75 ປີ ໜັງສືພິມປະຊາຊົນ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ (ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ)

75 ປີ ໜັງສືພິມປະຊາຊົນ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ (ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ)

75 ປີ ໜັງສືພິມປະຊາຊົນ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ  (ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ)
ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ໃກ້ຈະມາເຖິງນີ້, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 4 ສິງຫານີ້ ທີ່ໜັງສືພິມປະຊາຊົນວ່າ: ວັນທີ 13 ສິງຫາຂອງທຸກໆປີແມ່ນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ທັງເປັນວັນສ້າງຕັ້ງໜັງສືພິມປະຕິວັດສະບັບທໍາອິດທີມີຊື່ວ່່າ: ລາວອິດສະຫຼະ ກໍຄືໜັງສືພິມປະຊາຊົນສຽງຂອງສູນກາງພັກໃນປັດຈຸບັນທີ່ໄດ້ໝູນວຽນມາບັນຈົບຄົບຮອບ 75 ປີ.
75 ປ ໜງສພມປະຊາຊນ ເຕບໃຫຍຂະຫຍາຍຕວຢາງບຢດຢງ (ເນອງໃນໂອກາດວນສມວນຊນ ແລະ ການພມຈາໜາຍ, ວນສາງຕງໜງສພມປະຊາຊນ ຄບຮອບ 75 ປ) - image 1
 

 

 

 

 ພ້ອມນັ້ນ, ທ່ານຍັງຍົກໃຫ້ເຫັນບາງຜົນງານເດັ່ນຕະຫຼອດ 75 ປີຜ່ານມາ, ສື່ມວນຊົນລາວມີຄວາມບຸກໜ້າບືນຕົວ ດຸໜັ່ນຫ້າວຫັນປະກອບສ່ວນຢ່າງຕັ້ງໜ້າຕໍ່ຜົນສໍາເລັດໃນໄລຍະຕໍ່ສູ້ກູ້ຊາດຕ້ານຈັກກະພັກຜູ້ຮຸກຮານ ກໍຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສື່ມວນຊົນຮັກສາໄດ້ມູນເຊື້ອຄວາມຈົງຮັກພັກດີຕໍ່ພັກ ແລະ ລັດຢ່າງສະເໝີຕົ້ນສະເໝີປາຍ; ສື່ມວນຊົນລາວໄດ້ເຮັດໜ້າທີ່ໂຄສະນາແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງກົດໝາຍຂອງລັດຖະບານ. ຜົນສໍາເລັດໃນການສ້າງສາພັດທະນາປະເທດຊາດ, ແນວທາງການຕ່າງປະເທດຂອງພັກໃຫ້ຊາວໂລກໄດ້ຮັບຮູ້ ທັງເຮັດໜ້າທີ່ຕອບໂຕ້ຖອຍທໍານອງພວກຄົນບໍ່ດີ ທີ່ໃສ່ຮ້າຍປ້າຍສີຕໍ່ລະບອບໃໝ່ຂອງພວກເຮົາໄດ້ຢ່າງທັນການ; ສື່ມວນຊົນລາວໄດ້ພັດທະນາຍົກລະດັບຂີດຄວາມສາມາດ, ອຸປະກອນທີ່ທັນສະໄໝເປັນແຕ່ລະບາດກ້າວ ຮອງຮັບກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່.

75 ປ ໜງສພມປະຊາຊນ ເຕບໃຫຍຂະຫຍາຍຕວຢາງບຢດຢງ (ເນອງໃນໂອກາດວນສມວນຊນ ແລະ ການພມຈາໜາຍ, ວນສາງຕງໜງສພມປະຊາຊນ ຄບຮອບ 75 ປ) - image 2
 

