6 ເດືອນຕົ້ນປີດ່ານພາສີສາກົນລະໄລຈັດເກັບລາຍຮັບໄດ້ເກີນແຜນ

6 ເດືອນຕົ້ນປີດ່ານພາສີສາກົນລະໄລຈັດເກັບລາຍຮັບໄດ້ເກີນແຜນ

6 ເດືອນຕົ້ນປີດ່ານພາສີສາກົນລະໄລຈັດເກັບລາຍຮັບໄດ້ເກີນແຜນ
ໃນໄລຍະເວລາ 6 ເດືອນຕົ້ນປີ 2025, ດ່ານພາສີສາກົນລະໄລ ແຂວງສາລະວັນ, ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 48.98 ຕື້ກີບທຽບໃສ່ແຜນການ 6 ເດືອນຕົ້ນປີເທົ່າກັບ 108.4% (ລື່ນແຜນການ 8.49%) ຫຼື ເທົ່າກັບ 54.31% ຂອງແຜນການປີ. ໃນນັ້ນ, ລາຍຮັບສ່ວນໃຫຍ່ໄດ້ຈາກການນໍ້າເຂົ້ານໍ້າມັນເຊື້ອໄຟ, ຄ່າຊັກພິເສດ, ພາຫະນະ, ສິ້ນສ່ວນອາໄຫຼ່, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າທໍານຽມ ແລະ ອື່ນໆ.
6 ເດອນຕນປດານພາສສາກນລະໄລຈດເກບລາຍຮບໄດເກນແຜນ - image 1
 

ທ່ານ ສຸລັດ ອິນທະວົງ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຮອງເລຂາຄະນະພັກຮາກຖານ ທັງເປັນເລຂາໜ່ວຍພັກດ່ານພາສີສາກົນລະໄລຫົວໜ້າດ່ານພາສີສາກົນລະໄລ ໄດ້ໃຫ້ສຳພາດວ່າ: ດ່ານພາສີສາກົນລະໄລ ຕັ້ງຢູ່ເມືອງສະໝ້ວຍ ແຂວງສາລະວັນ ສປປ ລາວ, ໂດຍມີຊາຍແດນຕິດຈອດກັບດ່ານສາກົນລະໄລ ແຂວງກວາງຈິ ສສ ຫວຽດນາມ, ທີ່ຕັ້ງຂອງດ່ານຫ່າງຈາກເທດສະບານແຂວງປະມານ 140 ກິໂລແມັດ, ຊຶ່ງວຽກວິຊາສະເພາະດ່ານພາສີສາກົນລະໄລ ຂຶ້ນກັບພາສີ ປະຈຳແຂວງສາລະວັນ ກົມພາສີ ກະຊວງການເງິນ, ມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 27 ຄົນ ຍິງ 4 ຄົນ ແລະ ພະນັກງານຊ່ວຍວຽກຈໍານວນໜຶ່ງ, ປະກອບມີ 3 ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີ ແລະ ຂໍ້ມູນຂ່າວສານ; ກຸ່ມວຽກຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ; ກຸ່ມວຽກກວດກາສິນຄ້າ ແລະ ຄຸ້ມຄອງສາງສິນຄ້າ.

6 ເດອນຕນປດານພາສສາກນລະໄລຈດເກບລາຍຮບໄດເກນແຜນ - image 2
 

ຈຸດພິເສດຂອງດ່ານພາສີສາກົນລະໄລ, ຊຶ່ງການນໍາເຂົ້າ-ສົ່ງອອກສິນຄ້າຂອງບັນດາຫົວໜ່ວຍທຸລະກິດບໍ່ມີຫຼາຍຄືດ່ານສາກົນແຫ່ງອື່ນໆ,ມີແຕ່ບາງບໍລິສັດ ຫຼື ບາງບຸກຄົນເທົ່ານັ້ນທີ່ມາໃຊ້ບໍລິການຜ່ານດ່ານໃນການນໍາເຂົ້າ-ສົ່ງອອກສິນຄ້າ-ເຄື່ອງຂອງ; ສຳລັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະເກັບລາຍຮັບໃນ 6 ເດືອນຕົ້ນປີ2025, ດ່ານພາສີສາກົນລະໄລໄດ້ເອົາໃຈໃສ່ໃຫ້ການບໍລິການ, ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ພາສີຕ່າງໆແກ່ຜູ້ປະກອບການ, ຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆ.

