6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ
ໄລຍະ 6 ເດືອນຕົ້ນປີ 2025 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນແຈ້ງເຂົ້າ-ອອກເມືອງ ທັງໝົດ 115,688 ເທື່ອຄົນ ຍິງ 24,831 ເທື່ອຄົນ. ໃນນັ້ນ, ຄົນແຈ້ງເຂົ້າເມືອງ ມີ 58,173 ເທື່ອຄົນ ຍິງ 12,280 ເທື່ອຄົນ ລວມມີ 50 ສັນຊາດ, ສ່ວນຄົນແຈ້ງອອກເມືອງມີ 57,515 ເທື່ອຄົນ ຍິງ 12,551 ເທື່ອຄົນ ລວມມີ 54 ສັນຊາດ. ໃນຄະນະດຽວກັນ ໄລຍະ 6 ເດືອນຜ່ານມາ ຢູ່ດ່ານສາກົນພູເກືອ ມີລົດແຈ້ງເຂົ້າເມືອງ ຈໍານວນ 26,809 ເທື່ອຄັນ ລວມມີ 4 ສັນຊາດ ແລະ ລົດແຈ້ງອອກເມືອງ ມີ 23,976 ເທື່ອຄັນ ມີ 4 ສັນຊາດ.
6 ເດອນຕນປ ດານສາກນພເກອ ມຄນແຈງເຂາ-ອອກເມອງ 115.688 ຄນ - image 1
 

ທ່ານ ພັນໂທ ມະໂນລັກ ວົງສີສຸກ ຫົວໜ້າ ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ປະຈໍາດ່ານສາກົນພູເກືອ ແຂວງອັດຕະປື ໄດ້ໃຫ້ສໍາພາດເມື່ອບໍດົນນີ້ວ່າ: ໄລຍະ 6 ເດືອນຕົ້ນປີ 2025 ຂະ ແໜງຕຳຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານສາກົນພູເກືອ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ກວດຄົນເຂົ້າ-ອອກເມືອງ ແລະ ກວດກາພາຫະນະ, ສິນຄ້າຕ່າງໆ ທີ່ຜ່ານປະຕູດ່ານ. ພ້ອມທັງໄດ້ປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງທີ່ຂຶ້ນກັບດ່ານ, ເພີ່ມທະວີໃນການກວດກາລາດຕະ ເວນຕາມຂອບເຂດຊາຍແດນ ທີ່ຕົນຮັບຜິດຊອບ ຢ່າງເປັນປົກກະຕິຕໍ່ເນື່ອງ, ເພື່ອເຮັດໜ້າທີ່ ຄຸ້ມຄອງ, ກວດກາ, ຕິດຕາມການເຂົ້າ-ອອກເມືອງຂອງຄົນ ແລະ ພາຫະນະທີ່ຜ່ານປະຕູດ່ານ ໃຫ້ມີຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຊຶ່ງໂດຍລວມແລ້ວ ຕະຫຼອດ 6 ເດືອນຜ່ານມາ ເຫັນວ່າໜ່ວຍງານ ຕມ ປະຈໍາດ່ານສາກົນພູເກືອ ແມ່ນຍັງຮັກສາໄດ້ຄວາມສະຫງົບ-ຄວາມເປັນ ລະບຽບຮຽບຮ້ອຍຕາມຂອບເຂດຄວາມຮັບຜິດຊອບຂອງດ່ານໄດ້ເປັນຢ່າງດີ, ການເຂົ້າ-ອອກຜ່ານດ່ານຂອງຊາວຕ່າງປະເທດ ແລະ ປະຊາຊົນລາວ ເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍ ມີການເຄົາລົບກົດລະບຽບຂອງການເຂົ້າ-ອອກ ເປັນຢ່າງດີ.

6 ເດອນຕນປ ດານສາກນພເກອ ມຄນແຈງເຂາ-ອອກເມອງ 115.688 ຄນ - image 2
 

ທ່ານ ພັນໂທ ມະໂນລັກ ວົງສີສຸກ ໄດ້ໃຫ້ຮູ້ອີກວ່າ: ດ່ານສາກົນພູເກືອປະກອບມີ 4 ປ້ອມກວດກາ ຄື: ປ້ອມກວດກາຕິດຕາມເປົ້າໝາຍ ແລະ ສັງເກດການ ຂາເຂົ້າເມືອງ, ປ້ອມກວດກາຕິດຕາມເປົ້າໝາຍ ແລະ ສັງເກດການ ຂາອອກເມືອງ, ປ້ອມຈໍ້າແຈ້ງໜັງສືຜ່ານແດນ ຂາເຂົ້າເມືອງ ແລະ ປ້ອມຈໍ້າແຈ້ງໜັງສືຜ່ານແດນ ຂາອອກເມືອງ. ນອກນັ້ນ 6 ເດືອນຜ່ານມາ ຍັງໄດ້ມອບຮັບຜູ້ຕ້ອງຫາຄົນເຊື້ອຊາດ, ສັນຊາດ ຫວຽດນາມ ລວມມີ 4 ຄັ້ງ, ຈໍານວນ 7 ຄົນ ຍິງ 2 ຄົນ, ນໍາສົ່ງຊາກສົບຄົນເຊື້ອຊາດ, ສັນຊາດ ຫວຽດນາມ ມີ 3 ຄັ້ງ, ຈຳນວນ 3 ສົບ ແລະ ນໍາສົ່ງຄົນເຈັບ ຄົນເຊື້ອຊາດ, ສັນຊາດ ຫວຽດນາມ ລວມມີ 6 ຄັ້ງ, ຈຳນວນ 6 ຄົນ.

(ຂ່າວ-ພາບ: ມະນີວອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