7 ເດືອນຕົ້ນປີ ການລົງທຶນໂດຍກົງຕໍ່ຕ່າງປະເທດໃນທຸກຂະແໜງການຂອງຈີນ ເພີ່ມຂຶ້ນ 2.8%
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 25 ສິງຫາ ຜ່ານມາ, ຕາມສະຖິຕິຈາກກະຊວງການຄ້າຈີນ ແລະ ອົງການເງິນຕາຕ່າງປະເທດແຫ່ງຊາດຈີນໃຫ້ຮູ້ວ່າ: ແຕ່ເດືອນມັງກອນ ຫາ ເດືອນກໍລະກົດປີນີ້, ການລົງທຶນໂດຍກົງຕໍ່ຕ່າງປະເທດໃນທຸກຂະແໜງການຂອງຈີນໄດ້ບັນລຸ 684 ຕື້ 510 ລ້ານຢວນ, ເພີ່ມຂຶ້ນ 2.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ (ເທົ່າກັບ 99 ຕື້ 530 ລ້ານໂດລາ, ເພີ່ມຂຶ້ນ 7.3%).
ໃນນັ້ນ, ນັກລົງທຶນພາຍໃນດິນແດນປະເທດຈີນໄດ້ລົງທຶນໂດຍກົງທີ່ບໍ່ແມ່ນປະເພດການທະນາຄານຕໍ່ວິສາຫະກິດຕ່າງປະເທດ 7,742 ແຫ່ງໃນ 148 ປະເທດ ແລະ ເຂດແຄວ້ນທົ່ວໂລກ, ລວມມູນຄ່າການລົງທຶນ 528 ຕື້ 430 ລ້ານຢວນ. ເມື່ອເບິ່ງຈາກສະພາບການລົງທຶນຕາມພາກພື້ນແລ້ວ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຍັງແມ່ນທິດທາງທີ່ສຳຄັນສຳລັບວິສາຫະກິດຈີນໃນການລົງທຶນ ແລະ ຮ່ວມມືກັບຕ່າງປະເທດ.
ຄໍາເຫັນ