50 ປີແຫ່ງການພັດທະນາວຽກງານ ຮສສ ຂະຫຍາຍຕົວຢ່າງຕໍ່ເນື່ອງ

50 ປີແຫ່ງການພັດທະນາວຽກງານ ຮສສ ຂະຫຍາຍຕົວຢ່າງຕໍ່ເນື່ອງ

50 ປີແຫ່ງການພັດທະນາວຽກງານ ຮສສ ຂະຫຍາຍຕົວຢ່າງຕໍ່ເນື່ອງ
ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນຜ່ານມານີ້ວ່າ: ຕະຫຼອດໄລຍະ 50 ປີແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກ-ລັດ ໄດ້ນໍາພາປະເທດຊາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ມີຄວມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ປະເທດຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນດ້ານພື້ນຖານໂຄງລ່າງຖະໜົນຫົນທາງແຕ່ເໜືອຮອດໃຕ້, ມີລະບົບໄຟຟ້າ, ນໍ້າປະປາ ລວມທັງເຄືອຂ່າຍໂທລະຄົມມະນາຄົມໄດ້ມີການການຂະຫຍາຍຕົວຢ່າງກວ້າງຂວາງ ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ ແລະ ມີຄວາມສະບາຍຂຶ້ນ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໄດ້ເຂົ້າເຖິງການບໍລິການຂອງພາກລັດຢ່າງທົ່ວເຖິງ.

 

 

50 ປແຫງການພດທະນາວຽກງານ ຮສສ ຂະຫຍາຍຕວຢາງຕເນອງ - image 1
 

ໂດຍສະເພາະດ້ານວຽກງານ ຮສສ ກໍແມ່ນຂົງເຂດໜຶ່ງທີ່ສະໜອງການບໍລິການແກ່ສັງຄົມ ຊຶ່ງໄດ້ຮັບການສ້າງຕັ້ງໃນປີ 1993 ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງທັງດ້ານນິຕິກຳ ແລະ ວຽກງານວິຊາສະເພາະ ໂດຍໄດ້ສຸມໃສ່ໃນການສ້າງ ແລະ ປັບປຸງບັນດານິຕິກຳທີ່ກ່ຽວຂ້ອງໄດ້ຫຼາຍສະບັບ. ໃນນີ້, ມີກົດໝາຍ 7 ສະບັບ ແລະ ນິຕິກຳລຸ່ມກົດໝາຍຈຳນວນໜຶ່ງ ເພື່ອນຳໃຊ້ເປັນເຄື່ອງມື ແລະ ບ່ອນອີງໃນການຈັດຕັ້ງປະຕິບັດ; ດ້ານວຽກງານວິຊາສະເພາະກໍໄດ້ເອົາໃຈໃສ່ໃນການພັດທະນາກໍາລັງແຮງງານລາວໃຫ້ມີສີມືແຮງງານ, ມີທັດສະນະຄະຕິ ແລະ ລະບຽບວິໄນໃນການອອກແຮງງານ, ມີວຽກເຮັດງານທຳ, ມີລາຍໄດ້ທີ່ໝັ້ນຄົງ ແລະ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຕາມລະບຽບກົດໝາຍ, ຜູ້ມີຜົນງານໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດໄດ້ຮັບການຕອບບຸນແທນຄຸນຕາມແຕ່ລະເງື່ອນໄຂຕົວຈິງ, ຜູ້ປະສົບໄພພິບັດ, ຜູ້ດ້ອຍໂອກາດ ແລະ ຜູ້ຍົກຍ້າຍຖິ່ນຖານກໍໄດ້ຮັບການຊ່ວຍເຫຼືອສົງເຄາະຈາກພາກລັດ ແລະ ສັງຄົມຢ່າງເໝາະສົມ ສະແດງອອກໃນປັດຈຸບັນຂະແໜງ ຮສສ ມີສະຖານພັດທະນາສີມືແຮງງານທີ່ຂຶ້ນກັບທັງຢູ່ຂັ້ນສູນກາງ ແລະ ຂັ້ນແຂວງທັງໝົດ 19 ແຫ່ງ. ໃນນີ້, ພາກລັດມີ 7 ແຫ່ງ ແລະ ພາກເອກະຊົນ 12 ແຫ່ງ ແລະ ໄດ້ສຸມໃສ່ໃນການສ້າງມາດຕະຖານ ແລະ ຫຼັກສູດການພັດທະນາຝຶກສີມືແຮງງານໃນຂະແໜງອຸດສາຫະກຳ, ກະສິກຳ ແລະ ບໍລິການໃຫ້ເປັນລະບົບ ແລະ ກາຍເປັນມາດຕະຖານສີມືແຮງງານແຫ່ງຊາດ ສາມາດເຊື່ອມໂຍງກັບບາງປະເທດສະມາຊິກອາຊຽນໄດ້ສຳເລັດຈຳນວນ 44 ສາຂາອາຊີບ ສາມາດພັດທະນາສີມືແຮງງານໃຫ້ຜູ້ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ, ຜູ້ຫວ່າງງານ ແລະ ຜູ້ທີ່ຈະເຂົ້າສູ່ຕໍາ ແໜ່ງງານໃໝ່ຢູ່ບັນດາສະຖານພັດທະນາສີມືແຮງງານດັ່ງກ່າວໄດ້ສະເລ່ຍປະມານ 3,000 ກວ່າຄົນຕໍ່ປີ. ນອກນີ້, ໄດ້ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ພັດທະນາສີມືແຮງງານຕາມມາດຕະຖານສີມືແຮງງານໄດ້ສະເລ່ຍ 31,967 ຄົນຕໍ່ປີ, ສາມາດສົ່ງເສີມການຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດໄດ້ສະເລ່ຍ 100,000 ກວ່າຄົນຕໍ່ປີ. ໃນນີ້, ຈັດຫາວຽກເຮັດງານທໍາພາຍໃນສະເລ່ຍ 26,300 ຄົນຕໍ່ປີ ແລະ ຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດສະເລ່ຍ 73,700 ຄົນຕໍ່ປີ.

