ໂດຍ: ບິກໄຊ ສົມພູ
ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຄະນະປະຈຳພັກກອງພົນ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງ ກອງພົນທີ 1 ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມຮູ້ສຶກເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າກອງທັບປະຊາຊົນລາວ ນັບແຕ່ມື້ສ້າງຕັ້ງຂຶ້ນມາຈົນເຖິງປັດຈຸບັນມີອາຍຸຄົບຮອບ 75 ປີ (ວັນທີ 20 ມັງກອນ 1949-20 ມັງກອນ 2024)ຊຶ່ງຕະຫຼອດໄລຍະ 75 ປີຜ່ານມາ, ກອງທັບປະຊາຊົນລາວໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ພ້ອມກັບພາລະກຳອັນຍິ່ງໃຫຍ່ ແລະ ມີກຽດສະຫງ່າທີ່ສຸດໃນປະຫວັດສາດຂອງຊາດລາວເຮົາໂດຍຕະຫຼອດມາ, ບັນດາຜົນງານຕ່າງໆ ທີ່ກອງທັບປະຊາຊົນລາວໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.ກອງທັບປະຊາຊົນລາວໄດ້ເຕີບໃຫຍ່ເຂັ້ມແຂງ ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ ແລະ ເປັນເສົາຄໍ້າອັນແໜ້ນແກ່ນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຄືດັ່ງທຸກວັນນີ້ ກໍຍ້ອນການນໍາພາເດັດຂາດ, ໂດຍກົງຮອບດ້ານຂອງພັກປະຊາຊົນປະຕິວັດລາວ.
ເນື່ອງໃນໂອກາດວັນທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າຕາງໜ້າໃຫ້ນາຍ ແລະ ພົນທະຫານ ທົ່ວກອງພົນທີ 1 ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ພັກ-ລັດ, ກອງທັບຊຶ່ງເວລາໃດກໍມີຄວາມເປັນຫ່ວງເປັນໃຍ ເອົາໃຈໃສ່ສຶກສາອົບຮົມບົ່ມສອນ, ໃກ້ຊິດຕິດແທດໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວຕະຫຼອດມາ ແລະ ຈະສືບຕໍ່ປະຕິບັດໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ໃຫ້ມີຜົນສຳເລັດ, ຂໍອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ, ການນໍາກະຊວງປ້ອງກັນປະເທດຕະຫຼອດຮອດນາຍ ແລະ ພົນທະຫານທົ່ວກອງທັບ ຈົ່ງມີສຸຂະພາບ ແຂງແຮງ, ມີພະລານາໄມສົມບູນ, ມີຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງບັນດາທ່ານ, ສືບຕໍ່ຊີ້ນຳ -ນຳພາໆລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ກ້າວສູ່ຄວາມຈະເລີນຮຸ່ງເຮືອງສີວິໄລຕາມຈຸດໝາຍທີ່ພັກກໍານົດໄວ້.

ຄໍາເຫັນ