ການນໍາຂັ້ນສູງລາວໂອ້ລົມກັບພີ່ນ້ອງຄົນເຊື້ອຊາດລາວຢູ່ອາເມຣິກາ ແລະ ການາດາ

ການນໍາຂັ້ນສູງລາວໂອ້ລົມກັບພີ່ນ້ອງຄົນເຊື້ອຊາດລາວຢູ່ອາເມຣິກາ ແລະ ການາດາ

ການນໍາຂັ້ນສູງລາວໂອ້ລົມກັບພີ່ນ້ອງຄົນເຊື້ອຊາດລາວຢູ່ອາເມຣິກາ ແລະ ການາດາ
ໃນໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວໍຊິງຕັນ ດີຊີສະຫະລັດ ອາເມຣິກາ, ໃນວັນທີ 19 ກັນຍາຜ່ານມາພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປລາວ ໄດ້ເຂົ້າຮ່ວມງານພົບປະໂອ້ລົມ ພີ່ນ້ອງຄົນເຊື້ອຊາດລາວ ທີ່ເດີນທາງມາຈາກບັນດາລັດໃນອາເມຣິກາ ແລະ ການາດາ, ຈໍານວນລວມທັງໝົດ 200 ກວ່າທ່ານ, ມີທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຜູ້ຕາງໜ້າຖາວອນ ສປປລາວ ປະຈໍາ ອົງການສະຫະປະຊາຊາດ ທີ່ ນິວຢອກ, ທ່ານເອກອັກຄະລັດຖະທູດ ສປປລາວປະຈໍາອາເມຣິກາ ແລະ ການາດາ, ທ່ານຫົວໜ້າກົມພົວພັນຄົນເຊື້ອຊາດລາວກະຊວງການຕ່າງປະເທດ, ທ່ານກໍາມະການສູນກາງແນວລາວສ້າງຊາດ ທີ່ ສະຫະລັດອາເມຣິກາ, ທ່ານປະທານສະມາຄົມຮັກບ້ານເກີດ (HBK) ພ້ອມຄະນະ, ທ່ານປະທານສະຫະພັນບານເຕະລາວອາເມຣິກາເໜືອ (NALSF) ພ້ອມຄະນະ, ບັນດາທ່ານປະທານສະມາຄົມ ແລະ ມູນນິທິຕ່າງໆຂອງຄົນເຊື້ອຊາດລາວ ທີ່ອາເມຣິກາ ແລະ ການາດາ ກໍໄດ້ເຂົ້າໃນງານພົບປະດັ່ງກ່າວ.

 

ການນາຂນສງລາວໂອລມກບພນອງຄນເຊອຊາດລາວຢອາເມຣກາ ແລະ ການາດາ - image 1
 

ໃນພິທີ ທ່ານ ພູໂຂງ ສີສຸລາດເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ອາເມຣິກາ ແລະການາດາ ໄດ້ກ່າວຕ້ອນຮັບອັນອົບອຸ່ນຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ມາຮ່ວມ ພ້ອມທັງຍົກໃຫ້ເຫັນຈຸດປະສົງ ແລະ ຄວາມສໍາຄັນຂອງງານພົບປະໃນຄັ້ງນີ້. ໃນພິທີທີ່ມີຄວາມໝາຍສໍາຄັນດັ່ງກ່າວ, ພີ່ນ້ອງຄົນເຊື້ອຊາດລາວ ໄດ້ຮັບຟັງການໂອ້ລົມຂອງພະນະທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປລາວ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດເປັນກ້າວໆມາຂອງການພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ, ບັນດາຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະເພາະຄວາມຄືບໜ້າທີ່ໜັກແໜ້ນໃນຄວາມພະຍາຍາມຂອງລັດຖະບານລາວເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນເຖິງຄວາມເອົາໃຈໃສ່ ແລະ ນະໂຍບາຍທີ່ເອື້ອອໍານວຍຂອງລັດຖະບານລາວ ທີ່ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດເວົ້າລວມ, ເວົ້າສະເພາະ ຢູ່ສະຫະລັດອາເມຣິກາ ແລະ ການາດາ.

