ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ

ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ

ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ
ວັນທີ 13 ສິງຫາ 2026 ນີ້, ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ກະຊວງ ປ້ອງກັນປະເທດ ໄດ້ສະຫຼຸບວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2026, ໂດຍການເປັນກ່ຽດເຂົ້າຮ່ວມ ຂອງສະຫາຍ ພັນເອກ ວັນເຮືອງ ສິວິໄລ ຫົວໜ້າກອງບັນນາທິການ ໜັງສືພິມກອງທັບ, ມີຄະນະພັກ-ຄະນະບັນນາທິການ, ຄະນະໜ່ວຍຊາວໜຸ່ມ, ຄະນະໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.

 

ໜວຍສະຫະພນແມຍງ ກອງບນນາທການ ໜງສພມກອງທບ ສະຫບວຽກງານ ປະຈາ 6 ເດອນຕນປ - image 1
 

ສະຫາຍ ພັນໂທ ນາງ ຈັນວຽງ ສົມມະນີວັນ ເລຂາໜ່ວຍສະຫະພັນແມ່ຍິງ ກອງປັນນາທິການໜັງສືພິມກອງທັບ ໄດ້ຜ່ານບົດສະຫຼຸບວຽກງານ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ວ່າ:, ຄະນະໜ່ວຍ ໄດ້ຊີ້ນໍາຢ່າງໃກ້ຊິດຕິດແທດ ແລະ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ, ປະຕິບັດຕາມກົດລະບຽບ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ, ມີແບບແຜນວິທີເຮັດວຽກຢ່າງຖືກຕ້ອງ, ນໍາເອົາມະຕິ ຂອງຂັ້ນເທິງມາສ້າງເປັນແຜນການ, ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນບັນຫາສໍາຄັນ ເຮັດໃຫ້ສະມາຊິກສະຫະພັນແມ່ຍິງ ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ, ປະຕິບັດກົດໝາຍ, ຂໍ້ກໍານົດ, ກົດລະບຽບ ຂອງກອງທັບ, ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານຕາມການມອບໝາຍ ເຊິ່ງສະແດງອອກຄື: ໄດ້ເຂົ້າຮ່ວມຮັບຟັງປາຖະກະຖາ ແລະ ເຜີຍແຜ່ເອກະສານວັນສຳຄັນ ຂອງຊາດ, ຂອງພັກ ມີສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ 20 ເທື່ອຄົນ, ສຸມໃສ່ການໂຄສະນາການເຄື່ອນໄຫວການນໍາພັກ-ລັດ ກໍຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ວັນສໍາຄັນ 3 ວັນປະຫວັດສາດ ຂອງຊາດ, ຂອງພັກ, ຂຽນບົດໄດ້ 45 ບົດ, ກວດແກ້ຂ່າວ 1,036 ຂ່າວ, ກວດແກ້ບົດ 33 ບົດ, ຮັບຂ່າວ-ບົດ 2,703 ຂ່າວ, ຈັດພິມເອກະສານຕ່າງໆ 314 ບົດ, ຈັດໜ້າໜັງສືພິມ 902 ຂ່າວ, ແປຂ່າວຕ່າງປະເທດ 729 ຂ່າວ, ອັບເດດພາສາລາວ ເປັນພາສາອັງກິດ 96 ຂ່າວ, ສົ່ງເອກະສານ 267 ສະບັບ, ຕົບແຕ່ງຮູບພາບ 870 ຮູບ, ອັບເດດຂ່າວໜັງສືພິມລົງເວັບໄຊ 2,250 ຂ່າວ, ອັບຂ່າວ PDF ໄດ້ 60 ສະບັບ, ປະຈຳການຊ່ວຍ ບກ 75 ຄັ້ງ, ສາມາດຫາລາຍໄດ້ເຂົ້າຄັງ 5,600,000 ກີບ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນສົມບູນຂຶ້ນຕື່ມ.

ໜວຍສະຫະພນແມຍງ ກອງບນນາທການ ໜງສພມກອງທບ ສະຫບວຽກງານ ປະຈາ 6 ເດອນຕນປ - image 2
 

ໂອກາດນີ້, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ໃນນີ້, ບົ່ງຕົວແຕ່ງຕັ້ງ ສະຫາຍ ຮ້ອຍເອກ ນາງ ຄໍາປ໋ອກ ພັນທະວົງສາ ເປັນກໍາມະການ-ການຄັງ ໜ່ວຍສະຫະພັນແມ່ຍິງ ກອງບັນນາທິການ ໜັງສືພິມກອງທັບ ຕື່ມອີກ.

ຂ່າວ: ວັນນະລັກ ວົງພົມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