9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ
ຕາມການລາຍງານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ ຕໍ່ກອງປະຊຸມຄະນະກໍາມະການປົກຄອງເມືອງປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ຊຶ່ງຈັດຂຶ້ນໃນວັນທີ 25 ກັນຍາຜ່ານມາ, ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
9 ເດອນ ເມອງເງນ ສາມາດເກບລາຍຮບເຂາງບປະມານໄດທງໝດ 6.29 ຕກບ - image 1
 

ທ່ານ ອຸ່ນຄໍາ ອຸບົນສັກ ໃຫ້ຮູ້ວ່າ: ໃນໄລຍະ 9 ເດືອນຜ່ານມາ, ເມືອງເງິນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ ເທົ່າກັບ 76.39% ຂອງແຜນການປີ; ດ້ານລາຍຈ່າຍປະຕິບັດໄດ້ 2.2 ຕື້ກີບ ເທົ່າກັບ 59.91% ຂອງແຜນການປີ. ເອົາຂໍ້ມູນຕອນດິນເຂົ້າລະບົບທັນສະໄໝ (LTMS) ໄດ້ 9,553 ຕອນ (ປັກໝຸດ 9,553 ຕອນ). ໂຄງການລົງທຶນພັດທະນາທັງໝົດ 52 ໂຄງການມູນຄ່າ 119.77 ຕື້ກີບ (ຊໍາລະແລ້ວ 42.45 ຕື້ກີບ, ໜີ້ຄ້າງຈ່າຍ 77.32 ຕື້ກີບ, ສຳເລັດໜ້າວຽກ 89.12%), ໃນນັ້ນມີ 13 ໂຄງການໄດ້ຮັບອະນຸມັດທຶນປີ 2026 ມູນຄ່າ 5.03 ຕື້ກີບ. ຊຸກຍູ້ສົ່ງເສີມການຜະລິດ ແລະ ຈຳໜ່າຍອຸດ ສາຫະກຳປຸງແຕ່ງ ແລະ ຫັດຖະກຳແຜ່ນແພ ລວມມູນຄ່າ 9,7 ຕື້ກີບ, ການຈໍລະຈອນສິນຄ້າຜ່ານດ່ານສາ ກົນນ້ຳເງິນບັນລຸ 175.10 ລ້ານໂດລາ (ນຳເຂົ້າ 170.57 ລ້ານໂດລາ, ສົ່ງອອກ 4.53 ລ້ານໂດລາ), ສົ່ງ ເສີມສິນຄ້າ OTOP ແລະ ຊາຂີງ, ຊາຂີ້ໜິ້ນມູນຄ່າ 304.89 ລ້ານກີບ. ຕິດຕາມກອງທຶນພັດທະນາຂັ້ນບ້ານ, ທະນາຄານບ້ານມີເງິນ 34.49 ຕື້ກີບ. ຕິດຕາມຊຸກຍູ້ໂຄງການກໍ່ສ້າງ-ສ້ອມແປງເສັ້ນທາງ ແລະ ພື້ນ ຖານໂຄງລ່າງພາຍໃນເມືອງໃຫ້ໄປຕາມເຕັກນິກ ແລະ ສັນຍາເຊັ່ນ: ໂຄງການກໍ່ສ້າງທາງປາກແຄນ-ຫ້ວຍເງີຍ, ທາງບ້ານທອງ-ປາງບົງ ປະຕິບັດໄດ້ 82%; ໂຄງການປັບປຸງ ແລະ ສ້ອມແປງດ່ານສາກົນນ້ຳເງິນປະຕິບັດໄດ້ 66%; ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນບ້ານຂອນ ແລະ ບ້ານນໍ້າເງິນ ປະຕິບັດໄດ້ 47.55%; ໂຄງການກໍ່ສ້າງທາງບ້ານນໍ້າທົນ ແລະ ນໍ້າວັນ ປະຕິບັດໄດ້ 34%; ໂຄງການກໍ່ສ້າງເສັ້ນທາງບ້ານກາງ ແລະ ທາງເວັ້ນຕົວເມືອງເຂດບ້ານບີໝີສໍາເລັດ 39%; ໂຄງການກໍ່ສ້າງທາງບ້ານນໍ້າເງິນ ປະຕິບັດໄດ້ 32%; ໂຄງການກໍ່ສ້າງຕ້ານເຈື່ອນບ້ານແກ້ວດອນຄູນສໍາເລັດ 90%; ໂຄງການກໍ່ສ້າງທາງປູເບຕົງບ້ານແກ້ວດອນຄູນ ແລະ ບ້ານຫຼວງມີໄຊສຳເລັດ 100%; ແລະ ໂຄງການກໍ່ສ້າງຫໍພັກ ພະນັກງານຂອງໂຄງການກໍ່ ສ້າງເຂື່ອນໄຟຟ້ານໍ້າຂອງປາກແບງ ປະຕິບັດໄດ້ 35% ແລະ ວຽກງານອື່ນໆ ໄດ້ຮັບການປັບປຸງ-ຂະຫຍາຍ ຕົວຢ່າງເປັນລະບົບຕໍ່ເນື່ອງ. ໂດຍ: ອິນແປງ ແຫວນຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