50 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍຄວາມພາກພູມໃຈ

50 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍຄວາມພາກພູມໃຈ

50 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍຄວາມພາກພູມໃຈ
ທ່າມກາງບັນຍາກາດອັນສະຫງ່າລາສີ,ຄຶກຄື້ນ ແລະເຕັມໄປດ້ວຍຄວາມປິຕິຊົມຊື່ນ, ທົ່ວພັກ-ທົ່ວລັດ, ທົ່ວຖັນແຖວ ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນ ສ້າງຜົນງານຕ້ອນຮັບ 2 ວັນປະຫວັດສາດທີ່ສຳຄັນ ຄື:ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ຄົບຮອບ 50 ປີແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ.

ຂ້າພະເຈົ້າ, ໃນນາມເປັນລູກຫຼານຂອງປະຊາຊົນລາວບັນດາເຜົ່າ ແລະ ໃນນາມນັກຄົ້ນຄວ້າວິທະຍາສາດແລະກຳນົດນະໂຍບາຍພັດທະນາເສດຖະກິດ-ສັງຄົມ,ມີຄວາມພາກພູມໃຈຢ່າງຫາອັນປຽບບໍ່ໄດ້ຕໍ່ຜົນສຳເລັດ ອັນຍິ່ງໃຫຍ່ທີ່ ສປປລາວ ພວກເຮົາ ຍາດມາໄດ້. ກ່ອນອື່ນໝົດຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ບັນດາທ່ານວິລະບູລຸດຂອງຊາດ, ຜູ້ນຳພັກ-ລັດ ຮຸ່ນກໍ່ຕັ້ງ, ພະນັກງານ, ທະຫານ, ຕຳຫຼວດແລະປະຊາຊົນລາວບັນດາເຜົ່າທີ່ຮັກຊາດທຸກທົ່ວໜ້າທີ່ໄດ້ເສຍສະຫຼະເລືອດເນື້ອ, ເຫື່ອແຮງແລະສະຕິປັນຍາຢ່າງລະອິດລະອ້ຽວ ເຂົ້າໃນການຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ຈົນສາມາດປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າແລະໃໝ່, ຍາດເອົາເອກະລາດ, ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນກັບຄືນມາສູ່ອ້ອມກອດຂອງປວງຊົນລາວທັງຊາດ, ເຊິ່ງໄດ້ນຳເອົາສິດເສລີພາບ, ເອກະລາດ, ປະຊາທິປະໄຕແລະຄວາມເປັນເຈົ້າຕົນເອງມາສູ່ປະຊາຊົນລາວທຸກຖ້ວນໜ້າຈົນມາເຖິງທຸກວັນນີ້.

ຕະຫຼອດໄລຍະເຄິ່ງສະຕະວັດທີ່ຜ່ານມາ, ພາຍໃຕ້ການນໍາພາ ອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວປະເທດຊາດຂອງພວກເຮົາໄດ້ປະຕິບັດສອງໜ້າທີ່ຍຸດທະສາດຄື: ການປົກປັກຮັກສາແລະສ້າງສາພັດທະນາໄດ້ຢ່າງມີໄຊ ແລະ ພັດທະນາຄວາມສີວິໄລເພີ່ມຂື້ນເປັນກ້າວໆ.ປະເທດຊາດມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນໄດ້ດຳລົງຊີວິດແລະປະກອບອາຊີບຢ່າງສຸຈະລິດໃນຜືນແຜ່ນດິນທີ່ມີສັນຕິພາບ, ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.

ຈາກທີ່ເຄີຍເປັນປະເທດທີ່ທຸກຍາກ ດ້ອຍພັດທະນາ, ບໍ່ມີຊາຍແດນຕິດກັບທະເລ (Land-locked) ໄດ້ຫັນປ່ຽນມາເປັນປະເທດເຊື່ອມໂຍງ-ເຊື່ອມຈອດ (Land-linked) ຢ່າງສົມບູນ. ເສັ້ນທາງລົດໄຟ, ທາງດ່ວນ, ເສັ້ນທາງຫຼວງແຫ່ງຊາດ, ລະບົບຄົມມະນາຄົມຂົນສົ່ງໄດ້ເຊື່ອມຕໍ່ຕົວເມືອງແລະຊົນນະບົດ, ເຊື່ອມໂຍງເຂົ້າກັບພາກພື້ນແລະສາກົນ. ລະບົບໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມແລະດາວທຽມລາວໄດ້ຮັບການພັດທະນາຢ່າງກ້າວກະໂດດ.

ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປສູ່ຄວາມທັນສະໄໝພາຍໃຕ້ກົນໄກຕະຫຼາດຕາມທິດສັງຄົມນິຍົມ. ພາກສ່ວນເສດຖະກິດທັງພາກລັດ, ພາກເອກະຊົນແລະລວມໝູ່ປະຊາຊົນໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງແຂງແຮງ. ໂຮງຈັກໂຮງງານ, ຖານການຜະລິດກະສິກຳແລະການບໍລິການໄດ້ເກີດຂຶ້ນຢ່າງຫຼວງຫຼາຍ. ຕະຫຼາດເງິນແລະຕະຫຼາດທຶນໄດ້ຮັບການສ້າງຕັ້ງແລະເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ອັນໄດ້ອຳນວຍ ແລະ ສ້າງຄວາມຮັ່ງມີໃຫ້ແກ່ຫົວໜ່ວຍຄອບຄົວ, ສັງຄົມແລະປະເທດຊາດ, ເຮັດໃຫ້ຄວາມທຸກຍາກຂອງປະຊາຊົນຫຼຸດລົງເທື່ອລະກ້າວ;ໂຮງຮຽນ, ໂຮງໝໍແລະສູນບໍລິການສາທາລະນະໄດ້ຮັບການກໍ່ສ້າງແລະຂະຫຍາຍຕົວໄປທົ່ວທຸກທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ເປີດໂອກາດໃຫ້ປະຊາຊົນເຂົ້າເຖິງການສຶກສາແລະການບໍລິການສຸຂະພາບໄດ້ຢ່າງທົ່ວເຖິງ ແລະ ນັບມື້ຄຸນນະພາບສູງຂື້ນ.

