ຂ່າວລະບຸວ່າ: ອີງຕາມສະຖິຕິຂອງອົງການດັ່ງກ່າວ, ໃນ 7 ເດືອນຕົ້ນປີນີ້, ຍອດມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ບັນລຸທັງໝົດ 30,130 ຕື້ຢວນ, ເພີ່ມຂຶ້ນ 17.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ມູນຄ່າສົ່ງອອກ ບັນລຸ 17,440 ຕື້ຢວນ, ເພີ່ມຂຶ້ນ 14% ແລະ ມູນຄ່າການນຳເຂົ້າ ບັນລຸ 12,690 ຕື້ຢວນ, ເພີ່ມຂຶ້ນ 22%.
ສະເພາະໃນເດືອນກໍລະກົດປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກ ບັນລຸ 4,660 ຕື້ຢວນ, ເພີ່ມຂຶ້ນ 19.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການນຳເຂົ້າ-ສົ່ງອອກຂອງວິສາຫະກິດເອກະຊົນ ເພີ່ມຂຶ້ນ 17.2%, ກວມເອົາ 56.9% ຂອງມູນຄ່າການນໍາເຂົ້າ-ສົ່ງອອກທັງໝົດຂອງຈີນ. ຈີນຍັງຮັກສາການເຕີບໂຕດ້ານການນຳເຂົ້າ-ສົ່ງອອກກັບຫຼາຍກວ່າ 180 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ການນຳເຂົ້າ-ສົ່ງອອກກັບບັນດາປະເທດລຽບຕາມ "ໜຶ່ງແລວໜຶ່ງເສັ້ນທາງ" ໄດ້ເພີ່ມຂຶ້ນ 15.5% ແລະ ການນໍາເຂົ້າ-ສົ່ງອອກກັບກຸ່ມເສດຖະກິດອື່ນໆໃນອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ເພີ່ມຂຶ້ນ 21%.
ຄໍາເຫັນ