![]() |
ຂະບວນລົດໄຟຖ້ຽວ C95 ແມ່ນຈະເດີນທາງຈາກສະຖານີບໍ່ເຕ່ນ-ນະຄອນຫຼວງວຽງຈັນ ເປັນຄັ້ງທຳອິດ ຊຶ່ງອອກເດີນທາງຈາກສະຖານີບໍ່ເຕ່ນໃນເວລາ 8:00 ໂມງ ແລະ ຮອດສະຖານີນະຄອນຫຼວງວຽງຈັນໃນເວລາ 11 ໂມງ 47 ນາທີ; ຫຼັງຈາກນັ້ນຈະອອກເດີນທາງກັບຄືນຈາກສະຖານີນະຄອນຫຼວງວຽງຈັນເວລາ 14 ໂມງ 05 ນາທີ ແລະ ຮອດສະຖານີບໍ່ເຕ່ນໃນເວລາ 18 ໂມງ 32 ນາທີ ຂອງມື້ດຽວກັນ. ໂດຍຂະບວນລົດໄຟຖ້ຽວນີ້ຈະອຳນວຍຄວາມສະດວກຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນທາງແຂວງພາກເໜືອຂອງລາວ ໃນການເດີນທາງໄປມາປະຈຳ, ເດີນທາງດ້ານທຸລະກິດ ຫຼື ຢ້ຽມຢາມພີ່ນ້ອງ ແລະ ອື່ນໆ, ປະຊາຊົນແຂວງພາກເໜືອສາມາດນັ່ງລົດໄຟໄປກັບນະຄອນຫຼວງວຽງຈັນ ແລະ ບໍ່ເຕ່ນພາຍໃນມື້ດຽວໄດ້.
ບໍລິສັດທາງລົດໄຟລາວ-ຈີນ ໄດ້ເອົາຊະນະຄວາມຫຍຸ້ງຍາກຕ່າງໆເຊັ່ນ: ການຂາດແຄນກຳລັງຂົນສົ່ງ, ການຂາດແຄນພະນັກງານ ແລະ ອື່ນໆ ຊຶ່ງໄດ້ກຽມພ້ອມປະສານງານດ້ານການຂົນສົ່ງ, ປັບປຸງ ແລະ ຈັດຕັ້ງການຂົນສົ່ງໃຫ້ດີຂຶ້ນ ແລະ ເນັ້ນໜັກໃນການຖືເອົາຄວາມປອດໄພເປັນຫຼັກ, ການເບິ່ງແຍງຜູ້ໂດຍສານຂຶ້ນລົງລົດໄຟ ເປັນຕົ້ນ ປັດຈຸບັນຂະບວນລົດຖ້ຽວ C96 ທີ່ຈະເດີີນທາງຈາກນະຄອນຫຼວງວຽງຈັນ-ບໍ່ເຕ່ນ ຈະແລ່ນທຸກວັນພະຫັດ, ລົດໄຟຖ້ຽວ C95 ທີ່ເລີ່ມເດີນທາງຈາກບໍ່ເຕ່ນ-ນະຄອນຫຼວງວຽງຈັນ ຈະແລ່ນທຸກວັນອັງຄານ ແລະ ຂະບວນລົດໄຟຖ້ຽວໄປກັບ C95/C96 ແມ່ນຈະເປີດແລ່ນທຸກວັນສຸກ, ວັນເສົາ, ວັນອາທິດ ແລະ ວັນຈັນ. ຂະບວນລົດໄຟຖ້ຽວນີ້ຈະຈອດ 6 ສະຖານີຄື: ສະຖານີບໍ່ເຕ່ນ, ສະຖານີນາເຕີຍ, ສະຖານີເມືອງໄຊ, ສະຖານີຫຼວງພະບາງ, ສະຖານີວັງວຽງ ແລະ ນະຄອນຫຼວງວຽງຈັນ.
![]() |
ການເປີດແລ່ນຂະບວນລົດໄຟຖ້ຽວ C95/C96 ຈະຊ່ວຍຍົກລະດັບເຄືອຂ່າຍການຂົນສົ່ງຜູ້ໂດຍສານຂອງທາງລົດໄຟລາວ-ຈີນ ໃຫ້ສົມບູນແບບຍິ່ງຂຶ້ນ, ພ້ອມທັງອຳນວຍຄວາມສະດວກໃຫ້ປະຊາຊົນລາວບັນດາເຜົ່າໃນການເລືອກເວລາເດີນທາງທີ່ຫຼາຍຂຶ້ນ, ຊ່ວຍສົ່ງເສີມການພັດທະນາອຸດສາຫະກຳການທ່ອງທ່ຽວຕາມແລວທາງລົດໄຟລາວ-ຈີນ, ຊຸກຍູ້ການກໍ່ສ້າງໂຄງການເສດຖະກິດລະຫວ່າງລາວ-ຈີນ ແລະ ເປັນການຮ່ວມມືກັນສ້າງໂຄງ ການຂອງ "ໜຶ່ງແລວ ໜຶ່ງເສັ້ນທາງ" ໃຫ້ມີລະບົບພື້ນຖານການຂົນສົ່ງທີ່ໝັ້ນຄົງຍິ່ງຂຶ້ນ.
ຂ່າວ-ພາບ: ຍຸພິນທອງ-ພອນປະເສີດ.


ຄໍາເຫັນ