ໃນຕໍ່ໜ້າ, ໃນນາມນັກຄົ້ນຄວ້າວິທະຍາສາດ, ຂ້າພະເຈົ້າຮັບຮູ້ດີວ່າເຖິງແມ່ນພວກເຮົາຈະຍາດໄດ້ຜົນສຳເລັດຫຼາຍດ້ານແລ້ວກໍຕາມ, ແຕ່ເສດຖະກິດຂອງລາວເຮົາ ກໍຍັງມີຄວາມອ່ອນນ້ອຍ ແລະ ບອບບາງເຊິ່ງໄດ້ຮັບຜົນກະທົບຈາກພາຍນອກ ຍ້ອນຄວາມບໍ່ແນ່ນອນຂອງສະພາບເສດຖະກິດ ແລະ ການເມືອງໂລກ. ພ້ອມກັນນັ້ນ, ກໍເຫັນວ່າ ການຄຸ້ມຄອງບໍລິຫານພາຍໃນກໍຍັງຕ້ອງໄດ້ຮັບການປັບປຸງທາງດ້ານປະສິດທິພາບໃຫ້ດີຂື້ນເທື່ອລະກ້າວເພື່ອສືບຕໍ່ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຍີ່ງຂື້ນ. ສິ່ງຄຳຄັນທີ່ເປັນບູລິມະສິດອັນໜື່ງ ພວກເຮົາຕ້ອງໄດ້ເອົາໃຈໃສ່ການພັດທະນາຊັບພະຍາກອນມະນຸດ,ສ້າງແຮງງານລາວໃຫ້ມີຄຸນນະພາບສູງ, ມີທັກສະທີ່ທັນສະໄໝ, ຮູ້ເທົ່າທັນເຕັກໂນໂລຊີແລະນະວັດຕະກຳໃໝ່ເພື່ອຮອງຮັບຍຸກອຸດສາຫະກຳ 4.0. ພ້ອມກັນ ປະຕິຮູບກົນໄກເສດຖະກິດໂດຍສະເພາະ ປັບປຸງລັດວິສາຫະກິດໃຫ້ເຂັ້ມແຂງ, ໂປ່ງໃສ, ຕີຖອຍ ແລະ ກ້າວໄປສູ່ ການລົບລ້າງການສໍ້ລາດບັງຫຼວງ ທີ່ເປັນຕົວກົດໜ່ວງ ຖ່ວງດຶງການພັດທະນາ ແລະ ຖືສຳຄັນການຫັນເປັນທັນສະໄໝເພື່ອໃຫ້ສາມາດແຂ່ງຂັນໄດ້ໃນຍຸກຂອງໂລກາພິວັດໄດ້ຢ່າງມີປະສິດທິພາບ.ສ້າງແລະຂະຫຍາຍເສດຖະກິດລວມໝູ່ປະຊາຊົນ ໂດຍສະເພາະ"ສະຫະກອນ" ໃຫ້ເຂັ້ມແຂງ ແລະ ທັນສະໄໝທັງໃນລວງກວ້າງແລະລວງເລິກ, ເຮັດໃຫ້ເສດຖະກິດລວມໝູ່ເປັນຂອງປະຊາຊົນ, ໂດຍປະຊາຊົນແລະເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.ສົ່ງເສີມ SME ແລະການລົງທຶນທັງພາຍໃນ ແລະ ຕ່າງປະເທດ,ດຶງດູດການລົງທຶນທີ່ມີຄຸນນະພາບ, ເປັນມິດກັບສິ່ງແວດລ້ອມ, ຫຼີກລ່ຽງການຕັດໄມ້ທຳລາຍປ່າຫຼືການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເກີນຂອບເຂດ, ພ້ອມທັງປ້ອງກັນໄພພິບັດທຳມະຊາດແລະໄພທີ່ເກີດຈາກມະນຸດ.ການແກ້ໄຂບັນຫາສັງຄົມເປັນຕົ້ນຈັດການກັບບັນຫາປະກົດການຫຍໍ້ທໍ້ ແລະ ໄພສັງຄົມຢ່າງເດັດຂາດເຊັ່ນ: ການຄ້າມະນຸດ, ຢາເສບຕິດ, ອາຊະຍາກຳທາງໄຊເບີ (Call Center), ການເຂົ້າ-ອອກເມືອງຜິດກົດໝາຍແລະການຄ້າຂາຍເຖື່ອນເພື່ອສ້າງສັງຄົມທີ່ປອດໄພແລະເປັນລະບຽບຮຽບຮ້ອຍ. ພ້ອມນັ້ນ, ຍັງສືບຕໍ່ພັດທະນາ ການເຊື່ອມໂຍງສາກົນ,ສ້າງສປປລາວໃຫ້ກາຍເປັນສູນກາງການຄ້າ, ການບໍລິການແລະການຂົນສົ່ງ (Logistics Hub) ຂອງພາກພື້ນ. ເປີດກວ້າງການຮ່ວມມືກັບນານາຊາດແລະເຊື້ອເຊີນພີ່ນ້ອງຄົນລາວຢູ່ຕ່າງປະເທດຜູ້ທີ່ມີໃຈຮັກຊາດໃຫ້ກັບຄືນມາຢ້ຽມຢາມ, ດຳລົງຊີວິດແລະລົງທຶນສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນ.

ຂ້າພະເຈົ້າເອງມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເກີດມາເປັນຄົນລາວຢູ່ພາຍໃຕ້ການນໍາພາ ຂອງພັກ-ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ໄດ້ດຳລົງຊີວິດຢູ່ໃນປະເທດທີ່ມີສັນຕິພາບ, ມີເອກະລາດມີປະຊາທິປະໄຕ, ມີຄວາມເປັນເອກະພາບ ແລະມີກຽດສັກສີຄືຄວາມໂຊກດີອັນປະເສີດ ຫາອັນປຽບບໍ່ໄດ້.

