ເມືອງວຽງຄໍາ ບັນລຸ 89,47% ໃນການປະຕິບັດແຜນພັດທະນາເສດຖະກິດ

5 ປີຜ່ານມາ ເມືອງວຽງຄໍາ ບັນລຸ 89,47% ໃນການປະຕິບັດແຜນພັດທະນາເສດຖະກິດ

5 ປີຜ່ານມາ ເມືອງວຽງຄໍາ ບັນລຸ 89,47% ໃນການປະຕິບັດແຜນພັດທະນາເສດຖະກິດ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2020-2024) ຂອງເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ດໍາເນີນໃນທ່າມກາງສະພາບພາຍໃນເມືອງມີຄວາມຫຍຸ້ງຍາກ ໂດຍສະເພາະຜົນກະທົບ ຈາກການແຜ່ລະບາດຂອງພະຍາດ COVID-19

ແລະ ໄພພິບັດທາງທໍາມະຊາດ, ແຕ່ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍ ແລະວຽກງານຈຸດສຸມ ຂອງແຕ່ລະຂະແໜງການໃຫ້ໄປຕາມທິດທາງ ແລະ ແຜນການທີ່ວາງໄວ້ ຊຶ່ງມີຜົນສໍາເລັດ ບາງດ້ານ.

ສະຫາຍ ສີພອນ ມິດໄມຕີ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງ ໄດ້ລາຍງານການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວຽງຄຳ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງກອງປະຊຸມໃຫຍ່ອົງຄະນະພັກເມືອງວ່າ: ໃນ 5 ປີຜ່ານມາ ເສດຖະກິດຂອງເມືອງໄດ້ຂະຫຍາຍຕົວ ຢູ່ໃນລະດັບສະເລ່ຍ 5,10% ຕໍ່ປີ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 89,47%. ໃນນີ້, ກະສິກໍາ-ປ່າໄມ້ ກວມ 16.31%, ການຄ້າ ແລະ ການບໍລິການ 8.02% ຕໍ່ປີ. ລວມຍອດມູນຄ່າລາຍຮັບພາຍໃນ ປີ 2024 ສະເລ່ຍໃສ່ຫົວຄົນໄດ້ 30 ລ້ານ 8 ແສນກວ່າກີບຕໍ່ຄົນຕໍ່ປີ ທຽບໃສ່ປີ 2019 ເພີ່ມຂຶ້ນ 272 ໂດລາ, ປັດໄຈທີ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວ ປະກອບມີ: ຊຸກຍູ້, ສົ່ງເສີມການປູກເຂົ້າແຕ່ລະປະເພດໃນເນື້ອທີ່ 7,208 ເຮັກຕາ, ຜົນຜະລິດ 11,560 ໂຕ່ນຕໍ່ປີ ທຽບໃສ່ແຜນການ 5 ປີ ປະຕິບັດ 107.88%, ປູກພືດຜັກລະດູແລ້ງ 1,229 ເຮັກຕາ, ຜົນຜະລິດ 4,208 ໂຕນກ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 126.70%, ປູກພືດຜັກລະດູຝົນ 1,166 ເຮັກຕາ, ຜົນຜະລິດ 5,780 ໂຕນກ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 87.03%, ປູກພືດທາດແປ້ງເນື້ອທີ່ 6,590 ເຮັກຕາ, ຜົນຜະລິດ 25,504 ໂຕນ, ທຽບໃສ່ແຜນ 5 ປີປະຕິບັດໄດ້ 639,92%, ປູກໄມ້ໃຫ້ໝາກເກືອບ 499 ເຮັກຕາ, ທຽບໃສ່ແຜນ 5 ປີປະຕິບັດໄດ້ 75,10%, ທົ່ວເມືອງມີສັດລ້ຽງທັງໝົດ 369,672 ໂຕ ທຽບໃສ່ປີ 2019 ເພີ່ມຂືື້ນ 59,570 ໂຕ, ພົ້ນເດັ່ນແມ່ນສັດລ້ຽງປະເພດ ງົວ, ຄວາຍ 35,367 ໂຕ, ທຽບໃສ່ປີ 2019 ເພີ່ມຂຶ້ນ 17,095 ໂຕ, ເນື້ອທີ່ສວນຫຍ້າລ້ຽງສັດທັງໝົດ 10,430 ເຮັກຕາ ທຽບໃສ່ ປີ 2019 ເພີ່ມຂຶ້ນຫຼາຍກວ່າ 9,204 ເຮັກຕາ, ມີ 72 ບ້ານ 2,048 ຄອບຄົວ, ສົ່ງເສີມຊາວກະສິກອນປູກພຶດກະສິກຳຊະນິດຕ່າງໆ ເພື່ອເປັນສິນຄ້າສົ່ງອອກໄດ້ຫຼາຍກວ່າ 3,782 ໂຕນ, ມູນຄ່າເກືອບ 33 ຕື້ກີບ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 33.62%, ການລ້ຽງສັດໃຫຍ່ປະເພດງົວ-ຄວຍເປັນສິນຄ້າ, ສາມາດສົ່ງສັດອອກທັງ ໝົດ 13,906 ໂຕ, ມູນຄ່າເກືອບ 171 ຕື້ກີບ ທຽບໃສແຜນ 5 ປີປະຕິບັດໄດ້ 78.72%. ໃນໄລະຍະ 5 ປີ ຜ່ານມາມູນຄ່າຈໍລະຈອນສີນຄ້າທັງໝົດ 251 ຕື້ກວ່າກີບ, ຖ້າທຽບໃສ່ແຜນ 5 ປີ ປະຕິບັດໄດ້ 383%, ມູນຄ່າສິນຄ້າສົ່ງອອກ ມີທັງໝົດ 152 ຕື້ກວ່າກີບ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 232%.

ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ

ຂ່າວເສດຖະກິດ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