6 ເດືອນຕົ້ນປີ ສາລະວັນລວມຍອດຜະລິດຕະພັນພາຍໃນ 4.969 ຕື້ກວ່າກີບ

6 ເດືອນຕົ້ນປີ ສາລະວັນລວມຍອດຜະລິດຕະພັນພາຍໃນ 4.969 ຕື້ກວ່າກີບ

ແຂວງສາລະວັນລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 4.969 ຕື້ກວ່າກີບ ເທົ່າກັບ 58% ຂອງແຜນການ, ອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 4,3%, ການລົງທຶນຂອງພາກລັດ ເອກະຊົນ ມີຈຳນວນໜ້ອຍ, ການຜະລິດໃນຂົງເຂດກະສິກຳບາງປະເພດເພີ່ມຂຶ້ນແບບກ້າວກະໂດດ,ໃນຂະນະດຽວກັນໄດ້ສົ່ງເສີມພັດທະນາວຽກງານກະສິກຳ-ປ່າໄມ້ ຕາມທິດຍືນຍົງ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໂດຍນຳໃຊ້ເຕັກນິກໃໝ່ເຂົ້າໃສ່ການຜະລິດ ແລະ ການລ້ຽງສັດ ແບບຄອບຄົວ,ແບບຟາມ ສາມາດສະໜອງຕະຫຼາດພາຍໃນ ແລະ ສົ່ງອອກໄດ້ຈຳນວນໜຶ່ງ.

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງຄັ້ງທີ I ປີ 2024, ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອວັນທີ 17 ກໍລະກົດ ວ່າ: 6 ເດືອນຕົ້ນປີ ຜ່ານມາ ທົ່ວແຂວງສາລະວັນ ຍັງສືບຕໍ່ມີຄວາມສະຫງົບໜັກແໜ້ນ,ລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 4.969 ຕື້ກວ່າກີບ ເທົ່າກັບ 58% ຂອງແຜນການ, ອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 4,3%, ການລົງທຶນຂອງພາກລັດ ເອກະຊົນ ມີຈຳນວນໜ້ອຍ, ການຜະລິດໃນຂົງເຂດກະສິກຳບາງປະເພດເພີ່ມຂຶ້ນແບບກ້າວກະໂດດ ໂດຍສະເພາະມັນຕົ້ນ ທີ່ມີປະລິມານຫຼາຍ ສະເລ່ຍ 1,2 ລ້ານໂຕນ/ປີ, ການເກັບລາຍຮັບໃນ6 ເດືອນຕົ້ນປີ ປະຕິບັດໄດ້ 136 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າລື່ນແຜນການແລ້ວປະມານ 20%. ຄາດວ່າໝົດປີ ຈະລື່ນແຜນຄືກັບປີຜ່ານມາ.

