ວສລ ຈະສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກ ໃຫ້ມີຄຸນນະພາບສູງໄປສູ່ລະບົບດີຈີຕອນ ຢ່າງສົມບູນ

ວສລ ຈະສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກ ໃຫ້ມີຄຸນນະພາບສູງໄປສູ່ລະບົບດີຈີຕອນ ຢ່າງສົມບູນ

ວສລ ຈະສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກ ໃຫ້ມີຄຸນນະພາບສູງໄປສູ່ລະບົບດີຈີຕອນ ຢ່າງສົມບູນ
ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026) ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ). ທ່ານ ນາງ ສິມມະນີ ແກ້ວແກ່ນ ຜູ້ອຳນວຍການໃຫຍ່ ວສລ ໄດ້ໃຫ້ສໍາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ ທີ່ ວສລ ໂດຍໄດ້ຍົກໃຫ້ເຫັນບົດບາດສໍາຄັນຂອງສື່ມວນຊົນ ສື່ມວນຊົນເປັນອາວຸດອັນແຫຼມຄົມ ທີ່ໄດ້ປະກອບສ່ວນຢ່າງສຳຄັນໃຫຍ່ຫຼວງເຂົ້າໃນໄຊຊະນະລວມຂອງພາລະກິດປະຕິວັດໃນແຕ່ລະໄລຍະຂອງຊາດຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ; ຍົກໃຫ້ເຫັນວຽກງານອັນພົ້ນເດັ່ນ ວສລ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະໃນໄລຍະມໍ່ໆນີ້ ແມ່ນໄດ້ໂຄສະນາຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກ (ຄັ້ງທີ XI, XII), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (ຄັ້ງທີ IX, X), ວຽກງານຈຸດສຸມຂອງສະພາແຫ່ງຊາດ ແລະ ລັດຖະບານຊຸກຍູ້ການຜະລິດເປັນສິນຄ້າວຽກດີຄົນເດັ່ນ ແລະ ການສົ່ງເສີມຜະລິດຕະພັນພາຍໃນ. ພ້ອມນັ້ນ, ຍັງໄດ້ສ່ອງແສງເຫດການ ແລະ ວັນສໍາຄັນຕ່າງໆຢ່າງກວ້າງຂວາງ.

 

ວສລ ຈະສຊນຫນປຽນວດຖອປະກອນເຕກນກ ໃຫມຄນນະພາບສງໄປສລະບບດຈຕອນ ຢາງສມບນ - image 1
 

 ດ້ານການອອກອາກາດ ວສລ ຮັບຜິດຊອບ 5 ຄື້ນ, ຜະລິດລາຍການເອງ 107 ລາຍການ, ຄູ່ຮ່ວມງານ 23 ລາຍການ, ລວມອອກອາກາດ 50 ຊົ່ວໂມງ/ມື້. ພວກເຮົາໄດ້ຫັນປ່ຽນຮູບແບບໃຫ້ມີພາບຫຼາຍຂຶ້ນ, ຜະລິດຄລິບສັ້ນ ແລະ ໄລ້ສົດຜ່ານ Facebook Page ຂອງ ວສລ ຊຶ່ງມີຜູ້ຕິດຕາມຫຼາຍກວ່າ 177,000 ຄົນ ຊຶ່ງລາຍການທີ່ນິຍົມຫຼາຍມີ: ລາຍການພາກຂ່າວທົ່ວໄປ, ຂ່າວຮອບບ້ານຜ່ານເມືອງ, ຂ່າວຕາມເຫດການມີພາບ ແລະ ໂດຍສະເພາະ “ລາຍການຂັບຂີ່ປອດໄພ” ທີ່ຊ່ວຍໃຫ້ຂໍ້ມູນການສັນຈອນ ແລະ ຫຼຸດຜ່ອນອຸບັດເຫດ ເວົ້າລວມແລ້ວ ວສລ ຍັງແມ່ນພາຫະນະສື່ມວນຊົນທີ່ໃຫ້ຂໍ້ມູນວ່ອງໄວ ທັນເຫດການ ແລະ ກວມເອົາພື້ນທີ່ສ່ວນໃຫຍ່ຂອງປະເທດ.

