ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ
ໃນວັນທີ 24 ກັນຍານີ້ ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ຊຶ່ງຈະຈັດຂຶ້ນໃນເດືອນຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງຮອງລັດຖະມົນຕີຮອງປະທານ ຄລທ ຜູ້ປະຈໍາການປະທານຄະນະກໍາມະການປະສານງານ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ໂດຍມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ແຂວງຫຼວງນໍ້າທາ ເຂົ້າຮ່ວມແບບຊ້ອງໜ້າ ແລະ ຜ່ານລະບົບທາງໄກ.
ກອງປະຊມຄະນະກຳມະການປະສານງານຮວມ ເຂດຮວມມເສດຖະກດບເຕນ - ບຫານ - image 1
 

 

ຈຸດປະສົງຂອງກອງປະຊຸມເພື່ອການຜັນຂະຫຍາຍຂໍ້ຕົກລົງ ຂອງທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ປະທານ ຄລທ ວ່າດ້ວຍການແຕ່ງຕັ້ງຄະນະປະສານງານຮ່ວມ, ຄະນະກໍາມະການດໍາເນີນງານຮ່ວມ ແລະ ກອງເລຂາຊ່ວຍວຽກ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ສະບັບເລກທີ 044/ຄລທ, ລົງວັນທີ 7 ກັນຍາ 2026 ຊຶ່ງໄດ້ປັບປຸງຄືນຄະນະພາຍຫຼັງທີ່ໄດ້ປັບປຸງກົງຈັກ. ກອງປະຊຸມຄະນະກໍາມະການປະສານງານຮ່ວມໃນຄັ້ງນີ້ ມີຄວາມສໍາຄັນຫຼາຍ ເພື່ອທົບທວນຄືນ ແລະ ປຶກສາຫາລືແລກປ່ຽນຄໍາຄິດເຫັນ ກ່ອນຈະກ້າວໄປສູ່ການປຶກສາຫາລືຮ່ວມກັບຝ່າຍຈີນ ຢູ່ເຂດບໍ່ຫານ ຂອງ ສປ ຈີນ.ນັບແຕ່ ລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ເຊັນລົງນາມໃນ “ຂອບແຜນຮ່ວມມື ຮ່ວມກັນໃນວັນທີ 31 ສິງຫາ 2015”, ແຕ່ລະຝ່າຍໄດ້ສ້າງກົນໄກການປະສານງານລະດັບຕ່າງໆ, ຄະນະກໍາມະການປະຕິບັດງານຝ່າຍລາວກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂອງຕົນ ຊຶ່ງປະກອບດ້ວຍບຸກຄະລາກອນຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການສ້າງເຂດຮ່ວມມືໃຫ້ເກີດດອກອອກຜົນ ລວມທັງການປະຊຸມປຶກສາຫາລືກັບຝ່າຍຈີນຢ່າງເປັນປົກກະຕິ ເພື່ອພ້ອມກັນຊຸກຍູ້ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ໃຫ້ໄດ້ຮັບການພັດທະນາ.

