ໃນຂອບເຂດທົ່ວປະເທດ, ໄລ່ລວມ GDP ຂອງ 6 ເດືອນຕົ້ນປີແມ່ນເພີ່ມຂຶ້ນ 8.18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໃນ 6 ເດືອນຕົ້ນປີ, ຄາດວ່າມີວິສາຫະກິດ 169,800 ແຫ່ງເຂົ້າຕະຫຼາດ, ເພີ່ມຂຶ້ນ 11.2%ທຽບໃສ່ໄລຍະດຽວກັນຂອງປີກາຍ. ບັນດາໝາກຜົນນີ້ສະແດງໃຫ້ວ່າ 3 ເສົາຄ້ຳຕົ້ນຕໍຂອງພື້ນຖານເສດຖະກິດລວມມີ: ການລົງທຶນ, ການຜະລິດ - ການສົ່ງອອກ ແລະ ການບໍລິໂພກສືບຕໍ່ຮັກສາບົດບາດພື້ນຖານ.
ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກອງປະຊຸມໃຫຍ່ທາງວິຊາການການບິນອະວະກາດບັນທຸກຄົນຄັ້ງທີ 7 ຂອງຈີນ ທີ່ກຳລັງດຳເນີນຢູ່ນະຄອນຫຼວງປັກກິ່ງ, ໄດ້ເປີດເຜີຍແຜນການສົ່ງຍານບັນທຸກຄົນລົງຈອດເທິງດວງຈັນຂອງຈີນທີ່ໄດ້ຮັບຄວາມສົນໃຈຕໍ່ສາທາລະນະຊົນຢ່າງເປັນທາງການໃນກອງປະຊຸມເມື່ອວັນທີ 31 ຕຸລາຜ່ານມາ, ໂດຍຈີນມີແຜນຈະສົ່ງຄົນຈີນລົງຈອດເຖິງດວງຈັນ ກ່ອນປີ 2030 ແລະ ຈະນຳໃຊ້ແຜນການ “ຍິງສົ່ງສອງເທື່ອ ແລະ ລົງຈອດເທິງດວງຈັນໜຶ່ງເທື່ອ” ເພື່ອບັນລຸເປົ້າໝາຍຍິ່ງໃຫຍ່ດັ່ງກ່າວ.
ຄໍາເຫັນ