ສໍາລັບໜັງສືພິມລາວອິດສະຫຼະໄດ້ເປັນກະບອກສຽງອັນສໍາຄັນໃນການໂຄສະນາປຸກລະດົມມວນຊົນເຂົ້າຮ່ວມຂະບວນການປະຕິວັດ ປົດປ່ອຍຊາດອອກຈາກແອກປົກຄອງຂອງພວກລ່່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ກໍຄືຕໍານິວິຈານການກະທໍາອັນໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດຕ່າງດ້າວທີ່ມາຮຸກຮານທໍາລາຍດິນແດນລາວ. ພັກປະຊາຊົນລາວ ກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນຍາມໃດກໍຖືເອົາວຽກງານໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງນໍາພາປະຊາຊົນເປັນວິທີປະຕິວັດອັນໜຶ່ງທີ່ສໍາຄັນ. ໃນນັ້ນ, ວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ເວົ້າລວມ, ເວົ້າສະເພາະແມ່ນໜັງສືພິມຂອງພັກຈຶ່ງໄດ້ກາຍເປັນອາວຸດອັນແຫຼມຄົມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມຂອງການປະຕິວັດ. ປຸກລະດົມມວນຊົນປະຕິບັດຕາມແນວທາງແຜນນະໂຍບາຍ “ເປີດກວ້າງຂະຫຍາຍແນວໂຮມ, ຂະຫຍາຍສົງຄາມປະຊາຊົນຢ່າງແຂງແຮງ, ປຸກກະແສຟອງປະຕິວັດໃຫ້ກະຈາຍໄປສູ່ຄົນລາວທຸກຊັ້ນຄົນໃນຂອບເຂດທົ່ວປະເທດ ແລະ ໃນໂລກທີ່ມີເຊື້ອຊາດລາວອາໄສຢູ່ ຊຶ່ງເປັນເງື່ອນໄຂສ້າງໃຫ້ມີແກນນໍາທີ່ກ້າແກ່ນ ແລະ ເຂັ້ມແຂງໃນການນໍາພາຕໍ່ສູ້ທຸກຮູບແບບເພື່ອປົດປ່ອຍຊາດຍາດເອົາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນລາວບັນດາເຜົ່າ.

75 ປ ໜງສພມປະຊາຊນ ເຕບໃຫຍຂະຫຍາຍຕວຢາງບຢດຢງ (ເນອງໃນໂອກາດວນສມວນຊນ ແລະ ການພມຈາໜາຍ, ວນສາງຕງໜງສພມປະຊາຊນ ຄບຮອບ 75 ປ) - image 3
 

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ຊຶ່ງແມ່ນໄລຍະຮໍາບາດແຜສົງຄາມ, ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ບູລະນະລະບອບປະຊາທິປະໄຕປະຊາຊົນ. ໜັງສືິພິມປະຊາຊົນ ຍິ່ງມີບົດບາດອັນສໍາຄັນໃນການໂຄສະນາໝາກຜົນຂອງການປະຕິວັດ, ປຸກລະດົມປະຊາຊົນທຸກຊັ້ນຄົນເຂົ້າຮ່ວມຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ທັງຕອບໂຕ້ຖ້ອຍທໍານອງຂອງພວກປະຕິການຂາຍຊາດ ແລະ ພວກຄົນບໍ່ດີຢູ່ພາຍໃນ ແລະ ພາຍນອກ. ປຸກລະດົມປະຊາຊົນທຸກຊັ້ນຄົນທໍາການຜະລິດ, ສ້າງເສດຖະກິດຄອບຄົວເພື່ອໃຫ້ມີຊີວິດການເປັນຢູ່ດີຂຶ້ນ. ໂຄສະນາໃນພາລະກິດການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມສ້າງຄວາມສາມັກຄີປອງດອງປວງຊົນທັງຊາດ, ໂຄສະນາ, ປຸກລະດົມ, ຊຸກຍູ້ການພັດທະນາສ້າງສາເສດຖະກິດຂອງປະເທດເຮົາ, ຫັນປ່ຽນເສດຖະກິດທຳມະຊາດເປັນເສດຖະກິດສິນຄ້າ, ໃນການສຶກສາອົບຮົມການເມືອງ-ແນວຄິດ, ສ້າງທັດສະນະຫຼັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ, ໃນການຊຸກຍູ້, ປຸກລະດົມທົ່ວປວງຊົນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃນການໂຄສະນາດຶງດູດເອົາການຮ່ວມມື, ການຊ່ວຍເຫຼືອ ແລະ ການລົງທຶນຈາກຕ່າງປະເທດ ຕະຫຼອດເຖິງການເສີມຂະຫຍາຍປະຊາທິປະໄຕ ແລະ ຕໍ່ສູ້ຕ້ານກັບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ. ເວົ້າລວມແລ້ວໃນແຕ່ລະໄລຍະຂອງການປະຕິວັດ ໜັງສືພິມປະຊາຊົນໄດ້ເຮັດໜ້າທີ່ການເມືອງຂອງຕົນຫຼ້ອນໜ້າທີ່ເປັນກ້າວໆມາຢ່າງສົມກຽດ.