ນອກຈາກນີ້, ແຂວງ ສາລະວັນ ຍັງໄດ້ເອົາໃຈໃສ່ ໃນການຄຸ້ມຄອງ ດັດສົມບັນດາໂຮງງານປຸງແຕ່ງໄມ້, ຕິດຕາມ, ກວດກາ, ອະນຸຍາດ ການນຳເຂົ້າ-ສົ່ງອອກ ຊຶ່ງມູນຄ່າສິນຄ້າສົ່ງອອກ 1.021 ຕື້ກວ່າກີບ ເທົ່າກັບ 53% ຂອງແຜນ, ມູນຄ່າການນຳເຂົ້າ 430 ຕື້ກວ່າກີບ ທຽບໃສ່ແຜນເຫັນວ່າລື່ນແຜນເທົ່າຕົວ. ອັນພົ້ນເດັ່ນ ແມ່ນໄດ້ຮັບຮອງເອົາຜະລິດຕະພັນເຄື່ອງຫັດຖະກຳຈັກສານ ຂອງປະຊາຊົນບ້ານແບ່ງດ່ານເມືອງລະຄອນເພັງຂຶ້ນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ. ນອກນີ້ ຍັງໄດ້ຊຸກຍູ້ສົ່ງເສີມການສຶກສາ-ສຳຫຼວດ ເພື່ອກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍ, ໄຟຟ້າພະລັງງານລົມ-ແສງຕາເວັນ, ຂຸດຄົ້ນຖ່ານຫີນ ແລະ ແຮ່ທາດ ອື່ນໆ. ໄດ້ຂະຫຍາຍໄຟຟ້າ ເຂົ້າບ້ານ ກວມເອົາ 100% ຂອງບ້ານທັງໝົດ, ໄດ້ຊຸກຍູ້ ພໍ່ແມ່ປະຊາຊົນສົມທົບທຶນ ຕິດຕັ້ງໄຟຟ້າເຍືອງທາງ ດ້ວຍລະບົບແສງຕາເວັນ ຢູ່ຕາມບ້ານເທສະບານເມືອງ, ບ້ານຈຸດສຸມ, ບ້ານຕາມສາຍທາງ ແລະ ບ້ານອື່ນໆ ເຊັ່ນ ເມືອງສາລະວັນ, ວາປີ, ຄົງເຊໂດນ, ລະຄອນເພັງ ແລະ ສະໝ້ວຍ.

ທ່ານ ກ່າວຕື່ມວ່າສຳລັບ ການເປີດປີທ່ອງທ່ຽວລາວ 2024ໄລຍະ 6 ເດືອນຜ່ານມາ ໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມປະຕິທິນທ່ອງທ່ຽວຂັ້ນແຂວງ ສຳເລັດ7 ເມືອງ 7 ກິດຈະກໍາ ເປັນຕົ້ນ: ງານບຸນປະເພນີ ພະແກ້ວນໍ້າຢາດບ້ານນາໂພ ເມືອງວາປີ,ງານບຸນນະມັດສະການພະຍາດນາດູ່ ເມືອງລະຄອນເພັງ, ງານເທສະການກາເຟຄຳ ບ້ານໂນນດູ່ ເມືອງເລົ່າງາມ, ງານເທດສະການຜ້າຝ້າຍແພລາຍ ເຜົ່າກະຕາງ ບ້ານສາມັກຄີໄຊ ເມືອງຕຸ້ມລານ, ງານເທດສະການໝາກພ້າວນາໄຊ ເມືອງສາລະວັນ, ງານບຸນປະເພນີອາຢາ ເຜົ່າປະໂກະ ເມືອງສະໝ້ວຍ ແລະງານເທດສະການປີ້ງໄກ່ນາປົ່ງ ເມືອງຄົງເຊໂດນ ຊຶ່ງແຕ່ລະເມືອງ ກໍໄດ້ມີການວາງສະແດງສິນຄ້າຜະລິດຕະພັນ ທີ່ເປັນໂອດັອບຂອງຕົນ ຕິດພັນກັບກິດຈະການປະກວດສິລະປະວັນນະຄະດີ ທີ່ເປັນເອກະກະລັກສະເພາະໃຜລາວ ເຮັດໃຫ້ບັນຍາກາດການທ່ອງທ່ຽວມີຄວາມຄຶກຄື້ນ ຊຶ່ງສາມາດດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຫລາຍກວ່າ 122.622 ເທື່ອຄົນ ເທົ່າກັບ90% ຂອງແຜນການ, ໃນນີ້ ນັກທ່ອງທ່ຽວພາຍໃນ 68.198ເທື່ອຄົນ, ນັກທ່ອງທ່ຽວສາກົນ 8.841 ເທື່ອຄົນ ແລະ ນັກທ່ອງທ່ຽວຊາຍແດນ 45.583 ເທື່ອຄົນ, ສາມາດສ້າງລາຍຮັບທາງກົງ ແລະ ທາງອ້ອມໄດ້ປະມານ 16 ລ້ານໂດລາ ເທົ່າກັບ 91% ຂອງແຜນການ.(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວເສດຖະກິດ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ,
ເພີ່ມເຕີມ