50 ປແຫງການພດທະນາວຽກງານ ຮສສ ຂະຫຍາຍຕວຢາງຕເນອງ - image 2
 

ຂົງເຂດວຽກງານສະຫວັດດີການ-ສັງຄົມ ກໍໄດ້ຮັບການປັບປຸງ ແລະ ຈັດຕັ້ງປະຕິບັດຢ່າງເປັນລະບົບ ໂດຍສະເພາະວຽກງານປະກັນສັງຄົມ ກໍໄດ້ສຸມໃສ່ປັບປຸງລະບົບໃຫ້ມີຄວາມທັນສະໄໝ ແລະ ຂະຫຍາຍອັດຕາການປົກຄຸມຂອງລະບົບໃຫ້ນັບມື້ນັບກວ້າງຂວາງ. ມາຮອດປັດຈຸບັນມີຜູ້ໄດ້ຮັບການຄຸ້ມຄອງຈາກລະບົບປະກັນສັງຄົມທັງໝົດ 921,341 ຄົນ. ໃນນີ້, ພາກລັດມີ 478,208 ຄົນ, ພາກວິສາຫະກິດ ແລະ ຜູ້ສະໝັກໃຈ 443,133 ຄົນ; ວຽກນະໂຍບາຍສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ກໍໄດ້ສຳເລັດການແກ້ໄຂນະໂຍບາຍຕາມແຕ່ລະເປົ້າໝາຍບຸລິມະສິດໄດ້ທັງໝົດ 62,232 ທ່ານ ເປັນເງິນ 998.72 ຕື້ກວ່າກີບ ແລະ ຍັງເຫຼືອປະມານ 31,355 ທ່ານ, ຕ້ອງການງົບປະມານ 479 ຕື້ກວ່າກີບ. ວຽກສັງຄົມສົງເຄາະ-ໄພພິບັດ, ເກັບກູ້ລະເບີດບໍ່ທັນແຕກເປັນສ່ວນໜຶ່ງຂອງນະໂຍບາຍດ້ານມະນຸດສະທຳຂອງພັກ-ລັດຖະບານ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາໄປຕາມການເຕີບໂຕທາງດ້ານການພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ.

