ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ກັນຍາ ຜ່ານມາ, ກອງປະຊຸມປະຈຳປີຄັ້ງທີ 11 ຂອງຄະນະກຳມະການບໍລິຫານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ຫຼື AIIB ໄດ້ຈັດຂຶ້ນຢູ່ນະຄອນຫຼວງໂດຮາ ປະເທດກາຕາ. ສະມາຊິກຄະນະກຳມະການບໍລິຫານ, ເຈົ້າໜ້າທີ່ອາວຸໂສຂອງລັດຖະບານບັນດາປະເທດ, ຄູ່ຮ່ວມມື ແລະ ຜູ້ຕາງໜ້າອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ຮ່ວມກັນປຶກສາຫາລືກ່ຽວກັບວາລະຕ່າງໆ ຊຶ່ງລວມທັງການພັດທະນາ ແລະ ການຮ່ວມມືດ້ານພື້ນຖານໂຄງລ່າງແບບຍືນຍົງ ແລະ ອື່ນໆ.
ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 29 ກັນຍາ ຜ່ານມາວ່າ, ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ໄດ້ຫຼຸດລົງໃນເດືອນກັນຍາ, ຫຼັງຈາກບັນລຸລະດັບສູງສຸດໃນຮອບເກືອບ 4 ປີໃນເດືອນມິຖຸນາ ຍ້ອນວ່າຕົ້ນທຶນທີ່ສູງຂຶ້ນເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 29 ກັນຍາ ຜ່ານມາ ເປັນວັນສາກົນແຫ່ງຄວາມຮັບຮູ້ດ້ານການສູນເສຍ ແລະ ການສິ້ນເປືອງອາຫານ. ທ່ານ ຊວີ່ຕົ່ງຢວີ້ ຜູ້ອຳນວຍການໃຫຍ່ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO ກ່າວວ່າ: ການຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານມີຜົນດີຕໍ່ການຊຸກຍູ້ການຫັນປ່ຽນຮູບແບບຂອງລະບົບການກະເສດ ແລະ ອາຫານ, ປະຢັດຊັບພະຍາກອນທຳມະຊາດ ແລະ ທຶນຮອນ ພ້ອມທັງຫຼຸດຜ່ອນຄວາມກົດດັນຕໍ່ການອະນຸລັກປ່າໄມ້.
ຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນໄດ້ເຜີຍແຜ່ຜົນການສຶກສາຜ່ານບົດລາຍງານປົກຂາວປະຈຳປີ ໃນວັນທີ 29 ກັນຍາ ຜ່ານມາວ່າ, ພົນລະເມືອງຍີ່ປຸ່ນຫຼາຍກວ່າ 70% ມີທັດສະນະຄະຕິໃນທາງບວກຕໍ່ການຮັບຮອງເອົາເຕັກໂນໂລຊີທີ່ທັນສະໄໝເຊັ່ນ: ປັນຍາປະດິດ (AI) ແລະ ຫຸ່ນຍົນ ມາໃຊ້ໃນຂະແໜງການແພດ ແລະ ການດູແລສຸຂະພາບ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 29 ກັນຍາ ຜ່ານມາວ່າ: ໃນ 8 ເດືອນຕົ້ນປີນີ້, ຫວຽດນາມ ໄດ້ສົ່ງອອກຊາ 77,256 ໂຕນ, ສ້າງລາຍຮັບໄດ້ 143.5 ລ້ານໂດລາ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 27 ກັນຍາ ຜ່ານມາ, ຕຳຫຼວດເນປານລາຍງານວ່າ, ເກີດເຫດຫິມະຖະຫຼົ່ມຢູ່ພູຮິມລຸງທາງພາກເໜືອຂອງເນປານ ແລະ ໄດ້ພົບຜູ້ເສຍຊີວິດ 2 ຄົນ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ກັນຍາ ຜ່ານມາ, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO ໄດ້ປະກາດບົດລາຍງານ “ສະພາບປ່າໄມ້ທົ່ວໂລກປີ 2026”, ໂດຍຊີ້ໃຫ້ເຫັນວ່າ, ຄາດວ່າ ຜົນເສຍຫາຍດ້ານເສດຖະກິດຍ້ອນການຊຸດໂຊມທາງດ້ານນິເວດຂອງໂລກສູງເຖິງ 878 ຕື້ໂດລາ ຫາ 6,300 ຕື້ໂດລາຕໍ່ປີ. ບົດລາຍງານຍັງເນັ້ນໜັກວ່າ, ການຟື້ນຟູປ່າໄມ້ ແລະ ທິວທັດແມ່ນມາດຕະການທີ່ມີປະສິດທິຜົນສູງເພື່ອຮັບມືກັບບັນຫາດ້ານຄວາມໝັ້ນຄົງຂອງສະບຽງອາຫານ ແລະ ສິ່ງທ້າທາຍດ້ານການພັດທະນາ.
ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 28 ກັນຍາ ຜ່ານມາວ່າ: ຄະນະກຳມະການເລືອກຕັ້ງສູນກາງ ປາແລັດສະຕິນ ພວມກະກຽມຈັດຕັ້ງການເລືອກຕັ້ງອົງການນິຕິບັນຍັດ ຢູ່ເຂດກາຊາ ຄາດວ່າຈະດຳເນີນໃນວັນທີ 28 ພະຈິກ ຈະມາເຖິງ. ວຽກງານກະກຽມໄດ້ດຳເນີນໃນສະພາບການພາກພື້ນພວມຖືກທຳລາຍເປັນວົງກວ້າງ ແລະ ສະພາບການຄວາມໝັ້ນຄົງຍັງຂາດສະຖຽນລະພາບຫຼາຍຢ່າງ.
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ປະຊາກອນສິງກະໂປເພີ່ມຂຶ້ນ 1.6% ຫຼື 97,300 ຄົນ ເປັນ 6.21 ລ້ານຄົນ ໃນເດືອນມິຖຸນາ 2026, ເພີ່ມຂຶ້ນຈາກ 6.11 ລ້ານຄົນໃນປີກ່ອນ. ໂດຍແຮງງານທີ່ບໍ່ແມ່ນພົນລະເມືອງແມ່ນກຸ່ມທີ່ມີການເພີ່ມຂຶ້ນຫຼາຍທີ່ສຸດ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ກັນຍາ ຜ່ານມາ, ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດ ໄດ້ປະກອບຄວາມເຫັນໃນກອງປະຊຸມລະດັບສູງເພື່ອລະນຶກຄົບຮອບ 25 ປີຂອງການຮັບຮອງເອົາ “ຖະແຫຼງການ ແລະ ໂຄງການດຳເນີນງານດູບານ” ໂດຍໄດ້ເນັ້ນເຖິງຄວາມສຳຄັນຂອງສັນຕິພາບ ແລະ ການພັດທະນາທີ່ມີຕໍ່ການຕໍ່ສູ້ກັບການຈຳແນກເຊື້ອຊາດ.
ຄໍາເຫັນ