ໃນວາລະຄົບຮອບ 50 ປີນີ້, ຂ້າພະເຈົ້າຂໍອຸທິດແລະໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ຄວາມຮູ້, ຄວາມສາມາດ, ບົດຮຽນແລະເຫື່ອແຮງທັງໝົດທີ່ມີໃນຖານະເປັນນັກຄົ້ນຄວ້າແລະພົນລະເມືອງດີປະກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃຫ້ເຂັ້ມແຂງມັ່ງຄັ່ງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳແລະສີວິໄລຕາມທິດສີຂຽວ ແລະ ຍືນຍົງ ຕະຫຼອດໄປ.

ຊົມເຊີຍນໍ້າໃຈວັນຊາດທີ 2 ທັນວາໝັ້ນຍືນ!

ສາທາລະນະລັດປະຊາທິປະໄຕປະຊາຊົນລາວໝັ້ນຍືນ!

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ຄໍາໄພ ສົມຊະນະຈາລຶກຜົນງານການນໍາທຸກຍຸກສະໄໝ

ທ່ານ ຄໍາໄພ ສົມຊະນະຈາລຶກຜົນງານການນໍາທຸກຍຸກສະໄໝ

ທ່ານ ຄໍາໄພ ສົມຊະນະ ປະທານກຸ່ມບໍລິສັດຄໍາໄພຊະນະກຣຸບໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພີມປະຊາຊົນ ເນື່ອງໃນໂອກາດ 50 ປີ ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະາຊົນລາວ ວ່າ: ໃນນາມນັກທຸລະກິດຮຸ່ນບຸກເບີກ ແລະ ໃນນາມປະຊາຊົນລາວຜູ້ໜຶ່ງ ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການນໍາ ພັກ-ລັດຖະບານທີ່ໄດ້ປົດປ່ອຍປະເທດຊາດມາແຕ່ 1975 ມາເຖິງ 2025 ເຄິ່ງສັດຕະວັດ 50 ປີ ທີ່ນຳພາປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃຫ້ໄດ້ ຢູ່ດີ-ກິນດີ ແລະ ນຳເອົາຜືນແຜ່ນດິນອັນຄົບຖ້ວນມາໃຫ້ ປະຊາຊົນພວກເຮົາ. ພວກເຮົາຕ້ອງເຂົາລົບນັບຖືຊົມເຊີຍ ພັກ-ລັດ ແລະ ຈົ່ງພ້ອມກັນ ຮັກປະເທດຊາດ ເຮັດຫຍັງຄວນຄໍານຶງຄວາມຍຶນຍົງ, ໂດຍສະເພາະ ແມ່ນບັນຫາສີຂຽວຍືນຍົງ.ຄົນລາວເຮົາ 7 ລ້ານຄົນມີແຜ່ນດິນກວ້າງ, ມີດິນດຳນໍ້າຊຸ່ມ, ນັ່ງຢູ່ຫີບເງິນ, ຫີບຄໍາ ແລະ ຈະເຮັດແນວໃດໃຫ້ເກີດເປັນເງິນເປັນຄໍາຕ້ອງໄດ້ພາກັນທຳການຜະລິດ, ເຮັດທຸລະກິດ, ດັ່ງນັ້ນ. ນັກຮຽກຮ້ອງໃຫ້ລູກຫຼານ ຕ້ອງໄດ້ພ້ອມກັນສູ້ຊົນເພື່ອສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ມີຄວາມຈະເລີນກ້າວໜ້າ.
ສພອ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເຊັນ​ສັນ​ຍາ​ການ​ຮ່ວມ​ມື

ສພອ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ເຊັນ​ສັນ​ຍາ​ການ​ຮ່ວມ​ມື

ພິ​ທີ​ເຊັນ​ສັນ​ຍາບົດ​ບັນ​ທຶກ​ການ​ຮ່ວມ​ມື ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກິດ​ຈະ​ກິດ (MOA) ລະຫວ່າງສະຖາບັນພັດທະນາອາຊີວະສຶກສາ(ສພອ) ກະຊວງສຶກສາທິການ ແລະ ກິລາ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກນີ້ ທີ່ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໂດຍຮ່ວມລົງນາມໃນຄັ້ງນີ້ມີ ທ່ານ ບຸນເສັງ ຄຳມູນຕີ ຜູ້ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທະຫານຄືເຫຼັກກ້າ ພ້ອມຜ່ານຜ່າແປວໄຟສົງຄາມເພື່ອຮັກສາປະເທດຊາດໃຫ້ໝັ້ນຄົງ

ທະຫານຄືເຫຼັກກ້າ ພ້ອມຜ່ານຜ່າແປວໄຟສົງຄາມເພື່ອຮັກສາປະເທດຊາດໃຫ້ໝັ້ນຄົງ

ຄຳວ່າ (ທະຫານ) ຫາງສຽງ ແລະ ສາຍຕາຂອງສັງຄົມທີ່ມີຕໍ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ສ່ວນໃຫຍ່ແລ້ວຈະເບິ່ງເຫັນດ້ວຍສາຍຕາທີ່ອົບອຸ່ນ, ເຄົາລົບ ແລະ ໃຫ້ກຽດຢ່າງພາກພູມໃຈ, ທະຫານບໍ່ວ່າຈະປະຕິບັດງານອັນໃດ, ຢູ່ໃສກໍລ້ວນແລ້ວເອົາປະຊາຊົນເປັນທີ່ຕັ້ງ ແລະ ສິ່ງນີ້ເອງທີ່ເຮັດໃຫ້ມີຄວາມສະໜິດ ແໜ້ນ ແລະ ເຊື່ອມຈອດກັບປະຊາຊົນຢ່າງແທ້ຈິງແບບໃຈແລກໃຈ; ແນ່ນອນມີຄົນຮັກກໍມີຄົນຊັງ ຍັງມີຄົນບາງກຸ່ມທີ່ຍັງແນມທະຫານດ້ວຍສາຍຕາທີ່ບໍ່ເປັນມິດ, ບາງທ່ານເວລາເຫັນທະຫານໃສ່ເຄື່ອງຊຸດເກົ່າ ຂີ່ລົດຈັກຮ້າງສົ່ງລູກໄປໂຮງຮຽນ ບາງທ່ານກໍຄິດໃນໃຈຢາກເວົ້າສຽດສີເປັນຕ່າງໆນາໆ ໂດຍບໍ່ຄຳນຶງເຖິງສະພາບຈິດໃຈ ແລະ ຄວາມຈິງທີ່ແຕ່ລະຄົນຕ້ອງປະເຊີນ. ບາງຄົນຕັ້ງຄຳຖາມຂຶ້ນວ່າໃນວົງເຫຼົ້າ ວົງເບຍ ສົນທະນາກັນວ່າອາຊີບທະຫານເງິນເດືອນບໍ່ສົມກັບໜ້າວຽກ, ບໍ່ກຸ້ມກິນ.
ຄໍາມ່ວນເຜີຍແຜ່ຂໍ້ມູນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ

ຄໍາມ່ວນເຜີຍແຜ່ຂໍ້ມູນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ

ໃນວັນທີ 25 ພະຈິກຜ່ານມານີ້, ອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານແຫ່ງສະຫະປະຊາຊາດ ຮ່ວມກັບ ກະຊວງແຮງງານ - ສະຫວັດດີການສັງຄົມ ແລະ ພະແນກແຮງງານ - ສະຫວັດດີການສັງຄົມແຂວງຄໍາມ່ວນໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ປອດໄພຂຶ້ນ ຢູ່ທີ່ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ພູມໃຈທີ່ເຫັນປະເທດຊາດໄດ້ຮັບການພັດທະນາ

ພູມໃຈທີ່ເຫັນປະເທດຊາດໄດ້ຮັບການພັດທະນາ

ສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ສະແດງຄວາມຮູ້ສຶກ ພ້ອມທັງໃຫ້ທັດສະນະຕໍ່ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີວ່າ: ຂ້າພະເຈົ້າສຸດທີ່ພາກ ພູມໃຈທີ່ປະເທດຊາດຂອງພວກເຮົານັບແຕ່ມື້ສະຖາປະນາຈົນມາເຖິງປັດຈຸບັນແມ່ນມີຄວາມສະຫງົບໝັ້ນຄົງໄດ້ຮັບການພັດທະນາຮອບດ້ານ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປະດິດສ້າງຂອງພັກປະຊາຊົນປະຕິວັດລາວ.
ມອບເຄື່ອງ ໃຫ້ນັກຮຽນນອນຫໍພັກຢູ່ໂຮງຮຽນ ມສ ປາກເປັດ

