດສູງສຸດ.
ຈຸດປະສົງຂອງການເຜີຍແຜ່ຮ່າງນິກຳເພື່ອໃຫ້ປະຊາຊົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຮັບຮູ້-ເຂົ້າໃຈ ກ່ຽວກັບແຜນພັດທະນາໂຄງການ,ສະແດງຄວາມຄິດເຫັນ ໃນການແກ້ໄຂບັນຫາຕ່າງໆ,ສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບ ເພື່ອນຳສະເໜີສະພາຄົ້ນຄວ້າພິຈາລະນາຮັບຮອງ,ເພື່ອເປັນບ່ອນອີງໃຫ້ໂຄງການດຳເນີນໄປຢ່າງມີປະສິດທິຜົນ,ມີຄວາມສອດຄ່ອງ, ຖືກຕ້ອງຕາມກົດໝາຍ, ມີຄວາມໂປ່ງໃສ, ຍຸຕິທຳ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຂວງບໍລິຄຳໄຊ.
ຂ່າວ: ສາຍສະໝອນ

ຄໍາເຫັນ