ໃນວັນທີ 12 ຕຸລາ 2024 ລັດຖະບານສອງຝ່າຍ ໄດ້ຕົກລົງເຊັນສັນຍາຂອບແຜນຮ່ວມມືໃນການສ້າງເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ (ສະບັບດັດແກ້) ແລະ ໄດ້ປັບປຸງບາງມາດຕາ ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງ ໃນປັດຈຸບັນ,ໃນນັ້ນໄດ້ປັບປຸງເນື້ອທີ່ລວມທັງໝົດຈາກເດີມ 2,123 ເຮັກຕາ ມາເປັນ 2,423 ເຮັກຕາ, ໃນນີ້ຝ່າຍລາວຖືເອົາເນື້ອທີ່ ຂສພ ບໍ່ເຕ່ນແດນງາມ 1,640 ເຮັກຕາ ກຳນົດເປັນເຂດຮ່ວມມືເບື້ອງລາວ, ສ່ວນຝ່າຍຈີນ ແມ່ນກໍານົດເອົາ ເຂດບໍ່ຫານ ຈາກເນື້ອທີ່ 483 ເຮັກຕາ ເພີ່ມຂຶ້ນເປັນ 783 ເຮັກຕາ (ປັບປຸງໃໝ່), ສອງຝ່າຍໄດ້ເຫັນດີຕົກລົງ ສ້າງກົນໄກການເຮັດວຽກໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງເຂດຮ່ວມມື 3 ຂັ້ນ ຄື:1. ຄະນະກຳມະການປະສານງານຮ່ວມເຂດຮ່ວມມື(ປະທານ): ໂດຍແມ່ນລະດັບຂັ້ນຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈໍາການ ແລະ ຝ່າຍຈີນ ແມ່ນຂັ້ນທຽບເທົ່າຮອງລັດຖະມົນຕີກະຊວງການຄ້າ ສປ ຈີນ ແລະ ມີຄະນະຈາກພາກສ່ວນກ່ຽວຂ້ອງຂອງ ກະຊວງ ແລະ ແຂວງ ທັງສອງຝ່າຍ, 2. ຄະນະກຳມະການດໍາເນີນງານຮ່ວມເຂດຮ່ວມມື ຫົວໜ້າຄະນະຝ່າຍລາວ: ໂດຍແມ່ນ ຫົວໜ້າຫ້ອງການ ຄລທ ເປັນຫົວໜ້າດຳເນີນງານຮ່ວມ ທີ່ປະກອບດ້ວຍກະຊວງກ່ຽວຂ້ອງ ແລະ ແຂວງຫຼວງນໍ້າທາ, ສ່ວນຝ່າຍຈີນ ແມ່ນອົງການປົກຄອງແຂວງຢຸນນານ ສປ ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຢຸນນານ ເປັນຄະນະ, 3.ຄະນະກໍາມະການຄຸ້ມຄອງຮ່ວມເຂດຮ່ວມມື ສອງຝ່າຍສ້າງຕັ້ງຄະນະກຳມະການຄຸ້ມຄອງຕ່າງຫາກຂອງໃຜລາວຢູ່ໃນເຂດຮ່ວມມື ໂດຍຝ່າຍຈີນແມ່ນຄະນະກໍາມະການຄຸ້ມຄອງເຂດຮ່ວມມື ຈີນ-ລາວ, ຝ່າຍລາວແມ່ນຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຫຼວງນໍ້າທາ ແລະ ມີພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຜິດຊອບການຄຸ້ມຄອງ ແລະ ດຳເນີນບໍລິຫານວຽກງານປະຈໍາວັນ ແລະ ລາຍງານຕໍ່ຄະນະກໍາມະການດໍາເນີນງານຮ່ວມ ຢ່າງເປັນປົກກະຕິ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຂດຮ່ວມມືຂອງພວກເຮົາ ມີຄວາມຄືບໜ້າໃນການພັດທະນາໃນຫຼາຍດ້ານ ໂດຍສະເພາະແມ່ນໂຄງລ່າງພື້ນຖານ ເບື້ອງລາວ ຊຶ່ງແມ່ນເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ (ຂສບ) ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ສະແດງອອກໃນນື້ອທີ່ສໍາປະທານ 1,640 ເຮັກຕາ, ໄດ້ມີຄວາມຄືບໜ້າໃນການພັດທະນາໂຄງລ່າງພື້ນຖານເພື່ອຮອງຮັບການລົງທຶນ ໃນຂະແໜງການຄ້າ, ການບໍລິການ ແລະ ການທ່ອງທ່ຽວ; ມາຮອດປັດຈຸບັນ ໄດ້ມີທັງໝົດ: 936 ຫົວໜ່ວຍ ດໍາເນີນກິດຈະການ, ໃນນີ້ປະກອບມີ 288 ບໍລິສັດ ໃນນີ້ ພາຍໃນ 30 ຫົວໜ່ວຍ, ໂດຍມີທຶນຈົດທະບຽນ 2,307,190,000 ຢວນ ແລະ 976,738,560,600 ກີບ; ສ່ວນບັນດາຫ້າງຮ້ານ 648 ຫົວໜ່ວຍ, ພາຍໃນ 158 ຫົວໜ່ວຍ, ໂດຍມີທຶນຈົດທະບຽນ 3,190,497,200 ຢວນ ແລະ 303,947,800,000 ກີບ (ນັບແຕ່ສ້າງຕັ້ງຮອດ ເດືອນ7/2026) ນັບແຕ່ປີ 2017 ຫາ 10/9/2026 ສາມາດຈັດເກັບພັນທະອາກອນເຂົ້າງົບປະມານລັດ ທັງໝົດ 55,675,150,194 ກີບ.

ສະເພາະໃນປີ 2026 ນີ້ ຄະນະກໍາມະການຄຸ້ມຄອງຮ່ວມເຂດຮ່ວມມືສອງຝ່າຍໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ສໍາເລັດໄວ, ເພື່ອຈັດຕັ້ງຜັນຂະຫຍາຍວຽກງານເຂດຮ່ວມມືໃນການອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການເຂົ້າອອກຂອງພົນລະເມືອງ ລວມທັງສິນຄ້າ ໃຫ້ມີຄວາມສະດວກ ວ່ອງໄວ ສາມາດຕິດຕາມກວດກາຮ່ວມກັນໄດ້ ແລະ ມີການພັດທະນາຢ່າງຕັ້ງໜ້າຕາມທີ່ໄດ້ກໍານົດໄວ້ໃນຂອບແຜນຮ່ວມມື ໃນການສ້າງເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