ເປີດໂຄງການ ລະບົບອາຫານກະສິກຳແບບຍືນຍົງ ເນັ້ນ 4 ແຜນງານ ພັດທະນາວິສາຫະກິດກະສິກຳ ໃຫ້ເຂັ້ມແຂງ ແລະ ຍືນຍົງ

ເປີດໂຄງການ ລະບົບອາຫານກະສິກຳແບບຍືນຍົງ ເນັ້ນ 4 ແຜນງານ ພັດທະນາວິສາຫະກິດກະສິກຳ ໃຫ້ເຂັ້ມແຂງ ແລະ ຍືນຍົງ

ເປີດໂຄງການ ລະບົບອາຫານກະສິກຳແບບຍືນຍົງ ເນັ້ນ 4 ແຜນງານ ພັດທະນາວິສາຫະກິດກະສິກຳ ໃຫ້ເຂັ້ມແຂງ ແລະ ຍືນຍົງ
ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ(ຈນກ) ກະຊວງອຸດສາ ຫະກຳ ແລະ ການຄ້າ ຮ່ວມກັບທະນາຄານ ພັດທະນາອາຊີ (ADB) ແລະ ຄູ່ຮ່ວມພັດທະນາອື່ນໆ ໄດ້ຈັດພິທີເປີດໂຄງການລະບົບອາຫານກະສິກຳແບບຍືນຍົງ (SASSP) ຢ່າງເປັນທາງການ ໃນວັນທີ 11 ສິງຫາ ຜ່ານມາ ທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

 

ພິທີເປີດໂຄງການໄດ້ຈັດຂຶ້ນພາຍຫຼັງ ກອງປະຊຸມຄະນະຊີ້ນໍາໂຄງການ (PSC) ຄັ້ງປະຖົມມະລືກ ຊຶ່ງເຂົ້າຮ່ວມໂດຍຄະນະຊີ້ນຳຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທະນາຄານແຫ່ງ ສປປ ລາວ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ, ພະແນກກະສິກຳແຂວງຈຳປາສັກ, ພະແນກອຸດສາຫະກໍາ ແລະ ການຄ້າ 6 ແຂວງເປົ້າໝາຍ, ຕົວແທນຈາກ ທະນາຄານ ADB ແລະ ຄູ່ຮ່ວມງານ.

ໂຄງການ SASSP ມີງົບປະມານ 63 ລ້ານໂດລາ, ໂດຍການສະໜອງທຶນໃນຮູບແບບເງິນກູ້ ແລະ ຊ່ວຍເຫຼືອ ຈາກທະນາຄານພັດທະນາອາຊີ 30 ລ້ານໂດລາ, ກອງທຶນ (AIF) ASEAN Infrastructure Fund 10 ລ້ານໂດລາ, ກອງທຶນ ACGF (ASEAN Catalytic Green Finance Facility 10 ລ້ານໂດລາ, ກອງທຶນພັດທະນາອາຊີ Asian Development Fund 5 ລ້ານໂດລາ ແລະ ກອງທຶນ Green Climate Fund through the Community Resilience Partnership Program 8 ລ້ານໂດລາ. ໂຄງການໄດ້ຮັບອະນຸມັດຢ່າງເປັນທາງການໃນວັນທີ 10 ກັນຍາ 2025 ແລະ ມີກຳນົດການຈັດຕັ້ງປະຕິບັດຈົນຮອດວັນທີ 31 ທັນວາ 2030.

ເປົ້າໝາຍສຳຄັນຂອງໂຄງການ ແມ່ນການເພີ່ມໂອກາດເຂົ້າເຖິງແຫຼ່ງທຶນ, ພັດທະນາວິສາຫະກິດກະສິກຳ, ເສີມສ້າງຄວາມໝັ້ນຄົງດ້ານອາຫານ-ໂພຊະນາການ ແລະ ຍົກລະດັບສິນຄ້າກະສິກຳສູ່ຕະຫຼາດສົ່ງອອກ, ພ້ອມຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ໂດຍມີ 4 ແຜນງານຫຼັກຄື:

ແຜນງານທີ 1: ການບໍລິການທາງດ້ານການເງິນ, ດ້ານວິຊາການ ແລະ ໂພຊະນາການ ສຳລັບຜູ້ປະກອບການດ້ານກະສິກຳ ຂະໜາດນ້ອຍ ໃຫ້ສາມາດເຂົ້າເຖິງເງິນກູ້ໄດ້ສູງເຖິງສຸດ 2,000 ໂດລາ ຜ່ານສະຖາບັນການເງິນທີ່ເຂົ້າຮ່ວມໂຄງການຂອງ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ. ນອກນັ້ນ, ກໍຍັງມີໜ້າວຽກທີ່ຕິດພັນກັບ ການພັດທະນາຄຸນນະພາບດ້ານໂພຊະນາການ ໂດຍມີການຮ່ວມມືກັບ ອົງການອາຫານໂລກໃນການຈັດຕັ້ງປະຕິບັດ ໃນ 105 ບ້ານ ໃນຂອບເຂດເປົ້າໝາຍໂຄງການ.