ໃນໄລຍະປີ 2023 ຫາ 2025 ເຖິງແມ່ນວ່າຈະພົບກັບຄວາມຫຍຸ້ງຍາກນາໆປະການ ແຕ່ພາຍໃຕ້ການຊີ້ທິດເຍືອງທາງຈາກ ຄອສພ, ຄວາມເອົາໃຈໃສ່ຢ່າງໃກ້ຊິດຈາກຄະນະບັນນາທິການມີເພື່ອນຮ່ວມງານທີ່ເປັນນັກຂ່າວຈາກກະຊວງຕ່າງໆ, ນັກຂ່າວຈາກບັນດາແຂວງ, ເມືອງໃນທົ່ວປະເທດທີ່ໄດ້ສົ່ງຂໍ້ມູນຂ່າວສານ, ເຫດການທີ່ເກີດຂຶ້ນ, ບົດປະເພດຕ່າງໆມາປະກອບສ່ວນອອກໃນໜ້າໜັງສືພິມຢ່າງອຸດົມສົມບູນ, ຍ້ອນພາກສ່ວນຕ່າງໆໃນສັງຄົມໄດ້ໃຫ້ການສະໜັບສະໜູນອູ້ມຊູຊ່ວຍເຫຼືອ. ສິ່ງສໍາຄັນແມ່ນຍ້ອນພະນັກງານ-ສະມາຊິກພັກພາຍໃນໜັງສືພິມປະຊາຊົນມີຄວາມມານະອົດທົນສາມາດຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ມີຄວາມຮັບຜິດຊອບສູງຕໍ່ການປະ ຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໜາຍ ຈຶ່ງເຮັດໃຫ້ມີຜົນສໍາເລັດຢ່າງຕໍ່ເນື່ອງ. ສະແດງອອກໃນການຮັບໃຊ້ໜ້າທີ່ການເມືອງຍັງຮັບປະກັນເປັນກະບອກສຽງຂອງພັກ-ລັດໄດ້ເປັນຢ່າງດີ, ສາມາດຮັກສາມູນເຊື້ອປະຕິວັດຂອງຕົນໃນການນໍາສະເໜີເຫດການຕ່າງໆຕາມຄວາມເປັນຈິງ, ເປັນຜູ້ແນະນໍາ, ນໍາພາຫາງສຽງສັງຄົມ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ. ໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ການທ່ອງທຽວໃຫ້ແກ່ເປົ້າໝາຍຂອງຕົນ ພ້ອມທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ. ໄປພ້ອມໆກັບການພັດທະນາໜັງສືພິມປະຊາຊົນໃຫ້ມີຜະລິດຕະພັນໃໝ່ຫຼາກຫຼາຍຮູບແບບສີສັນ, ດຶງດູດໃຈຜູ້ອ່ານ ເຮັດໃຫ້ຄົນສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານເຫດການຕ່າງໆທີ່ເກີດຂຶ້ນພາຍໃນປະເທດໄດ້ວ່ອງໄວຂຶ້ນ.

