![]() |
ໂອກາດນີ້, ທ່ານ ພັນຕີ ກິດຕິພັນ ພົມມາລາ ໄດ້ມີຄຳເຫັນ ແລະ ເນັ້ນໃຫ້ເຫັນເຖິງບັນຫາທີ່ມັກເກີດຂຶ້ນໃນສັງຄົມປັດຈຸບັນ ຊຶ່ງມີຜົນກະທົບໂດຍກົງຕໍ່ເດັກນ້ອຍ ແລະ ໄວໜຸ່ມ ທີ່ຮູ້ເທົ່າບໍ່ເຖິງການ. ຍ້ອນຄວາມຄືກຄະນອງ ແລະ ຢາກລອງສິ່ງໃໝ່ໆ ເຮັດໃຫ້ມີພຶດຕິກຳທີ່ທ້າທາຍຕໍ່ລະບຽບການສັນຈອນຕາມທ້ອງຖະໜົນ ແລະ ຜິດກົດໝາຍບ້ານເມືອງ ເປັນຕົ້ນ: ການດັດແປງສະພາບລົດ ປ່ຽນທໍ່ໃຫ້ສົ່ງສຽງດັງ, ປ່ຽນຕີນຍາງເດີມມາເປັນຍາງນ້ອຍ, ພ້ອມທັງຈັດຕັ້ງເປັນກຸ່ມຂີ່ລົດໄວ ແລະ ໃຊ້ສຽງດັງໃນເວລາກາງຄືນ. ໃນພິທີ, ເຈົ້າໜ້າທີ່ໄດ້ອະທິບາຍ ແລະ ເຜີຍແຜ່ເອກະສານຕ່າງໆ ທີ່ພົວພັນກັບລະບຽບການສັນຈອນ ທີ່ນອນຢູ່ໃນກົດໝາຍປ້ອງກັນຄວາມສະຫງົບ ເພື່ອໃຫ້ໄວໜຸ່ມ ແລະ ຜູ້ປົກຄອງໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ ເພື່ອເຄົາລົບກົດໝາຍ ພ້ອມທັງນຳໄປເປັນທິດທາງໃນການສຶກສາອົບຮົມລູກຫຼານໃຫ້ກາຍເປັນຄົນດີຂອງຄອບຄົວ ແລະ ສັງຄົມ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກສຶກສາອົບຮົມ, ກ່າວຕັກເຕືອນ ພ້ອມທັງມອບ-ຮັບ ກຸ່ມໄວໜຸ່ມດັ່ງກ່າວໃຫ້ກັບຜູ້ປົກຄອງ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອຕິດຕາມ ແລະ ສຶກສາອົບຮົມຕໍ່ໄປ.
![]() |
ຂ່າວແຈ້ງຕື່ມວ່າ: ໃນ 6 ເດືອນຕົ້ນປີ 2026 ທົ່ວເມືອງໂຂງ ມີອຸບັດເຫດເກີດຂຶ້ນທັງໝົດ 23 ລາຍ, ມີ 57 ຄົນ, ຍິງ 14 ຄົນ; ໃນນັ້ນ ໄດ້ຮັບບາດເຈັບທັງໝົດ 23 ຄົນ, ຍິງ 8 ຄົນ, ບາດເຈັບສົມຄວນ 17 ຄົນ, ຍິງ 4 ຄົນ, ບາດເຈັບເລັກໜ້ອຍ 12 ຄົນ, ຍິງ 4 ຄົນ ແລະ ເສຍຊີວິດ 4 ຄົນ. ມີພາຫະນະຮ່ວມອຸບັດເຫດທັງໝົດ 43 ຄັນ, ເປ້ເພສົມຄວນ 27 ຄັນ, ເປ້ເພເລັກໜ້ອຍ 13 ຄັນ ລວມມູນຄ່າເສຍຫາຍທັງໝົດ 213 ລ້ານກວ່າກີບ.ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ


ຄໍາເຫັນ