ໃນປີ 2025 ໄດ້ຮັບຕົວເລກແຜນການທັງໝົດຂອງດ່ານ 90.20 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນ 6 ເດືອນຕົ້ນປີ, ສາມາດເກັບລາຍຮັບໄດ້ທັງໝົດ 48.98 ຕື້ກີບເທົ່າກັບ 108.49% ຂອງແຜນການ 6 ເດືອນ (ລື່ນແຜນການ 8.49%) ຫຼື ເທົ່າກັບ 54.31% ຂອງແຜນການປີ, ງລຊຶ່າຍຮັບສ່ວນໃຫຍ່ແມ່ນໄດ້ຈາກໝວດສິນຄ້າຕົົ້ນຕໍເຊັ່ນ: ນໍ້າມັນເຊື້ອໄຟ, ພາຫະນະ, ສິ້ນສ່ວນອາໄຫຼ່, ເຄື່ອງກໍ່ສ້າງ, ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າສົ່ງເສີມການລົງທຶນ, ສິນຄ້ານໍາເຂົ້າເພື່ອສົ່ງອອກ, ຄ່າປັບໃໝ່-ຂາຍເຄື່ອງຮິບ, ຄ່າທໍານຽມເຂົ້າ-ອອກ, ຄ່າຊັກພິເສດ, ຄ່າທຳນຽມຄັງແຮ ແລະ ສິນຄ້າອື່ນໆ.

ຫົວໜ້າດ່ານພາສີສາກົນລະໄລ ກ່າວຕື່ມອີກວ່າ: ສາເຫດພາໃຫ້ການເກັບລາຍຮັບໄດ້ເກີນແຜນການ, ຍ້ອນຄວາມເອົາໃຈໃສ່ຄະນະດ່ານຊີ້ນໍາ-ນໍາພາ, ມີລະບຽບກົດໝາຍ ແລະ ນິຕິກຳຕ່າງໆກ່ຽວກັບວຽກງານພາສີ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນວຽກງານວິຊາສະເພາະ. ພ້ອມດຽວກັນນີ້, ຜູ້ປະກອບການສ່ວນໃຫຍ່ເຂົ້າໃຈກ່ຽວກັບລະບຽບກົດໝາຍ, ເຮັດໃຫ້ການປະກອບສ່ວນເສຍພັນທະເຂົ້າງົບປະມານຂອງລັດຢ່າງຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນກັບເວລາ.

ຄຽງຄູ່ກັນນີ້,ການນໍາເຂົ້າສິນຄ້າຂອງເຄື່ອງຂອງບາງໝວດສິນຄ້າເພີ່ມຂຶ້ນ ແລະ ລະບົບພາສີທັນສະໄໝ (ລະບົບ NSWA+) ຮັບປະກັນຄວາມຖືກຕ້ອງໃນການຈັດເກັບລາຍຮັບເຂົ້າງົບປະມານທັນຕາມກຳນົດເວລາ, ເນັ້ນການໃຫ້ບໍລິການວຽກງານ, ສະດວກວ່ອງໄວ ແລະ ເຈົ້າໜ້າທີ່ພາສີເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍ, ເຮັດໃຫ້ການຈັດເກັບລາຍຮັບໄດ້ຕາມແຜນການ ແລະ ລື່ນແຜນທີ່ທາງຂັ້ນເທິງມອບໝາຍໃຫ້.

6 ເດອນຕນປດານພາສສາກນລະໄລຈດເກບລາຍຮບໄດເກນແຜນ - image 3
 

ທ່ານ ສຸລັດ ອິນທະວົງ ກ່າວຕື່ມອີກວ່າ: ທິດທາງແຜນການ 6 ເດືອນທ້າຍປີ 2025 ໄດ້ວາງຫຼາຍມາດຕະການ, ຄາດໝາຍສູ້ຊົນ,ແຜນການຄາດຄະເນເກັບລາຍຮັບເປັນຕົ້ນ: ຊອກທ່າແຮງບົ່ມຊ້ອນ, ເຂັ້ມງວດກວດກາ-ສິນຄ້າເຄື່ອງຂອງຜ່ານດ່ານເປັນຕົ້ນ:ສິນຄ້າປະເພດນໍ້າມັນເຊື້ອໄຟ, ປະສານສົມທົບກັບຂະແໜງການກ່ຽວຂ້ອງພາຍໃນດ່ານ, ເພື່ອເຮັດໃຫ້ການຈັດເກັບລາຍຮັບບັນລຸຕາມລະດັບຄາດໝາຍ ແລະ ຄາດຄະເນລາຍຮັບ 6 ເດືອນທ້າຍປີໃຫ້ໄດ້ຕາມຄາດໝາຍ ແລະ ລາຍຮັບໝົດປີຄາດວ່າຈະໄດ້ລື່ນແຜນການປີ.

(ແຫຼ່ງຂ່າວ: ແຂວງສາລະວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