ທ່ານ ວັນໄຊ ຕະວິນຍານ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ໜັງສືພິມປະຊາຊົນ ຜະລິດອອກຈໍາໜ່າຍມື້ໜຶ່ງ 1,300 ສະບັບ, ຄະນະບັນນາທິການໄດ້ເລັ່ງປັບປຸງການອອກຂ່າວທາງລະບົບອອນລາຍ ເຮັດໃຫ້ມີເນື້ອໃນຂ່າວ-ບົດນຳ, ບົດຄວາມ, ແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ກົດໝາຍ, ຄໍາຂວັນ, ຄໍາຄົມສາລະໜ້າຮູ້ອອກໃນແຕ່ລະ ວັນ ບໍ່ເວັ້ນວັນເສົາ-ວັນທິດ ເຮັດໃຫ້ຄົນສົນໃຈຕິດຕາມອ່ານໜັງສືພິມທາງເວັບໄຊ ແລະ ເຟສບຸກຫຼາຍຂຶ້ນເຊັ່ນ: ໃນປີ 2022 ມີຄົນເຂົ້າອ່ານເວັບໄຊ 1,450,790 ຄົນ, ປີ 2023 ມີຄົນເຂົ້າອ່ານ 1,575,750 ຄົນ; ປີ 2024 ມີຄົນເຂົ້າອ່ານ 1,380,790 ຄົນ; ສະເພາະ 6 ເດືອນຕົ້ນປີ 2025 ມີຄົນເຂົ້າອ່ານ 375,400 ຄົນ, ສະເລ່ຍປະມານ 23,000 ຄົນຕໍ່ມື້. ເຂົ້າອ່ານເຟສບຸກໃນປີ 2022 ມີ 1,044,150 ຄົນ. ປີ 2023 ມີຄົນເຂົ້າອ່ານ 1,258,416 ຄົນ; ປີ 2024 ມີຄົນເຂົ້າອ່ານ 1,004,8146 ຄົນ; ສະເພາະ 6 ເດືອນຕົ້ນປີ 2025 ມີຄົນເຂົ້າອ່ານ 9,815,168 ຄົນ, ສະເລ່ຍມີຄົນເຂົ້າອ່ານ 53,781 ຄົນຕໍ່ມື້.

ພ້ອມນັ້ນ, ຜ່ານມາໜັງສືພິມປະຊາຊົນໄດ້ມີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ສື່ມວນຊົນອາຊຽນມີການເຄື່ອນໄຫວຮ່ວມກິດຈະກໍາດີພໍສົມຄວນ. ພາຍຫຼັງໜັງສືພິມປະຊາຊົນຂຶ້ນກັບ ຄອສພ ແລ້ວປະເທດເພື່ອນມິດຍຸດທະສາດໄດ້ໃຫ້ຄວາມສົນໃຈມາຢ້ຽມຢາມພົບປະແລກປ່ຽນດີຂຶ້ນກວ່າເກົ່າ. ເປັນຕົ້ນໄດ້ຮັບການເຂົ້າມາຢ້ຽມຢາມຂອງເອກອັກຄະລັດຖະທູດ ສສ ຫວຽດນາມ, ທູດ ສປ ຈີນ, ທູດກູບາ. ໄດ້ຕ້ອນຮັບສື່ມວນຊົນຂອງຫວຽດນາມ, ສື່ມວນຊົນຈາກໜັງສືພິມຈີນຈາກແຂວງຢຸນນານ, ນັກຂ່າວກວາງຊີ, ໜັງສືພິມເດລີປີໂປປັກກິ່ງ ແລະ ມີການແລກປ່ຽນຂໍ້ມູນຂ່າວສານ, ໃຫ້ການຊ່ວຍເຫຼືອຍົກລະດັບຢູ່ຈີນ, ແລກປ່ຽນດ້ານວິຊາການຢູ່ຈີນຫຼາຍຄັ້ງ. ພິເສດໜັງສືພິມເຍິນເຢິນຂອງ ສສ ຫວຽດນາມ ໄດ້ຊ່ວຍເຫຼືອປັບປຸງລະບົບເວັບໄຊໃຫ້ກັບໜັງສືພິມປະຊາຊົນ ຊຶ່ງເປັນເວັບໄຊທີ່ທັນສະໄໝທີ່ສຸດ.

