7 ວັນໄລຍະສະຫຼອງປີໃໝ່ລາວ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 228 ລາຍ

7 ວັນໄລຍະສະຫຼອງປີໃໝ່ລາວ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 228 ລາຍ

7 ວັນໄລຍະສະຫຼອງປີໃໝ່ລາວ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 228 ລາຍ
ທ່ານ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນປະເທດ (ປກສ) ໄດ້ຖະແຫຼງຂ່າວກ່ຽວກັບສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນອຸບັດເຫດຈະລາຈອນທາງບົກ ໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພ.ສ 2569. 7 ວັນອັນຕະລາຍ ເລີ່ມແຕ່ວັນທີ 12-18 ເມສາ 2026 ຕໍ່ສື່ມວນຊົນໃນວັນທີ 20 ເມສານີ້, ທີ່ກົມໃຫຍ່ຕໍາຫຼວດວ່າ: ທົ່ວປະເທດ ພົບເຫັນຜູ້ລະເມີດຈະລາຈອນທັງໝົດ 11,002 ຄົນ ຍິງ 4,530 ຄົນ, ໄດ້ສຶກສາອົບຮົມ 9,880 ຄົນ; ກວດກາຈັບຄວາມໄວທັງໝົດພົບເຫັນນໍາໃຊ້ຄວາມໄວເກີນກໍານົດທັງໝົດ 11,22 ຄັນ, ຄວາມໄວສູງສຸດ 122 ກິໂລແມັດ/ຕໍ່ຊົ່ວໂມງ; ກວດພົບທາດເຫຼົ້າໃນຮ່າງກາຍ ເກີນກໍານົດ150 ຄົນ. ໃນນັ້ນ, ໄດ້ກັກພາຫະນະທັງໝົດ 52 ຄັນ, ກັກເອກະສານ 42 ໃບ (ໃບຂັບຂີ່ 42 ໃບ).
7 ວນໄລຍະສະຫອງປໃໝລາວ ທວປະເທດມອບດເຫດເກດຂນ 228 ລາຍ - image 1
 

 

ສະຖິຕິອຸບັດເຫດທົ່ວປະເທດ 7 ວັນເລີ່ມແຕ່ວັນທີ 12-18 ເມສາ 2026 ມີອຸບັດເຫດເກີດຂຶ້ນທັງໝົດ 228 ລາຍ ທຽບໃສ່ປີ 2025 ຜ່ານມາຫຼຸດລົງ 85 ລາຍ ເທົ່າກັບ 27.15%. ໃນນັ້ນ, ນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນ 32 ລາຍ, ແຂວງວຽງຈັນ, ສະຫວັນນະເຂດ ແຂວງລະ 31 ລາຍ, ແຂວງຈໍາປາສັກ 16 ລາຍ, ຫຼວງພະບາງ 15 ລາຍ, ອັດຕະປື 14 ລາຍ, ອຸດົມໄຊ, ບໍລິຄໍາໄຊ, ສາລະວັນ ແຂວງລະ 13 ລາຍ, ຫຼວງນໍ້າທາ 11 ລາຍ, ຄໍາມ່ວນ 8 ລາຍ, ຜົ້ງສາລີ 6 ລາຍ, ເຊກອງ 5 ລາຍ, ບໍ່ແກ້ວ, ໄຊຍະບູລີ, ຫົວພັນ 4 ລາຍ, ຊຽງຂວາງ 3 ລາຍ, ເຂດພິເສດສາມຫຼຽມຄໍາ, ທາງດ່ວນ ບ່ອນລະ 2 ລາຍ, ແຂວງໄຊສົມບູນ 1 ລາຍ; ພາຫະນະເປ່ເພ 397 ຄັນ ຫຼຸດລົງ 141 ຄັນເທົ່າກັບ 26.20%; ຄົນໄດ້ຮັບບາດເຈັບ 362 ຄົນ ຫຼຸດລົງ159 ຄົນ ເທົ່າກັບ 30.51%. ໃນນັ້ນ, ຄົນເສຍຊີວິດ23 ຄົນ ຫຼຸດລົງ 3 ຄົນ ເທົ່າກັບ 07.69%. ແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ນະຄອນຫຼວງວຽງຈັນ 32 ລາຍ, ແຂວງວຽງຈັນ, ສະຫວັນນະເຂດ 31 ລາຍ, ແຂວງຈໍາປາສັກ 16 ລາຍ, ເສຍຊີວິດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 5 ຄົນ, ຈໍາປາສັກ 5 ຄົນ, ອຸດົມໄຊ, ໄຊຍະບູລີ, ຫຼວງພະບາງ ແຂວງລະ 2 ຄົນ. ສາເຫດທີ່ພາໃຫ້ເກີດອຸບັດເຫດມາຈາກຂັບຂີ່ລົດໄວ, ດື່ມສິ່ງມືນເມົາ, ປ່ຽນທິດທາງ, ບໍ່ປ່ອຍສິດ, ຊີງບໍ່ຮັບປະກັນ, ເຕັກນິກລົດ.

7 ວນໄລຍະສະຫອງປໃໝລາວ ທວປະເທດມອບດເຫດເກດຂນ 228 ລາຍ - image 2
 

ທ່ານ ພັອ ຄຳສອນ ສີດາວົງ ຍັງໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການນຳ, ອຳນາດການປົກຄອງ, ການຈັດຕັ້ງສັງຄົມທຸກຂັ້ນ, ທຸກພາກສ່ວນ, ປະຊາຊົນທຸກຄົນ ທີ່ໄດ້ມີສ່ວນຮ່ວມເປັນເຈົ້າການໃນການສຶກສາອົບຮົມແນະນຳສະມາຊິກພາຍໃນອົງການຈັດຕັ້ງ ແລະ ຄອບຄົວຂອງຕົນ ໃຫ້ມີສະຕິຕໍ່ການສັນຈອນໄປ-ມາ ແລະ ສະແດງຄວາມຊົມເຊີຍມາຍັງບັນດາກຳລັງຕຳຫຼວດຈະລາຈອນ ໃນຂອບເຂດທົ່ວປະເທດທີ່ໄດ້ເອົາໃຈໃສ່ປະຕິບັດຕາມຄຳແນະນຳຂອງກົມຕຳຫຼວດຈະລາຈອນເຫັນໄດ້ວ່າມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຜົນສຳເລັດບັນລຸໄດ້ຕາມຄາດໝາຍທີ່ຕັ້ງໄວ້ ຊຶ່ງສະແດງອອກຄືຜົນເສຍຫາຍຈາກການເກີດອຸບັດເຫດຈະລາຈອນທາງບົກ ໄລຍະ 7 ວັນອັນຕະລາຍແມ່ນຫຼຸດລົງ.

7 ວນໄລຍະສະຫອງປໃໝລາວ ທວປະເທດມອບດເຫດເກດຂນ 228 ລາຍ - image 3
 

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