ເພື່ອປັບປຸງພັດທະນາວຽກງານການກະຈາຍສຽງໃຫ້ຍືນຍົງ ວສລ ຈຳເປັນຕ້ອງປັບປຸງປ່ຽນແປງຕາມຄຳຂວັນທີ່ວ່າ: “ສ້າງບຸກຄະລາກອນ ໃໝ່ຫັນສູ່ເຕັກນິກທັນສະໄໝ, ເນື້ອໃນແຫຼມຄົມວ່ອງໄວ, ປັບປຸງກົນໄກບໍລິການຂະຫຍາຍການຮ່ວມມື” ໂດຍສຸມໃສ່ທິດທາງຄື: ສູ້ຊົນຫັນປ່ຽນວັດຖຸອຸປະກອນເຕັກນິກວິທະຍຸໃຫ້ມີຄຸນນະພາບສູງເປັນລະບົບຄົບຊຸດ ເພື່ອເຊື່ອມໂຍງກັບສາກົນ, ຫັນຈາກລະບົບອານາລັອກ ໄປສູ່ລະບົບດີຈີຕອນ ຢ່າງສົມບູນ ເພື່ອກະຈາຍສຽງໃຫ້ກວມພື້ນທີ່ 95% ຂອງປະເທດ ແລະ ສູ້ຊົນໃຫ້ໄດ້ 100% ໃນປີ 2030, ຍົກສູງຄຸນນະພາບເນື້ອໃນ ຮອດປີ 2030 ປັບປຸງເນື້ອໃນຂ່າວ ແລະ ລາຍການໃຫ້ແຫຼມຄົມ, ວ່ອງໄວ, ມີຫຼາຍຮູບແບບ (ລວມທັງວິທະຍຸມີພາບ) ເພື່ອດຶງດູດຜູ້ຟັງ-ຜູ້ຊົມ ແລະ ເປັນແຫຼ່ງຕອບໂຕ້ຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີຢ່າງມີປະສິດທິພາບ, ປັບປຸງລະບົບອຸປະກອນດ້ານສຽງ ເຂົ້າສູ່ລະບົບດີຈີຕອນຢ່າງສົມບູນແບບ ໃນປັດຈຸບັນ. ສະນັ້ນ, ຮຽກຮ້ອງໃຫ້ສື່ມວນຊົນແຕ່ລະອົງການມີຄວາມໜັກແໜ້ນເຂັ້ມແຂງ ກ້າວເຂົ້າສູ່ຄຸນນະພາບໃໝ່ ວ່ອງໄວ ທັນສະໄໝ ແລະ ໜ້າເຊື່ອຖືນໍາໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ເຂົ້າໃນການຜະລິດຂ່າວ ແລະ ວິເຄາະຂໍ້ມູນ, ພັດທະນາເນື້ອຫາໃຫ້ມີຄວາມສ້າງສັນ ແລະ ເຂົ້າເຖິງຄົນລຸ້ນໃໝ່, ຜ່ານວີດີໂອສັ້ນ, ສາລະຄະດີພອດແຄສ (Podcast) ຫຼື ການນຳສະເໜີແບບດີຈີຕອນ. ຄຽງຄູ່ກັນນັ້ນ, ຕ້ອງພັດທະນາບຸກຄະລາກອນນັກຂ່າວຮຸ່ນໃໝ່ໃຫ້ມີທັກສະຮອບດ້ານ ທັງດ້ານວິຊາຊີບ, ເຕັກໂນໂລຊີ, ພາສາຕ່າງປະເທດ ແລະ ຈັນຍາບັນວິຊາຊີບ.

ວສລ ຈະສຊນຫນປຽນວດຖອປະກອນເຕກນກ ໃຫມຄນນະພາບສງໄປສລະບບດຈຕອນ ຢາງສມບນ - image 2
 

ໃນໂອກາດວັນທີ່ມີຄວາມໝາຍສໍາຄັນນີ້, ທ່ານ ນາງ ສິມມະນີ ແກ້ວແກ່ນ ໄດ້ສະແດງຄວາມກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພັກ-ລັດ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳຮອບດ້ານ ພ້ອມທັງຂອບໃຈເພື່ອນຮ່ວມງານທຸກພາກສ່ວນ ແລະ ຜູ້ຟັງ-ຜູ້ຊົມ ທຸກທ່ານທີ່ໄດ້ສະໜັບສະໜູນ ວສລ ຕະຫຼອດມາ. ທ່ານ ຍັງໄດ້ຢັ້ງຢືນວ່າ ວສລ ຈະສືບຕໍ່ສຸມໃສ່ພັດທະນາຕົນເອງຢ່າງຮອບດ້ານ ເພື່ອໃຫ້ກາຍເປັນສື່ທີ່ທັນສະໄໝ, ສະໜອງຂໍ້ມູນຂ່າວສານວ່ອງໄວ ແລະ ເປັນປະໂຫຍດແກ່ສັງຄົມ. ຜູ້ອຳນວຍການໃຫຍ່ ວສລ ຍັງໄດ້ຖືໂອກາດນີ້ ອວຍພອນໄຊອັນປະເສີດແກ່ການນຳພັກ-ລັດ, ເພື່ອນຮ່ວມງານ, ບໍລິສັດ, ຫ້າງຮ້ານ ແລະ ຜູ້ຟັງ-ຜູ້ຊົມທຸກທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ຊີວິດຄອບຄົວທຸກປະການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