ທ່ານ ນາງ ແກ້ວ ຈັນທະວີໄຊ ກ່າວຕື່ມວ່າ: ໃນຕໍ່ໜ້າຂະແໜງ ຮສສ ຍັງຕ້ອງໄດ້ເພີ່ມທະວີການສ້າງ ແລະ ປັບປຸງກົດໝາຍ ແລະ ລະບຽບການເພື່ອເປັນເຄື່ອງມືໃນການຄຸ້ມຄອງບໍລິຫານວຽກງານໃຫ້ມີຄວາມຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ, ສຸມໃສ່ໃນການພັດທະນາກໍາລັງແຮງງານໃຫ້ມີຄວາມຮູ້ຄວາມສາມາດ ແລະ ສີມືແຮງງານ ສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດແຮງງານ ພ້ອມທັງສົ່ງເສີມການປະກອບອາຊີບອິດສະຫຼະຢ່າງກວ້າງຂວາງ. ເພີ່ມທະວີການປົກປ້ອງ ແລະ ຄຸ້ມຄອງແຮງງານເພື່ອຮັບປະກັນສິດຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານຕາມລະບຽບກົດໝາຍ, ສືບຕໍ່ພັດທະນາ ແລະ ຄຸ້ມຄອງລະບົບປະກັນສັງຄົມໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ ແລະ ຍືນຍົງ, ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ຄຸນງາມຄວາມດີໃນພາລະກິດປະຕິວັດໃຫ້ສຳເລັດ. ປັບປຸງ ແລະ ພັດທະນາລະບົບສັງຄົມສົງເຄາະ ແລະ ກົນໄກການຄຸ້ມຄອງໄພພິບັດໃຫ້ມີຄວາມເຂັ້ມແຂງ, ປັບປຸງກົງຈັກການຈັດຕັ້ງຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມໃຫ້ກະທັດຮັດສົມເຫດສົມຜົນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ນຳໃຊ້ຂໍ້ມູນ-ຂ່າວສານທີ່ທັນສະໄໝເຂົ້າໃນການພັດທະນາວຽກ ຮສສ ຢ່າງກວ້າງຂວາງ.

50 ປແຫງການພດທະນາວຽກງານ ຮສສ ຂະຫຍາຍຕວຢາງຕເນອງ - image 3
 

ເນື່ອງໃນໂອກາດວັນສຳຄັນຂອງຊາດ, ທ່ານ ນາງ ແກ້ວ ຈັນທະວີໄຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນທົ່ວຂະແໜງ ຮສສ ຂໍສະແດງຄວາມຮູ້ບຸນຄຸນມາຍັງການນໍາພັກ-ລັດທີ່ໄດ້ຊີ້ນໍາ-ນໍາພາຂະແໜງ ຮສສ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ພ້ອມທັງອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດທຸກຂັ້ນ, ພະນັກງານປະຕິວັດອາວຸໂສບຳນານ, ນາຍ ແລະ ພົນທະຫານ ຕະຫຼອດເຖິງປະຊາຊົນບັນດາເຜົ່າໃນທົ່ວປະເທດຈົ່ງມີສຸຂະພາບແຂງແຮງ ພ້ອມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວດ້ວຍຄວາມເບີກ ບານມ່ວນຊື່ນ ແລະ ເປັນຂະບວນການຟົດຟື້ນຢ່າງກວ້າງຂວາງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນໍາພັກ-ລັດ ເມືອງແກ່ນທ້າວ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ

ການນໍາພັກ-ລັດ ເມືອງແກ່ນທ້າວ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ

ໃນຕອນເຊົ້າວັນທີ 1 ທັນວາ 2025ນີ້, ການນໍາພັກ-ລັດ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຊຶ່ງນໍາໂດຍສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ ອ້ອມຂ້າງເມືອງ ໄດ້ວ່າງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ຄໍາມ່ວນ ຂີ່ລົດຖີບສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ຄໍາມ່ວນ ຂີ່ລົດຖີບສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ວັນທີ 30 ພະຈິກນີ້, ແຂວງຄໍາມ່ວນ ໄດ້ຈັດກິດຈະກຳ ຂີ່ລົດຖີບ ເພື່ອສະເຫຼີມສະຫຼອງ ວັນສໍາຄັນຂອງພັກ ຂອງຊາດ ເປັນຕົ້ນ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (02/12/1975 - 02/12/2025), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920 - 13/12/2025) ແລະ ຊົມເຊີຍຜົນສໍາເລັດ ການເຂົ້າຮ່ວມ ການແຂ່ງຂັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຊຶ່ງແຂວງຄໍາມ່ວນ ຍາດໄດ້ອັນດັບທີ 3 ຂອງທົ່ວປະເທດ ຮອງຈາກ ນະຄອນຫຼວງວຽງຈັນ ເຈົ້າພາບ ແລະ ກະຊວງປ້ອງກັນປະເທດ ແລະ ຊົມເຊີຍ ໃບຢັ້ງຢືນອຸທິຍານແຫ່ງຊາດ ຫີນໜາມໜໍ່ ທີ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຖືກຮັບຮອງເປັນມໍຣະດົກໂລກທາງທໍາມະຊາດ ແຫ່ງທໍາອິດ ຂອງ ສປປ ລາວ.
50 ປີ ພາຍໃຕ້ການນໍາພາທີ່ຖືກຕ້ອງຂອງພັກ ເຮັດໃຫ້ແມ່ຍິງລາວມີບົດບາດ ແລະ ຜົນງານທີ່ເດັ່ນຂຶ້ນໃນສັງຄົມ.

