6 ເດືອນຕົ້ນປີນີ້ ໂຄງການອານຸລັກໝີລາວ ໄລຍະ IV ໄດ້ເອົາໃຈໃສ່ເບີ່ງແຍງສັດປ່າເປັນຢ່າງດີ

6 ເດືອນຕົ້ນປີນີ້ ໂຄງການອານຸລັກໝີລາວ ໄລຍະ IV ໄດ້ເອົາໃຈໃສ່ເບີ່ງແຍງສັດປ່າເປັນຢ່າງດີ

6 ເດືອນຕົ້ນປີນີ້ ໂຄງການອານຸລັກໝີລາວ ໄລຍະ IV ໄດ້ເອົາໃຈໃສ່ເບີ່ງແຍງສັດປ່າເປັນຢ່າງດີ
ໃນວັນທີ່ 5 ສີງຫາຜ່ານມານີ້, ຄະນະຮັບຜິດຊອບຂັ້ນສູນກາງ ແລະ ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມ ສູນຮັກສາພັນສັດປ່າ ບ້ານໜອງໂຕກ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ຊຶ່ງເປັນສູນທີ່ຮັບເອົາສັດທີ່ໄດ້ຈາກ ການຍຶດດ້ວຍການຊື້ຂາຍແບບຜິດກົດໝາຍ ແລະ ສັດທີ່ເຈົ້າຂອງມອບໃຫ້ດ້ວຍຄວາມສະໝັກໃຈ. ຈາກນັ້ນ, ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ໂຄງການອານຸລັກໝີລາວ ໄລຍະ IV ແລະ ສູນຮັກສາພັນສັດປ່າ ແຂວງຫຼວງພະບາງ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025, ໂດຍເປັນປະທານຂອງ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ.
6 ເດອນຕນປນ ໂຄງການອານລກໝລາວ ໄລຍະ IV ໄດເອາໃຈໃສເບງແຍງສດປາເປນຢາງດ - image 1
 

ໃນກອງປະຊຸມ, ໄດ້ຮັບຟັງການສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຂອງສູນຊ່ວຍເຫຼືອໝີຕາດກວາງຊີ ບ້ານທ່າແປ້ນ ແລະ ສູນຮັກສາພັນສັດປ່າຫຼວງພະບາງ ບ້ານໜອງໂຕກ ນະຄອນ ຫຼວງພະບາງ ໂດຍແມ່ນອົງການປົກປ້ອງໜີ (free the bears) ປະເທດອົດສະຕາລີ ເປັນຜູ້ໃຫ້ທືນຜ່ານພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ໄລຍະ 3 ປີ ນັບແຕ່ປີ 2024-2026, ສະເພາະປີ 2025 ໄດ້ຮັບການອານຸມັດງົບປະມານ 607,658 ໂດລາສະຫະລັດ ດຳເນີນ 7 ກິດຈະກຳຫຼັກຄື: ສະໜັບສະໜູນຊຸມຊົນທ້ອງຖີ່ນເຂົ້າໃນການເບີ່ງແຍງໝີ ແລະ ສັດປ່າ ທີ່ໄດ້ຮັບການຊ່ວຍເຫຼືອໃຫ້ມີຄຸນນະພາບທີ່ດີແບບຍືນຍົງ, ເສີມຂະຫຍາຍຄວາມສາມາດໃນການດູແລ ແລະ ຟື້ນຟູສັດໃນໄລຍະສັ້ນ ລວມເຖີງທີ່ຢູ່ຂອງສັດປ່າທີ່ໄດ້ຊ່ວຍເຫຼືອໃນໄລຍະຍາວ, ສ້າງແນວຄວາມຄິດລິເລີ້ມທາງດ້ານການສຶກສາ ແນໃສ່ແຜນເພີ້ມທະວີຄວາມຮັບຮູ້ ໃນດ້ານສິ່ງແວດລ້ອມ ແລະ ສົ່ງເສີມການປ່ຽນແປງພຶດຕິກຳ ໄປໃນທາງທີ່ດີ ໃນ ສປປ ລາວ, ເສີມຂະຫຍາຍຄວາມອາດສາມາດຂອງພະນັກງານລັດ ແລະ ປະຊາຊົນທ້ອງຖີ່ນ ກ່ຽວກັບການແກ້ໄຂ ບັນຫາການຄ້າຂາຍສັດປ່າ ທີ່ຜິດກົດໝາຍໃນທຸກຮູບແບບ, ເພີ້ມຄວາມເຂົ້າໃຈໃນປະຊາກອນໝີ ແລະສັດປ່າທ້ອງຖີ່ນ ທີ່ອາໄສຢູ່ໃນປ່າທຳມະຊາດ ເພື່ອໃຫ້ມີແນວທາງການປັບປຸງແຜນອານຸລັກໃຫ້ມີຄວາມຍືນຍົງ, ພັດທະນາແຜນການດູແລໜີ ແລະ ສັດປ່າ ດ້ວຍຫຼາຍຮູບແບບກ່ອນການປ່ອຍໝີ ຫຼື ສັດປ່າອື່ນໆ ໃຫ້ກາຍເປັນອົງປະກອບໃນລະບົບນິເວດທີ່ສົມບູນ ແລະ ຊຸກຍູ້ກິດຈະກໍາໃຫ້ການນໍາຂັ້ນທ້ອງຖີ່ນ ແລະ ປະເມີນຜົນ.

6 ເດອນຕນປນ ໂຄງການອານລກໝລາວ ໄລຍະ IV ໄດເອາໃຈໃສເບງແຍງສດປາເປນຢາງດ - image 2
 

ໃນ 6 ເດືອນຜ່ານມາ ສັດຢູ່ໃນການຄຸ້ມຄອງມີ 9 ສາຍພັນ ລວມທັງໝົດ 197 ໂຕ, ໃນນັ້ນ, ໝີດຳ 133 ໂຕ, ເໝືອຍ 9 ໂຕ, ແພນດ້າແດງ 2 ໂຕ, ລີງ 42 ໂຕ, ທະນີ 2 ໂຕ, ໝາຈອກ 2 ໂຕ, ຟານ 1 ໂຕ, ເສືອໄຟ 1 ໂຕ, ເສືອແມວ 2 ໂຕ, ນົກແກ້ວ 1 ໂຕ ແລະ ເຕົ່າ 2 ໂຕ. ໄດ້ສະໜັບສະໜູນງົບປະມານ ເຂົ້າໃນວຽກງານສະກັດກັ້ນການລ່າ ແລະ ຄ້າຂາຍສັດປ່າທີ່ຜິດກົດໝາຍ ສາມາດຊ່ວຍເຫຼືອສັດປ່າ ຢູ່ແຂວງຫຼວງພະບາງ, ແຂວງອຸດົມໄຊ, ນະຄອນຫຼວງວຽງຈັນ, ແຂວງເຊກອງ ແລະແຂວງບໍ່ແກ້ວ ປະກອບມີ: ໝີ 4 ໂຕ, ລີງ 5 ໂຕ, ເສືອແມວ 4 ໂຕ, ເຕົ່າ 2 ໂຕ ແລະ ຟານ 1 ໂຕ. ສັດແຕ່ລະຊະນິດທີ່ຢູ່ໃນການຄຸ້ມຄອງ ໄດ້ຮັບການກວດສຸຂະພາບ, ປີ່ນປົວພະຍາດ ແລະ ບາດແຜ ທັງປ່ອຍຄືນສູ່ທຳມະຊາດ.

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