ໂຕເລກສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ລາຍຮັບຈາກອຸດສາຫະກຳຊັອຟແວຂອງຈີນບັນລຸເຖິງ 7,718 ຕື້ 200 ລ້ານຢວນ, ເພີ່ມຂຶ້ນ 9.5%, ຍອດມູນຄ່າກຳໄລຂອງອຸດສາຫະກຳຊັອຟແວໄດ້ເພີ່ມຂຶ້ນ 1%, ມູນຄ່າການສົ່ງອອກຂອງອຸດສາຫະກຳຊັອຟແວບັນລຸເຖິງ 33 ຕື້ 790 ລ້ານໂດລາ, ເພີ່ມຂຶ້ນ 11.4%.
ສະພາບການດຳເນີນງານໂດຍແບ່ງຕາມຂົງເຂດສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ລາຍຮັບຈາກຜະລິດຕະພັນຊັອຟແວໄດ້ເພີ່ມຂຶ້ນ 6.9%, ກວມ 21.7% ຂອງລາຍຮັບທັງໝົດ. ລາຍຮັບຈາກຜະລິດຕະພັນຊັອຟແວອຸດສາຫະກຳເພີ່ມຂຶ້ນ 8.2%. ລາຍຮັບຈາກການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານຍັງສືບຕໍ່ເພີ່ມຂຶ້ນໃນອັດຕາສອງໂຕເລກ. ໃນ 6 ເດືອນຕົ້ນປີນີ້, ລາຍຮັບຈາກການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານກວມ 68.5% ຂອງລາຍຮັບທັງໝົດຂອງອຸດສາຫະກຳ. ໃນນັ້ນ, ການບໍລິການລະບົບຄລາວຄອມພິວທິງ ແລະ ຂໍ້ມູນໃຫຍ່ບັນລຸເຖິງ 887 ຕື້ 700 ລ້ານຢວນ, ເພີ່ມຂຶ້ນ 12.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ຄໍາເຫັນ