69 ປີແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງພັນໃຫຍ່ 605 ເນື່ອງໃນໂອກາດວັນສ້າງຕັ້ງກອງພັນໃຫຍ່ 605 ຄົບຮອບ 69 ປີ (15 ທັນວາ 1954-15 ທັນວາ 2023)

69 ປີແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງພັນໃຫຍ່ 605 ເນື່ອງໃນໂອກາດວັນສ້າງຕັ້ງກອງພັນໃຫຍ່ 605 ຄົບຮອບ 69 ປີ (15 ທັນວາ 1954-15 ທັນວາ 2023)
ໂດຍ: ຄໍາໃໝ່ ສັງທອງເພັດ
    ກອງພັນໃຫຍ່ 605 ແມ່ນກອງພັນປືນໃຫຍ່ເອກະລາດ, ເປັນກອງພັນເຄື່ອນທີ່ເອກະລາດຂອງກະຊວງປ້ອງກັນປະເທດ. ພາຍໃຕ້ການບັນຊາໂດຍກົງຂອງກົມໃຫຍ່ເສນາທິການກອງທັບ ແລະ ກົມປືນໃຫຍ່ໜ້າດິນທາງດ້ານວິຊາສະເພາະ, ໂດຍສືບທອດມູນເຊື້ອມາຈາກກອງພັນປືນໃຫຍ່ໜ້າດິນໝາຍເລກ 605ຊຶ່ງເປັນກົມກອງທໍາອິດຂອງເຫຼົ່າຮົບປືນໃຫຍ່ໜ້າດິນ ກອງທັບປົດປ່ອຍປະຊາຊົນລາວໃນເມື່ອກ່ອນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ທັນວາ 1954 ຢູ່ຖານທີ່ໝັ້ນຂອງການປະຕິວັດແຂວງຫົວພັນ, ຜູ້ບັນຊາການປະກອບມີສະຫາຍ ພົມມາ ດວງມາລາ ເປັນຫົວໜ້າການທະຫານ, ສະຫາຍ ສີພອນ ຜາລີຂັນ ເປັນຫົວໜ້າການເມືອງ, ການຈັດຕັ້ງໃນເບື້ອງຕົ້ນມີ 7 ກອງຮ້ອຍ, ໃນນັ້ນມີ 3 ກອງຮ້ອຍປະກອບອາວຸດປືນໃຫຍ່ແບກຫາບສ່ວນຫຼາຍຢຶດໄດ້ຈາກສັດຕູເຊັ່ນ: ປືນຄົກ 81 ມມ, ເດກາ 57 ມມ ແລະ 4 ກອງຮ້ອຍເຮັດໜ້າທີ່ເປັນກອງລໍາລຽງຂົນສົ່ງອາວຸດ-ກະສູນໃຫ້ສະໜາມຮົບແຕ່ລະທິດສາມາດເຮັດສໍາເລັດໜ້າທີ່ເປັນກໍາລັງໄຟຊ່ວຍໜູນຕົ້ນຕໍຂອງຫຼາຍບັ້ນຮົບ, ບັ້ນຕີສໍາຄັນທີ່ມີຄວາມໝາຍຕັດສິນທາງດ້ານຍຸດທະວິທີ, ຍຸດທະບັ້ນຮົບ ແລະ ຍຸດທະສາດຂອງຂະບວນການຕໍ່ສູ້ປະຕິວັດຊາດຢູ່ປະເທດເຮົາ.
    ສະຫາຍພັນເອກ ປະເສີດ ທ່ຽງທໍາ ຫົວໜ້າການທະຫານກອງພັນໃຫຍ່ 605 ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພັນໃຫຍ່ 605 ໄດ້ຄຽງບ່າຄຽງໄຫຼ່ກັບບັນດາກົມກອງເພື່ອນ ແລະ ເຫຼົ່າຮົບອື່ນໆໃນທົ່ວກອງທັບ ດໍາເນີນພາລະກິດການປະຕິດວັດຕໍ່ສູ້ປົດປ່ອຍຊາດຢ່າງດຸເດືອດຂ້ຽວຂາດ, ລະອິດລະອ້ຽວ ແລະ ເຕັມໄປດ້ວຍນໍ້າໃຈຮັກຊາດອັນສູງສົ່ງ, ຍອມເສຍສະຫຼະຊີວິດເລືອດເນື້ອ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດໃນຕະຫຼອດໄລຍະເວລາ 20 ກວ່າປີ (1954–1975) ທີ່ກົມກອງໄດ້ເຮັດໜ້າທີ່ສູ້ຮົບ, ທັງເຮັດໜ້າທີ່ຮໍ່າຮຽນຢູ່ໃນສະໜາມຮົບຕົວຈິງ ພ້ອມທັງເຄື່ອນໄຫວປັບປຸງກໍ່ສ້າງກໍາລັງທາງດ້ານການຈັດຕັ້ງ, ການປະກອບພາຫະນະ-ອາວຸດຈາກອາວຸດປືນໃຫຍ່ແບກຫາບ ກ້າວໄປເຖິງການປະກອບປືນໃຫຍ່ລາກແກ່ທີ່ທັນສະໄໜເປັນກ້າວໆມາ ສາມາດເຮັດສໍາເລັດໜ້າທີ່ການເມືອງຂອງຕົນຍາດໄດ້ຜົນງານ, ໄຊຊະນະອັນໃຫຍ່ຫຼວງປະກອບສ່ວນເຂົ້າໃນໄຊຊະນະລວມຂອງປະເທດຊາດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກະຊວງປ້ອງກັນປະເທດໄດ້ຕົກລົງປະກາດສ້າງຕັ້ງກອງພັນໃຫຍ່ 