ແຜນງານທີ 2: ເສີມສ້າງລະບົບຕ່ອງໂສ້ມູນຄ່າສິນຄ້າກະສິກຳ ທີ່ມີທ່າແຮງສູງ 5 ຊະນິດຄື: ໄມ້ປ່ອງ, ກາເຟ, ຖົ່ວລຽນ, ມັນຕົ້ນ, ແລະ ຊາ. ພາຍໃຕ້ແຜນງານນີ້, ໂຄງການຈະສະໜອງບໍລິການໃຫ້ຄຳປຶກສາດ້ານວິຊາການຕົວຈິງ ກ່ຽວກັບ ການຜະລິດທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເສີມສ້າງຄວາມສາມາດຂອງຜູ້ປະກອບການໃຫ້ສາມາດຮັບການຮັບຮອງ ຄວາມປອດໄພຂອງອາຫານ (GAP, GMP, HACCP), ແລະ ການເຂົ້າເຖິງຕະຫຼາດສົ່ງອອກ. ວິສາຫະກິດຕ່ອງໂສ້ມູນຄ່າກະສິກຳ ຍັງສາມາດເຂົ້າເຖິງແຫຼ່ງທຶນມູນຄ່າສະເລ່ຍ 50,000 ໂດລາ ຜ່ານກອງທຶນສົ່ງເສີມ ຈນກ, ກະຊວງອຸດສາຫະກໍາ ແລະ ການຄ້າ ອີກດ້ວຍ.

ແຜນງານທີ 3: ພັດທະນາພື້ນຖານໂຄງລ່າງທີ່ຕິດພັນກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ວຽກງານກໍ່ສ້າງ ແລະ ການປັບປຸງ ຊົນລະປະທານຂະໜາດນ້ອຍ ແລະ ກໍ່ສ້າງເສັ້ນທາງເຊື່ອມຕໍ່ ໃນແຂວງເປົ້າໝາຍເຊັ່ນ: ຈໍາປາສັກ, ສາລະວັນ, ເຊກອງ, ຫົວພັນ, ຜົ້ງສາລີ, ແລະ ໄຊຍະບຸລີ. ການລົງທຶນ ໃນພື້ນຖານໂຄງລ່າງເຫຼົ່ານີ້ ລວມມີລະບົບ, ວິທີແກ້ໄຂທີ່ອີງໃສ່ທຳມະຊາດ, ຕ້ານທານກັບໄພພິບັດຫຼາຍຊະນິດ, ແລະ ລັກສະນະທີ່ມີສ່ວນຮ່ວມຈາກຊຸມຊົນທ້ອງຖິ່ນ, ຊຶ່ງຈະໄດ້ຈັດການຝຶກອົບຮົມໃນການຊີ້ນຳ, ການດຳເນີນງານ ແລະ ການບຳລຸງຮັກສາ.

ແຜນງານທີ 4: ຮັບຮອງຫ້ອງທົດລອງຄວາມປອດໄພ ດ້ານອາຫານ, ເພື່ອປັບປຸງຫ້ອງທົດລອງ ໃຫ້ມີຄວາມປອດໄພ ດ້ານອາຫານ ແລະ ມີອຸປະກອນທີ່ໄດ້ຮັບມາດຕະຖານ ISO-17025 ຊຶ່ງຈະຊ່ວຍສະໜັບສະໜູນ ການສ້າງຂີດຄວາມອາດສາມາດ ເຮັດໃຫ້ຫ້ອງທົດລອງຂອງລາວສາມາດອອກໃບຢັ້ງຢືນທີ່ໄດ້ຮັບການຍອມຮັບ ໃນລະດັບສາກົນ ສຳລັບການສົ່ງອອກ ສິນຄ້າກະສິກຳປຸງແຕ່ງ.

ອີກໜຶ່ງຈຸດເດັ່ນໃນພິທີ ແມ່ນການລົງນາມສັນຍາສະໜອງທຶນລວມມູນຄ່າ 150 ຕື້ກີບ ຫຼື ປະມານ 7 ລ້ານໂດລາ ລະຫວ່າງກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບກັບ ທະນາຄານການຄ້າຕ່າງປະເທດລາວ(ມູູນຄ່າ100 ຕື້ກີບ, ທຽບເທົ່າ 4.7 ລ້ານ ໂດລາ) ແລະ ທະນາຄານໄຊງ່ອນເທືອງຕິ່ນ ລາວ (ມູນຄ່າ 50 ຕື້ກີບ, ທຽບເທົ່າ 2.3 ລ້ານ ໂດລາ)

ທຶນດັ່ງກ່າວຈະເປັນອີກກົນໄກສຳຄັນໃນການຊ່ວຍໃຫ້ ວິສາຫະກິດ, ຜູ້ປະກອບການ ແລະ ຕ່ອງໂສ້ມູນຄ່າກະສິກຳ ສາມາດເຂົ້າເຖິງແຫຼ່ງທຶນ ແລະ ຂະຫຍາຍການຜະລິດ.

(ຂ່າວ: ເສດຖະກິດ ການຄ້າ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