ຄຽງຄູ່ກັບຜົນງານ, ໜັງສືພິມປະຊາຊົນກໍຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ. ໃນຕໍ່ໜ້າໜັງສືພິມປະຊາຊົນຈະສືບຕໍ່ປັບປຸງກົນໄກການເຮັດວຽກຂອງແຕ່ລະພະແນກໃຫ້ເປັນຕ່ອງໂສ້ ຮັບປະກັນບໍ່ໃຫ້ເກີດຄວາມຜິດພາດ ເຮັດໃຫ້ມີຄວາມວ່ອງໄວທັນເຫດການຂຶ້ນກວ່າເກົ່າ. ເນື້ອໃນຂ່າວ ແລະ ບົດໃຫ້ມີເນື້ອໃນອຸດົມສົມບູນ ເລິກເຊິ່ງ ແລະ ຫຼາກຫຼາຍຂຶ້ນກວ່າເກົ່າ ແນໃສ່ບົດນໍາ, ບົດຄວາມ, ບົດວຽກດີຄົນເດັ່ນ ແລະ ບົດປະເພດອື່ນໆໃຫ້ຫຼາຍຂຶ້ນ. ການນໍາສະເໜີຂ່າວໃຫ້ສັ້ນກະທັດຮັດ-ສ້າງເພື່ອນຮ່ວມງານໃຫ້ຫຼາຍກວ່າເກົ່າ. ເລັ່ງປັບປຸງເວັບໄຊໜັງສືພິມປະຊາຊົນໃຫ້ອອກຂ່າວວ່ອງໄວທັນສະໄໝ, ສູ້ຊົນເອົາໜັງສືພິມລົງສູ່ຮາກຖານໃຫ້ກວ້າງຂວາງກວ່າເກົ່າ ເພື່ອພັດທະນາຕົນເອງໃຫ້ມີຄວາມກ້າວໜ້າເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ ທັງນີ້ກໍເພື່ອເຮັດຫຼ້ອນໜ້າທີ່ວຽກງານຂອງຕົນໃນການຮັບໃຊ້ໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້; ສືບຕໍ່ເສີມຂະຫຍາຍມູນເຊື້ອໜັງສືພິມປະຕິວັດ ເປັນກະບອກສຽງອັນແຫຼມຄົມຂອງພັກ.

ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍທີ່ໝູນວຽນມາບັນຈົບຄົບຮອບ 75 ປີ, ວັນສ້າງຕັ້ງໜັງສືພິມປະຊາຊົນຄົບຮອບ 75 ປີ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນໄດ້ຕາງໜ້າໃຫ້ຄະນະບັນນາທິການ, ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ການນໍາພັກ ແລະ ລັດ. ຄະນະໂຄສະນາອົບຮົມສູນກາງພັກທີ່ຍາມໃດກໍເປັນຫ່ວງເປັນໄຍໃຫ້ຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ, ຂໍສະແດງຄວາມຂອບໃຈນັກຂ່າວຈາກກະຊວງ, ທະບວງກົມ,ບໍລິສັດຫ້າງຮ້ານທີ່ໃຫ້ການຊຸກຍູ້ຕະຫຼອດຮອດນັກຂ່າວແຂວງ, ເມືອງທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫຼືອປະກອບສ່ວນສົ່ງຂ່າວ, ບົດປະເພດຕ່າງໆມາປະກອບສ່ວນອອກໃນໜ້າໜັງສືພິມດ້ວຍດີຕະຫຼອດມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະນັກງານໜັງສືິພິມປະຊາຊົນທຸກຖ້ວນໜ້າທີ່ໄດ້ມີຄວາມອົດທົນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເຮັດວຽກບໍ່ມີໂມງເວລາ ລວມທັງວັນເສົາ-ວັນທິດ ຈົນເຮັດຫຼ້ອນໜ້າທີ່ຂອງຕົນຢ່າງສົມກຽດ. ຊົມເຊີຍວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີຢ່າງສຸດໃຈ !.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