50 ປີ ພາຍໃຕ້ການນໍາພາທີ່ຖືກຕ້ອງຂອງພັກ ເຮັດໃຫ້ແມ່ຍິງລາວມີບົດບາດ ແລະ ຜົນງານທີ່ເດັ່ນຂຶ້ນໃນສັງຄົມ.

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງ ການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ . ທ່ານ ນາງ ພູເງິນ ຈີນທະລາສີ ຜູ້ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ(ສກຈຮ)ສາຍໃຍສຳພັນ ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ຖະໜົນສີສະຫວ່າງວົງ ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນຍິ່ງໃຫຍ່ທາງປະຫວັດສາດ ແລະ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນວັນທີ່ປວງຊົນລາວທັງຊາດ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວອາດຫານຂອງບັນພະບູລຸດລາວ. ຊຶ່ງແມ່ນໝາກຜົນ ແລະ ໄຊຊະນະຂອງຂະບວນການຕໍ່ສູ້ທີ່ຢຶດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ.
ວາງສະແດງຮູບພາບ-ເອກກະສານ50ປີ ສປປ ລາວ

ວາງສະແດງຮູບພາບ-ເອກກະສານ50ປີ ສປປ ລາວ

ພິທີເປີດງານວາງສະແດງຮູບພາບ ແລະ ເອກກະສານ: ພາຍໃຕ້ຫົວຂໍ້: “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນພົມວິຫານ”,ໄດ້ຈັດຂຶ້ນ,ໃນວັນທີ ວັນທີ 28 ພະຈິກນີ້,ທີ່ຫໍພິພິທະພັນ ໄກສອນ ພົມວິຫານ,ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສ ປ ປ ລາວ,ມີບັນດາ ສະຫາຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ກໍາມະການສູນກາງພັກ, ບັນດາສະຫາຍອະດີດການນໍາຂັ້ນສູງພັກ-ລັດ ແລະ ພາກສ່ວນທີ່ກ໋ຽວຂ້ອງເຂົ້າຮ່ວມ.
ຊ້ອມໃຫຍ່ຄັ້ງສຸດທ້າຍ ເດີນສວນສະໜາມກຽມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ຊ້ອມໃຫຍ່ຄັ້ງສຸດທ້າຍ ເດີນສວນສະໜາມກຽມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີຊ້ອມໃຫຍ່ຄັ້ງສຸດທ້າຍ ທຸກຂະບວນເດີນສວນສະໜາມເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໄດ້ຈັດຂຶ້ນໃນວັນທີ 28 ພະຈິກນີ້ ທີ່ສະໜາມຫຼວງນະຄອນຫຼວງວຽງຈັນ ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ມີບັນດາການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂົງເຂດພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ແລະ ຂົງເຂດເສດຖະກິດ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ຂົງເຂດພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ແລະ ຂົງເຂດເສດຖະກິດ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ໃນວັນທີ 27 ພະຈິກນີ້ ທີ່ສະໂມສອນແຂວງເຊກອງ, ຄະນະພັກ-ຄະນະນໍາ ແລະ ພະນັກງານລັດຖະກອນ 2 ຂົງເຂດ ໄດ້ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຂອງຊາດ ຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025). ຂົງເຂດວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ປາຖະກະຖາ ໂດຍສະຫາຍ ພອນເພັດ ຄິວລະວົງ ອະດີດຮອງເລຂາພັກແຂວງເຊກອງ ແລະ ຂົງເຂດເສດຖະກິດ ປາຖະກະຖາ ໂດຍສະຫາຍ ສີດາ ສຸວັນນະສາຍ ອະດີດຮອງເລຂາພັກແຂວງເຊກອງ.
ກຳມະບານຮາກຖານສານປະຊາຊົນແຂວງ ສະຫຼຸບການຈັດຕັ້ງຂໍ້ແຂ່ງຂັນ 5 ເປັນເຈົ້າ

