ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ “ບົດລາຍງານຂອງລັດຖະບານຈີນກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ຕົ້ນປີນີ້ມາ” ໂດຍລະບຸໄວ້ວ່າ: ແຕ່ຕົ້ນປີນີ້ມາ, ເສດຖະກິດຈີນໂດຍລວມໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ ແລະ ກ້າວໄປໜ້າຢ່າງຕໍ່ເນື່ອງ, ສັງຄົມມີສະຖຽນລະພາບ. ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນ 6 ເດືອນຕົ້ນປີນີ້ໄດ້ເພີ່ມຂຶ້ນ 4.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມີປະລິມານການເຕີບໂຕສູງເຖິງ 3,600 ຕື້ຢວນ ຊຶ່ງເປັນລະດັບສູງສຸດເມື່ອທຽບໃສ່ໄລຍະດຽວກັນໃນ 5 ປີຜ່ານມາ.
ຄໍາເຫັນ