ໃນໂອກາດດັ່ງກ່າວ ພີ່ນ້ອງຄົນເຊື້ອຊາດລາວທີ່ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ສົນທະນາໃນບາງບັນຫາທີ່ຕົນເອງມີຄວາມສົນໃຈ ຮ່ວມກັບທ່ານຮອງນາຍົກລັດຖະມົນຕີ ອັນໄດ້ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈເປັນຢ່າງດີ ຕໍ່ກັບນະໂຍບາຍຂອງລັດຖະບານລາວທີ່ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ.ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືວ່າພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດເປັນສ່ວນໜຶ່ງທີ່ບໍ່ຕັດແຍກອອກຈາກວົງຄະນະຍາດແຫ່ງຊາດລາວ, ເປັນກຳລັງແຮງໃນການປະກອບສ່ວນສ້າງສາພັດທະນາປະເທດຊາດ ໂດຍທາງກົງ ຫຼື ທາງອ້ອມ ຕາມສະພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງເຂົາເຈົ້າ. ທ່ານ ຮອງນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊິວິດຢູ່ ອາເມຣິກາ ແລະ ການາດາ ທີ່ຍາມໃດກໍມີນໍ້າໃຈອັນສູງສົ່ງຕໍ່ຄວາມເປັນລາວ, ຄວາມຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ, ອະນຸລັກຮັກສາ ແລະ ສືບສານຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງລາວຢູ່ຊຸມຊົນ ກໍຄື ໃນປະເທດທີ່ຕົນຢູ່ອາໄສ, ມີບົດບາດ ແລະ ສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບ ອາເມຣິກາ ແລະ ລະຫວ່າງ ສປປ ລາວ ກັບ ການາດາ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວລວມທັງຄົນຮຸ່ນໃໝ່ຈົ່ງອ່ວຍໜ້າໄປຫາປະເທດຊາດ, ໄປຢ້ຽມຢາມບ້ານເກີດເມືອງນອນ ຂອງຕົນ, ຂອງພໍ່ແມ່, ປູ່ຍ່າຕາຍາຍ, ໄປທ່ອງທ່ຽວ, ເຮັດທຸລະກິດ, ຄ້າຂາຍ, ເຮັດໂຄງການພັດທະນາ, ຊ່ວຍເຫຼືອ, ຫຼື ກັບຄືນໄປຢູ່ລາວແບບຖາວອນ ເມື່ອຮອດອາຍຸກະສຽນບໍານານໂດຍນໍາເອົາຄວາມຮູ້ ແລະ ປະສົບການ, ເຕັກນິກວິຊາການ ໄປປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີໄດ້ຕີລາຄາສູງຕໍ່ພີ່ນ້ອງເຊື້ອຊາດລາວທີ່ໄດ້ຍາມໃດກໍສະແດງອອກຢ່າງແຮງກ້າເຖິງຄວາມສະໝານສາມັກຄີ, ຄວາມເປັນປຶກແຜ່ນຂອງຄົນເຊື້ອຊາດລາວບັນດາເຜົ່າໃນອາເມຣິກາ ກໍຄື ນໍ້າໃຈອັນສູງສົ່ງຂອງຄົນລາວດ້ວຍຄວາມຮັກແພງ ແລະ ຈິງໃຈ ໃນການຕ້ອນຮັບທີມເຕະບານເຍົາວະຊົນລາວ W.I.G NAGA ທີ່ມາແຂ່ງຂັນລະດັບສາກົນຢູ່ສະຫະລັດອາເມຣິກາດ້ວຍຜົນສໍາເລັດຢ່າງຈົບງາມ.ໃນຕອນທ້າຍທ່ານຮອງນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວບັນດາເຜົ່າທຸກຖ້ວນໜ້າ ສືບຕໍ່ປົກປັກຮັກສາຮີດຄອງປະເພນີ-ວັດທະນະທຳຂອງລາວ ແລະ ຂອງຊົນເຜົ່າ ພ້ອມຈິດພ້ອມໃຈເປັນນໍ້າໜຶ່ງໃຈດຽວກັນ ໃນການສົ່ງເສີມເອກະລັກຄວາມເປັນລາວ ອັນມີກຽດສະຫງ່າໃນປະເທດທີ່ຕົນດໍາລົງຊີວິດຢູ່.

ການນາຂນສງລາວໂອລມກບພນອງຄນເຊອຊາດລາວຢອາເມຣກາ ແລະ ການາດາ - image 2
 

ພາຍຫຼັງການໂອ້ລົມ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ກໍໄດ້ຮັບປະທານອາຫານຄໍ່າຮ່ວມກັບພີ່ນ້ອງຄົນເຊື້ອຊາດລາວ ດ້ວຍບັນຍາກາດອັນສະໜິດສະໜົມ ແລະ ເປັນກັນເອງ ໄປພ້ອມໆກັບຊົມການສະແດງສິລະປະວັດທະນະທໍາຂອງລູກຫຼານລາວ ທີ່ເດີນທາງມາຈາກ ເມືອງໂລແວວ, ລັດແມັດຊາຈູເຊັດ ດ້ວຍຄວາມເບີກບານມ່ວນຊື່ນ, ພີ່ນ້ອງຄົນເຊື້ອຊາດລາວທີ່ເຂົ້າຮ່ວມມີຄວາມດີອົກດີໃຈ ທີ່ໄດ້ມີໂອກາດພົບປະໂອ້ລົມກັບການນຳຂັ້ນສູງຂອງ ສປປ ລາວ ແບບໃກ້ຊິດຕິດແທດກັບທຸກຊັ້ນຄົນ.

ຂ່າວ: ກຕທ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