![]() |
ທ່ານ ໄພວີ ສີບົວລີພາ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອພ້ອມກັນຕີລາຄາ ດ້ານອ່ອນ-ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ວິທີການແກ້ໄຂ ແລະ ການກຳນົດເວລາໃຫ້ຊັດເຈນ ໃນການປະຕິບັດໜ້າທີ່ວຽກງານຊີ້ນຳຂອງຕົນໃນໄລຍະຜ່ານມາ, ໂດຍສະເພາະຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາລະບົບສານ 5 ປີ (2025-2030) ໃນກາງສະໄໝ; ຮັບຮອງເອົາ 5 ທິດທາງແຜນການ ແລະ ຍັງໄດ້ຮັບຮອງເອົາການຊີ້ແຈງບັນຫາທາງດ້ານວິຊາການຈຳນວນໜຶ່ງ, ໂດຍສະເພາະກໍແມ່ນການບໍລິຫານສານ ແລະ ບໍລິຫານຄະດີ ຂອງສານ. ຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງບາງບັນຫາຂໍ້ຄົງຄ້າງ ດ້ານອ່ອນ, ວິທີເເກ້ໄຂ ແລະ ການກຳນົດເວລາໃນການແກ້ໄຂ ຂອງບັນດາປະທານສານປະຊາຊົນທົ່ວປະເທດ, ພ້ອມທັງການແນະນໍາຂອງບັນຄະນະສານ, ກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ, ກົມຮ່ວມມືສາກົນ ຂອງ ສານປະຊາຊົນສູງສຸດ ເພື່ອແນໃສ່ຍົກລະດັບຄວາມຮູ້ຄວາມສາມາດໃນການຄົ້ນຄວ້າພິຈາລະນາຕັດສິນ ແລະ ພິພາກສາຄະດີໃຫ້ມີຄວາມຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທຳໃຫ້ແກ່ສັງຄົມ ເປັນທີ່ເພິ່ງຂອງປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ກອງປະຊຸມຄັ້ງນີ້ ແມ່ນເປັນເຫດການໜຶ່ງທີ່ມີຄວາມໝາຍ ຄວາມສຳຄັນເປັນຢ່າງຍິ່ງ ໃຫ້ແກ່ການປະຕິບັດກົດໝາຍວ່າດ້ວຍສານປະຊາຊົນ ຊຶ່ງມີຄວາມຈໍາເປັນ ແລະ ຖືເປັນວຽກຮີບດ່ວນ ເລັ່ງໃຫ້ສານປະຊາຊົນແຕ່ລະຂັ້ນ ໂດຍສະເພາະແມ່ນບັນດາປະທານສານປະຊາຊົນໃນຂອບເຂດທົ່ວປະເທດຈະໄດ້ພ້ອມກັນປະຕິບັດຄື: ຮັບຟັງການລາຍງານ ການນຳພາ - ຊີ້ນຳລວມ ໃນໄລຍະຜ່ານມາ; ຮັບຟັງການລາຍງານ ການນຳພາ-ຊີ້ນຳ, ຂໍ້ຄົງຄ້າງ-ດ້ານອ່ອນ, ວິທີການແກ້ໄຂ, ການກຳນົດເວລາໃຫ້ຊັດເຈນ ຂອງບັນດາປະທານສານປະຊາຊົນພາກ, ນະຄອນຫຼວງວຽງຈັນ, ແຂວງ, ເຂດ ໃນທົ່ວປະເທດ; ຮັບຟັງການປະກອບຄຳເຫັນ ຂອງບັນດາທ່ານຫົວໜ້າຄະນະສານແພ່ງ, ຄະນະສານອາຍາ, ຄະນະສານການຄ້າ ແລະ ກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ ຂອງສານປະຊາຊົນສູງສຸດ ຈະໄດ້ລາຍງານກ່ຽວກັບບັນຫາທີ່ກ່ຽວຂ້ອງ; ຮັບຟັງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຄະບວນການຍຸຕິທຳ ຄັ້ງທີ VIII ແລະ ການເຜີຍເເຜ່ ບົດບັນທຶກຊ່ວຍຈໍາ ລະຫວ່າງ ສານປະຊາຊົນສູງສຸດແຫ່ງ ສປປ ລາວ ກັບ ສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ (ສະບັບປີ 2026 ລ່າສຸດ) ແລະ ກອງປະຊຸມສາມຊາດ ລາວ-ຫວຽດນາມ-ກຳປູເຈຍ.
(ຂ່າວ-ພາບ: ສານປະຊາຊົນສູງສຸດ)

ຄໍາເຫັນ