605 ໃນວັນທີ 26 ສິງຫາ 1985 ຈົນເຖິງປັດຈຸບັນ ສັງລວມໄດ້ວ່າ: ຕະຫຼອດໄລຍະເວລາແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວກວ່າເຄິ່ງສະຕະວັດທີ່ຜ່ານມາ ກົມກອງໄດ້ຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກນາໆປະການ, ສ້າງໄດ້ມູນເຊື້ອອັນສະຫງ່າງາມທີ່ຕິດພັນກັບມູນເຊື້ອຂອງກອງທັບປະຊາຊົນລາວ, ຈາກພຶດຕິກໍາຕົວຈິງກົມກອງສາມາດສ້າງໄດ້ບົດຮຽນອັນລໍ້າຄ່າໃຫ້ແກ່ພະນັກງານ-ນັກຮົບ, ເຫຼົ່າຮົບປືນໃຫຍ່ໜ້າດິນຮຸ່ນສືບທອດປ່ຽນແທນ. ເວົ້າລວມ-ເວົ້າສະເພາະແມ່ນພະນັກງານ-ນັກຮົບກອງພັນໃຫຍ່ 605 ໄດ້ສຶກສາຮຽນຮູ້ ແລະ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງຕົນຢ່າງປະດິດສ້າງ ເຮັດໃຫ້ກົມກອງມີການກໍາເນີດເຕີບໃຫຍ່ຂະຫຍາຍຕົວດ້ວຍບາດກ້າວທີ່ໜັກແໜ້ນຢ່າງບໍ່ຢຸດຢັ້ງ. ຈາກຜົນງານໄຊຊະນະໃນຕະຫຼອດໄລຍະ 69 ປີຜ່ານມາ, ພັກ-ລັດຖະບານ, ອົງການຈັດຕັ້ງຂັ້ນເທິງ ໄດ້ໃຫ້ການຍ້ອງຍໍຜົນງານປະເພດຕ່າງໆໃຫ້ກົມກອງລວມໝູ່ ແລະ ບຸກຄົນຢ່າງສົມກຽດເປັນຕົ້ນແມ່ນ ກົມກອງໄດ້ຮັບທຸງໄຊວິລະຊົນ 4 ກົມກອງ, ນາມມະຍົດກົມກອງວິລະຊົນ 2 ກົມກອງ, ຫຼຽນໄຊອິດສະຫຼະຊັ້ນ I, ຊັ້ນ II, ຊັ້ນ III ຈໍານວນໜຶ່ງ, ບຸກຄົນໄດ້ຮັບນາມມະຍົດວິລະຊົນແຫ່ງຊາດ 3 ສະຫາຍ, ນັກຮົບແຂ່ງຂັນ 18 ສະຫາຍ, ຫຼຽນໄຊ ແລະ ໃບຍ້ອງຍໍປະເພດຕ່າງໆເປັນຈໍານວນຫຼວງຫຼາຍ. 
    ສະຫາຍພັນເອກ ປະເສີດ ທ່ຽງທໍາ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງພ້ອມກັນສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າໃນການສຶກສາອົບຮົບການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ມີຄວາມຮັບຮູ້ເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ ກໍຄືຂອງກົມກອງວາງອອກ, ເອົາໃຈໃສ່ອອກແຮງເຄື່ອນໄຫວພັດທະນາປັບປຸງກໍ່ສ້າງກົມກອງໃຫ້ມີລະບຽບແບບແຜນທີ່ທັນສະໄໝ, ສຸມໃສ່ຈັດຕັ້ງປະຕິບັດລະບອບຄຸ້ມຄອງ, ບົວລະບັດຜັດເຊັດ, ພາຫະນະເຕັກນິກ, ອາວຸດໃຫ້ເປັນປົກກະຕິ ເພື່ອຮັບປະກັນໃຫ້ວຽກງານອົບຮົມຫັດແອບ, ປັບປຸງກໍ່ສ້າງກໍາລັງ, ວຽກງານກຽມພ້ອມສູ້ຮົບ-ສູ້ຮົບມີໄຊຂອງກອງທັບໃນສະເພາະໜ້າ ແລະ ຍາວນານ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງກອງທັບ, ຂອງເຫຼົ່າຮົບປືນໃຫຍ່ໜ້າດິນ ກໍຄືຂອງກົມກອງເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ການເມືອງຂອງກົມກອງໃຫ້ເກີດດອກອອກຜົນ ເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ວຽກງານຕາມຄວາມໄວ້ເນື້ອເຊື່ອໃຈຂອງພັກ-ລັດຖະບານ, ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າມອບໝາຍໃຫ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