ໃນໂຄງປະກອບສິນຄ້າສົ່ງອອກ, ກຸ້ງສືບຕໍ່ແມ່ນຂະແໜງສິນຄ້າຫຼັກ ດ້ວຍວົງເງິນການຄ້າ 3.29 ຕື້ໂດລາ, ເພີ່ມຂຶ້ນ 12.3% ແລະ ກວມເອົາປະມານ 41% ຍອດວົງເງິນການຄ້າສິນໃນນໍ້າ. ສຳລັບປາຈາ ກໍເພີ່ມຂຶ້ນຢ່າງແຮງ, ບັນລຸ 1.5 ຕື້ໂດລາ, ເພີ່ມຂຶ້ນ 9%... ຮົ່ງກົງ (ປະເທດຈີນ) ແມ່ນຕະຫຼາດມີລະດັບການເຕີບໂຕຫຼາຍທີ່ສຸດໃນ 8 ເດືອນຜ່ານມາ, ບັນລຸ 2.03 ຕື້ໂດລາ, ເພີ່ມຂຶ້ນ 33.4% ກວມເອົາ 25.35% ຍອດວົງເງິນທົ່ວຂະແໜງ.
ຄາດຄະເນວ່າແຕ່ນີ້ຮອດທ້າຍປີ, ຄວາມຕ້ອງການສິນຄ້າເພື່ອຮັບໃຊ້ໄລຍະວັນບຸນ ແລະ ຮອບວຽນຈັດເຂົ້າສາງອາດຈະແມ່ນປັດໄຈສືບຕໍ່ໜູນຊ່ວຍການສົ່ງອອກ. ແຕ່ເຖິງຢ່າງໃດກໍຕາມ, ການເຕີບໂຕສິນໃນນໍ້າຈະຂຶ້ນກັບການຜັນແປນະໂຍບາຍການຄ້າ ແລະ ຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກໃໝ່ຈາກບັນດາຕະຫຼາດສົ່ງອອກ.
ຄໍາເຫັນ