ຂ່າວລະບຸວ່າ: ຕາມຂໍ້ມູນຂອງກົມສະຖິຕິ (ກະຊວງການເງິນ) ປະກາດໃນວັນທີ 3 ສິງຫາ ຜ່ານມາ, ໜຶ່ງໃນບັນດາຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນຈາກຕ່າງປະເທດແມ່ນທຶນ FDI ປະຕິບັດຢູ່ ຫວຽດນາມ ຄາດຄະເນຈະບັນລຸໄດ້ 15.2 ຕື້ໂດລາ, ເພີ່ມຂຶ້ນ 11.8% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ນີ້ແມ່ນແຫຼ່ງທຶນ FDI ຫຼາຍທີ່ສຸດຂອງ 7 ເດືອນຕົ້ນປີໃນຕະຫຼອດໄລຍະ 5 ປີຜ່ານມາ. ໃນຍອດທຶນ FDI ຈົດທະບຽນເຂົ້າ ຫວຽດນາມ, ທຶນ FDI ຈົດທະບຽນໃໝ່ຮັບຮູ້ການເຕີບໂຕຢ່າງແຮງ.
ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງສືບຕໍ່ແມ່ນຂົງເຂດຶງດູດ FDI ໃຫຍ່ທີ່ສຸດ ກວມເອົາ 55% ຂອງຍອດທຶນຈົດທະບຽນໃໝ່, ຖັດຈາກນັ້ນແມ່ນຂົງເຂດການຜະລິດ, ຈຳໜ່າຍໄຟຟ້າ, ອາຍແກ໊ສ, ນ້ຳປະປາ. ກ່ຽວກັບຄູ່ຮ່ວມມືລົງທຶນ, ສິງກະໂປນຳໜ້າໃນຈຳນວນ 69 ປະເທດ ແລະ ເຂດແຄວ້ນທີ່ລົງທຶນຈົດທະບຽນໃໝ່ເຂົ້າ ຫວຽດນາມ ດ້ວຍ ຈຳນວນ 7.5 ຕື້ໂດລາ. ບັນດາຄູ່ຮ່ວມມືລາຍໃຫຍ່ຖັດຈາກນັ້ນຕາມລຳດັບແມ່ນ ສ ເກົາຫຼີ, ຮົງກົງ (ຈີນ) ແລະ ຈີນ.
ຄໍາເຫັນ