ກຳມະບານຮາກຖານສານປະຊາຊົນແຂວງ ສະຫຼຸບການຈັດຕັ້ງຂໍ້ແຂ່ງຂັນ 5 ເປັນເຈົ້າ

ວັນທີ 27 ພະຈິກຜ່ານມານີ້, ກຳມະບານຮາກຖານສານປະຊາຊົນແຂວງສາລະວັນ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ແລະ ທິດທາງແຜນການ 2026, ໂດຍການເປັນປະທານຂອງ ສະຫາຍ ຄຳໄຟວັນ ສິມມະລີ ຮອງປະທານສານປະຊາຊົນແຂວງ ປະທານກຳມະບານຮາກຖານສານປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສຸດທິໂສມ ແກ້ວໄຊຍະວົງ ກຳມະການພັກແຂວງ ເລຂາໜ່ວຍພັກສານປະຊາຊົນແຂວງ, ສະຫາຍ ນາງ ອ່ອນສາ ຄຳໄຟວັນ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ແຂກທີ່ຖືກເຊີນຈາກຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.
ທ່ານ ຄໍາໄພ ສົມຊະນະຈາລຶກຜົນງານການນໍາທຸກຍຸກສະໄໝ

ທ່ານ ຄໍາໄພ ສົມຊະນະຈາລຶກຜົນງານການນໍາທຸກຍຸກສະໄໝ

ທ່ານ ຄໍາໄພ ສົມຊະນະ ປະທານກຸ່ມບໍລິສັດຄໍາໄພຊະນະກຣຸບໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພີມປະຊາຊົນ ເນື່ອງໃນໂອກາດ 50 ປີ ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະາຊົນລາວ ວ່າ: ໃນນາມນັກທຸລະກິດຮຸ່ນບຸກເບີກ ແລະ ໃນນາມປະຊາຊົນລາວຜູ້ໜຶ່ງ ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການນໍາ ພັກ-ລັດຖະບານທີ່ໄດ້ປົດປ່ອຍປະເທດຊາດມາແຕ່ 1975 ມາເຖິງ 2025 ເຄິ່ງສັດຕະວັດ 50 ປີ ທີ່ນຳພາປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃຫ້ໄດ້ ຢູ່ດີ-ກິນດີ ແລະ ນຳເອົາຜືນແຜ່ນດິນອັນຄົບຖ້ວນມາໃຫ້ ປະຊາຊົນພວກເຮົາ. ພວກເຮົາຕ້ອງເຂົາລົບນັບຖືຊົມເຊີຍ ພັກ-ລັດ ແລະ ຈົ່ງພ້ອມກັນ ຮັກປະເທດຊາດ ເຮັດຫຍັງຄວນຄໍານຶງຄວາມຍຶນຍົງ, ໂດຍສະເພາະ ແມ່ນບັນຫາສີຂຽວຍືນຍົງ.ຄົນລາວເຮົາ 7 ລ້ານຄົນມີແຜ່ນດິນກວ້າງ, ມີດິນດຳນໍ້າຊຸ່ມ, ນັ່ງຢູ່ຫີບເງິນ, ຫີບຄໍາ ແລະ ຈະເຮັດແນວໃດໃຫ້ເກີດເປັນເງິນເປັນຄໍາຕ້ອງໄດ້ພາກັນທຳການຜະລິດ, ເຮັດທຸລະກິດ, ດັ່ງນັ້ນ. ນັກຮຽກຮ້ອງໃຫ້ລູກຫຼານ ຕ້ອງໄດ້ພ້ອມກັນສູ້ຊົນເພື່ອສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ມີຄວາມຈະເລີນກ້າວໜ້າ.
ສພອ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເຊັນ​ສັນ​ຍາ​ການ​ຮ່ວມ​ມື

ສພອ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເຊັນ​ສັນ​ຍາ​ການ​ຮ່ວມ​ມື

ພິ​ທີ​ເຊັນ​ສັນ​ຍາບົດ​ບັນ​ທຶກ​ການ​ຮ່ວມ​ມື ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກິດ (MOA) ລະຫວ່າງສະຖາບັນພັດທະນາອາຊີວະສຶກສາ(ສພອ) ກະຊວງສຶກສາທິການ ແລະ ກິລາ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກນີ້ ທີ່ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໂດຍຮ່ວມລົງນາມໃນຄັ້ງນີ້ມີ ທ່ານ ບຸນເສັງ ຄຳມູນຕີ ຜູ້ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
50 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍຄວາມພາກພູມໃຈ

50 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍຄວາມພາກພູມໃຈ

ທ່າມກາງບັນຍາກາດອັນສະຫງ່າລາສີ,ຄຶກຄື້ນ ແລະເຕັມໄປດ້ວຍຄວາມປິຕິຊົມຊື່ນ, ທົ່ວພັກ-ທົ່ວລັດ, ທົ່ວຖັນແຖວ ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນ ສ້າງຜົນງານຕ້ອນຮັບ 2 ວັນປະຫວັດສາດທີ່ສຳຄັນ ຄື:ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ຄົບຮອບ 50 ປີແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ.
ເພີ່ມເຕີມ