ມອບເຄື່ອງ ໃຫ້ນັກຮຽນນອນຫໍພັກຢູ່ໂຮງຮຽນ ມສ ປາກເປັດ

ໃນວັນທີ 25 ພະຈິກ 2025ນີ້, ທ່ານ ສົມບູນ ໄຊວຸດ ຮອງປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍຄອບຄົວການນຳເມືອງ ແລະ ນັກທຸລະກິດຍິງພາຍໃນເມືອງ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມອບໃຫ້ນັກຮຽນທີ່ນອນຫໍພັກຢູ່ທີ່ໂຮງຮຽນ ມັດທະຍົມສຶກສົມບູນ ປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ.
ສາລະວັນຈັດກິດຈະກຳອອກກຳລັງກາຍເພື່ອສຸຂະພາບ ລະນຶກວັນສາກົນລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ສາລະວັນຈັດກິດຈະກຳອອກກຳລັງກາຍເພື່ອສຸຂະພາບ ລະນຶກວັນສາກົນລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ສະຫະພັນແມ່ຍິງແຂວງສາລະວັນ ຈັດກິດຈະກຳອອກກຳລັງກາຍເພື່ອສຸຂະພາບ (ເຕັ້ນແອວໂລບິກ) ເນື່ອງໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ພາຍໃຕ້ຄຳຂັວນ “ຮ່ວມແຮງ ຮ່ວມໃຈກັນ ຢຸດຕິການໃຊ້ຄວາມຮຸນແຮງ ຜ່ານທາງດີຈີຕ້ອນຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ”. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 25 ພະຈິກຜ່ານມາ ທີ່ເດີ່ນສວນໄມ້ດູ່ 1,000 ປີ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງດີ ຈັນທະວົງ ປະທານແນວລາວສ້າງຊາດແຂວງ, ທ່ານ ນາງ ຈັນທະຈອນ ຫວາດທະລາວົງ ຮອງປະທານສະຫະພັນແມ່ຍິງແຂວງ, ມີການນຳ ແລະ ພະນັກງານຈາກພະແນກການອ້ອມຂ້າງ, ອົງການທຽບເທົ່າ ແລະມວນຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ເມືອງລະມາມ ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 43 ປີ

ເມືອງລະມາມ ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 43 ປີ

ຄະນະກໍາມະການປົກຄອງເມືອງລະມາມ ແຂວງເຊກອງ ຮ່ວມກັບ ຂະແໜງການກ່ຽວຂ້ອງແຂວງ ຈັດພິທີສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 43 ປີ (1 ຕຸລາ 1982-1 ຕຸລາ 2025) ໃນວັນທີ 26 ພະຈິກນີ້ ທີ່ສະໂມສອນເມືອງ, ໂດຍມີທ່ານ ດາວວີ ສວຍທະລັງສີ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາ, ອະດີດການນໍາຂັ້ນແຂວງ-ເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ອ້ອມຂ້າງແຂວງ ແລະ ເມືອງລະມາມ ເຂົ້າຮ່ວມ.
ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ

ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ

ກະຊວງຍຸຕິທຳທຳ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດຄື:ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025),ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ປະດັບຫຼຽນກາລະນິກ 50 ປີ ວັນສະຖາປານາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກນີ້ ທີ່ກະຊວງດັ່ງກ່າວໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ຄຳພັນ ບຸນພາຄົມ ຮອງລັດຖະມົນຕິກະຊວງຍຸຕິທຳ ມີບັນດາພະນັກງານພາຍໃນກະຊວງເຂົ້າຮ່ວມຮັບຟັງ.
ຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ວັນທີ່ 25 ພະຈິກ 2025 ນີ້, ສະຫະພັນແມ່ນຍິງແຂວງຫຼວງພະບາງ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງວັນທີ 25 ພະຈິກ ໂດຍມີ ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີເອື້ອຍນ້ອງແມ່ຍິງ ແລະຜູ້ຕາງໜ້າຈາກພະແນກການ-ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ເພີ່ມເຕີມ