5 ປີຕໍ່ໜ້າ ສປສສ ຈະສູ້ຊົນແກ້ໄຂຫຼາຍບັນຫາຄົງຄ້າງໃຫ້ດີຂຶ້ນ

5 ປີຕໍ່ໜ້າ ສປສສ ຈະສູ້ຊົນແກ້ໄຂຫຼາຍບັນຫາຄົງຄ້າງໃຫ້ດີຂຶ້ນ

5 ປີຕໍ່ໜ້າ ສປສສ ຈະສູ້ຊົນແກ້ໄຂຫຼາຍບັນຫາຄົງຄ້າງໃຫ້ດີຂຶ້ນ
ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ຊີ້ແຈງຕໍ່ຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 25 ມີນານີ້ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານ ໄພວີ ສີບົວລິພາ ໄດ້ຊີ້ແຈງກ່ຽວກັບການປັບປຸງແຜນການໃຫ້ລະອຽດຊັດເຈນ, ສປສສ ພ້ອມແລ້ວທີ່ຈະຮັບເອົາໄປຄົ້ນຄວ້າປັບປຸງ ເປັນຕົ້ນ ຕົວເລກຄາດໝາຍຊິກຳນົດແນວໃດ ເພື່ອໃຫ້ເຫັນຢ່າງຊັດເຈນ ໃນການສູ້ຊົນເອົາຄະດີອອກໃນແຕ່ລະປີ, ການເພີ່ມກົນໄກປະສານສົມທົບກັບຄ້າຍຄຸມຂັງດັດສ້າງ ຊຶ່ງນອນໃນການດຳເນີນຄະດີຕາມຂະບວນການຍຸຕິທຳ ນີ້ແມ່ນຄວາມຈຳເປັນ ຊຶ່ງໄດ້ມີການກໍານົດຢ່າງລະອຽດ ແຕ່ໃນຂອດຕົວຈິງພວກເຮົາຕ້ອງໄດ້ມີການປະສານສົມທົບຕື່ມ ລວມທັງການປັບປຸງພື້ນຖານໂຄງລ່າງ, ການສ້າງບຸກຄະລາກອນໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້-ຄວາມສາມາດ, ມີຄວາມສຳນານງານທາງດ້ານວິຊາການແມ່ນເຫັນດີທີ່ສຸດ ແລະ ບັນຫາອື່ນໆ ທີ່ຕິດພັນກັບແຜນການ ເຫັນວ່າມັນຍັງບໍທັນຈະແຈ້ງ. ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະນໍາເອົາໄປຄົ້ນຄວ້າປັບປຸງ ແກ້ໄຂບັນຫາໃຫ້ມີຄວາມຊັດເຈນຈະແຈ້ງຕື່ມ, ຊຶ່ງໃນແຜນພັດທະນາທີ່ໄດ້ສະເໜີໄປນັ້ນໃນຕົວຈິງມີ 24 ໂຄງການ 81 ແຜນງານນີ້ແມ່ນບັນຫາທີສອງ; ບັນຫາທີ 3 ກ່ຽວກັບການສະເໜີໃຫ້ປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ ຊຶ່ງຕິດພັນກັບແບບແຜນວິທີເຮັດວຽກ ອັນທີ 1 ເລື່ອງການສ້າງບຸກຄະລາກອນເປັນມືອາຊີບ ໂດຍສະເພາະແມ່ນຄູຝຶກ ໂດຍເຫັນດີໃນ 5 ປີຕໍ່ໜ້າ ຈະສຸມໃສ່ໃນການສ້າງບຸກຄະລາກອນໃຫ້ເປັນມືອາຊີບ, ກ່ອນອື່ນໝົດແມ່ນສ້າງຄູຝຶກ ເພື່ອຖ່າຍທອດໃຫ້ຜູ້ພິພາກສາ ຜູ້ຊ່ວຍຜູ້ພິພາກສາ, ພະນັກງານວິຊາການຕ່າງໆ ຊຶ່ງພວກເຮົາຈະປັບປຸງຫຼັກສູດ ພ້ອມທັງສະເໜີເອົາຜູ້ທີ່ມີຄວາມຮູ້-ຄວາມສາມາດຈາກພາຍໃນ ແລະ ຕ່າງປະເທດ ມາຖ່າຍທອດຄວາມຮູ້ ສ້າງຄູຝຶກໃຫ້ມີຄຸນນະພາບ ກ້າວໄປສູ່ການສ້າງຜູ້ສືບທອດໃນການປະຕິບັດຕົວຈິງ; ສຳລັບການສ້າງຄວາມເຂັ້ມແຂງໃຫ້ຄະດີປົກຄອງ, ຄະດີເດັກ ແລະ ອື່ນໆ ເປັນສິ່ງທ້າທາຍໃນຫຼາຍດ້ານ ຊຶ່ງໃນ 5 ປີຕໍ່ໜ້າ ພວກເຮົາຈະພະຍາຍາມສົມທົບກັບທຸກຂະແໜງການກ່ຽວຂ້ອງ ພະຍາຍາມສູ້ຊົນໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້. ກ່ຽວກັບການເກັບມ້ຽນສຳນວນຄະດີ ຄຳຕັດສິນເປັນບັນຫາທີ່ເກີດມາແຕ່ດົນ ແລະ ກໍເປັນບັນຫາໃໝ່ແດ່ ສານແຕ່ລະຂັ້ນຕ້ອງມີບ່ອນເກັບມ້ຽນເອກະສານຢູ່ແລ້ວ ເພື່ອບໍ່ໃຫ້ເອະສານຕົກເຮ່າຍເສຍຫາຍ ໂດຍສະເພາະຂໍ້ມູນຫຼັກຖານ ແລະ ອັນໃໝ່ນີ້, ຄະດີທີ່ສານຕັດສິນໃຊ້ໄດ້ເດັດຂາດພວກເຮົາຈະບໍ່ໄດ້ສົ່ງສຳນວນຄະດີ ຫຼືຄຳຕັດສິນໄປໃຫ້ອົງການປະຕິບັດຄຳຕັດສິນ ຈະຮັກສາສຳນວນທັງໝົດຢູ່ໃນສານປະຊາຊົນ ແລະ ສົ່ງແຕ່ສະບັບກັອບປີ້ໄປໃຫ້ອົງການປະຕິບັດຄຳຕັດສິນ. ສະນັ້ນ, ພວກເຮົາຈະສຸມໃສ່ສ້າງລະບົບເກັບກຳຂໍ້ມູນສຳນວນຄະດີເພື່ອບໍ່ໃຫ້ຕົກເຮ່ຍເສຍຫາຍ. ອີກບັນຫາໜຶ່ງ ຄວນຫຼຸດບໍມາດຖານເງື່ອນໄຂຂອງຜູ້ພິພາກສາ ໂດຍສະເພາະຢູ່ສານເຂດ ຜູ້ພິພາກສາຊັ້ນ 1, ຊັ້ນ 2 ເພື່ອຮັບປະກັນຈຳນວນບຸກຄະລາກອນທີ່ຈະເປັນຜູ້ພິພາກສາເພີ່ມຂຶ້ນ ສະ ເໜີໃຫ້ຜູ້ແທນມີຄຳເຫັນຕື່ມ ຊຶ່ງມາດເງື່ອນໄຂຂອງຜູ້ພິພາກສາໄດ້ກຳນົດລະອຽດຈະແຈ້ງໃນກົດໝາຍແລ້ວ ສະນັ້ນມາດຖານເງື່ອນໄຂນີ້ແມ່ນມີຄວາມເປັນເອກະພາບ ຖ້າຫາກຫຼຸດມາດຖານເງື່ອນໄຂດັ່ງກ່າວມັນຈະກະທົບຕໍ່ການດຳເນີນຄະດີ, ເພື່ອຮັບປະກັນຄວາມຖຶກຕ້ອງພວກເຮົາຕ້ອງໄດ້ມີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນຕື່ມ ເພື່ອຄວາມເປັນເອກະພາບ; ຕໍ່ກັບບັນຫາການແກ້ໄຂເງິນອຸດໝູນຜູ້ພິພາກສາຊັ້ນ 1,2,3,4 ໄດ້ກຳນົດແຈ້ງແລ້ວຢູ່ໃນກົດໝາຍວ່າດ້ວຍຜູ້ພິພາກສາສະບັບປັບປຸງ ແຕ່ການປະຕິບັດຕົວຈິງອາດຈະມີການຄາດເຄື່ອນ. ສະນັ້ນໃນ 5 ປີຕໍ່ໜ້າ, ພວກເຮົາຈະໄດ້ກວດກາຄືນ ແລະ ສະເໜີຫາພາກສ່ວນກ່ຽວຂ້ອງ ໂດຍສະເພາະລັດຖະບານ ເພື່ອຄົ້ນຄວ້າສະໜອງງົບປະມານ ໃຫ້ບັນດາຜູ້ພິພາກສາທີ່ໄດ້ຮັບອຸດໜູນ ເພື່ອຄວາມເປັນເອກະພາບໃນທົ່ວປະເທດ; ສຳລັບການແກ້ໄຂຂອງກາງຄະດີຕາມດຳລັດ 280 ແມ່ນເຫັນດີຕາມຄຳສະເໜີຂອງທ່ານນາຍົກລັດຖະ ມົນຕີ ແລະ ຫຼາຍທ່ານສະເໜີໃຫ້ເບິ່ງຄືນການສ້າງຕັ້ງສານປະຊາຊົນເຂດ ຢູ່ໃນແຜນງານ ໂຄງການນີ້ ພວກເຮົາໄດ້ກຳນົດແຈ້ງແລ້ວ ໃນການສ້າງຕັ້ງສານເຂດຢ່າງໜ້ອຍແມ່ນ 5 ເຂດຂຶ້ນໄປ ແລະ ແຕ່ລະຈຸດໄດ້ກຳນົດແຈ້ງແລ້ວ ສຳລັບໜ່ວຍງານສານເຂດປະຈຳເມືອງ, ຜ່ານມາ ມີແຜນຈະສ້າງແລ້ວ ແຕ່ການຈັດຕັ້ງປະຕິບັດຕົວຈິງບໍ່ສຳເລັດ ເນື່ອງຈາກມີຫຼາຍປັດໃຈບໍ່ສາມາດບັນລຸໄດ້, ໃນຕໍ່ໜ້າ ພວກເຮົາຈະພະຍາຍາມສູ້ຊົນໃນສິ່ງທີ່ມີຄວາມຈຳເປັນຈະຕ້ອງໄດ້ເຮັດ ໂດຍສະເພາະການສ້າງໜ່ວຍງານສານເຂດປະຈຳເມືອງ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນໄດ້ເຂົ້າເຖິງສານໄດ້ງ່າຍຂຶ້ນ. ຂ່າວ: ພູວັນ; ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ເພີ່ມເຕີມ