![]() |
ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ ເພື່ອທົບທວນ, ຕີລາຄາການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026ເຖິງແມ່ນວ່າພວກເຮົາຈະປະເຊີນກັບທຸກສິ່ງທ້າທາຍ, ແຕ່ພາຍໃຕ້ ການນໍາພາຢ່າງໃກ້ຊິດ, ແຂວງວຽງຈັນກໍສາມາດຈັດຕັ້ງປະຕິບັດແຜນການ, ວາງມາດຕະການ ແລະ ບັນລຸຜົນສໍາເລັດໃນຫຼາຍດ້ານ.”
ຕະຫຼອດໄລຍະ 9 ເດືອນທີ່ຜ່ານມາ, ຄະນະບໍລິຫານງານພັກແຂວງ ໄດ້ສຸມໃສ່ ຜັນຂະຫຍາຍແນວທາງຂອງພັກ ເຂົ້າສູ່ການປະຕິບັດຕົວຈິງ, ສາມາດຈໍາແນກ, ມອບໝາຍວຽກງານ, ແບ່ງຄວາມຮັບຜິດຊອບ ແລະ ຊີ້ນໍາ-ນໍາພາຢ່າງທົ່ວເຖິງ. ຄຽງຄູ່ກັນນັ້ນ, ກອງປະຊຸມຍັງໄດ້ສຸມໃສ່ທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານສໍາຄັນຕ່າງໆ ເຊັ່ນ: ການກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ (ວຽກງານ 3 ສ້າງ 2021-2025)ແລະ ວຽກງານການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ.
![]() |
ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງ, ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ ບົດລາຍງານການນໍາພາ-ຊີ້ນໍາຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໄລຍະ 9 ເດືອນ ແລະ ທິດທາງ 3 ເດືອນທ້າຍປີ 2026;ບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ-ລັດ ໄລຍະ 9 ເດືອນຜ່ານມາ ແລະ ທິດທາງ 3 ເດືອນທ້າຍປີ 2026;ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຂອງແຂວງວຽງຈັນ ໄລຍະ 5ປີ (2026-2030) ແລະ ຫົວຂໍ້ອື່ນໆອີກຈຳນວນໜຶ່ງ.
ສະຫາຍ ເລຂາພັກແຂວງວຽງຈັນໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ຄະນະປະຈໍາ, ກໍາາມະການພັກແຂວງ ແລະ ຜູ້ເຂົ້າຮ່ວມທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ, ເປີດກວ້າງປະຊາທິປະໄຕ, ຄົ້ນຄວ້າ ແລະ ແລກປ່ຽນຄໍາຄິດ-ຄໍາເຫັນຢ່າງເລິກເຊິ່ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ເຕັມໄປດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນອຸດົມສົມບູນ, ສ້າງຄວາມເປັນເອກະພາບ ແລະ ສາມາດນໍາເອົາມະຕິກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທໍາຢ່າງແທ້ຈິງ.
ຂ່າວ: ແຂວງວຽງຈັນ


ຄໍາເຫັນ