ຂ່າວສານຊີອາໄອລາຍງານວ່າ: ອີງໃສ່ຂໍ້ມູນຈາກກະຊວງການຄ້າຈີນຫວ່າງບໍ່ດົນມານີ້ວ່າ, ນັບແຕ່ເດືອນມັງກອນຫາເດືອນສິງຫາປີ 2025, ການຄ້າການບໍລິການຂອງຈີນໄດ້ຮັກສາຈັງຫວະການເຕີບໂຕຢ່າງໝັ້ນທ່ຽງ, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການບັນລຸເຖິງ 5,247 ຕື້ 690 ລ້ານຢວນ, ເພີ່ມຂຶ້ນ 7.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ມູນຄ່າຂາອອກມີເຖິງ 2,300 ຕື້ 440 ລ້ານຢວນ, ເພີ່ມຂຶ້ນ 14.7%; ມູນຄ່າຂາເຂົ້າມີເຖິງ 2,947 ຕື້ 250 ລ້ານຢວນ, ເພີ່ມຂຶ້ນ 2.3%. ມູນຄ່າຂາດດຸນດ້ານການຄ້າການບໍລິການມີເຖິງ 646 ຕື້ 810 ລ້ານຢວນ, ຫຼຸດລົງ 228 ຕື້ 70 ລ້ານຢວນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຂ່າວລະບຸວ່າ: ຜູ້ຮັບຜິດຊອບວຽກງານການຄ້າການບໍລິການຂອງກະຊວງການຄ້າຈີນກ່າວວ່າ, ນັບແຕ່ເດືອນມັງກອນຫາເດືອນສິງຫາປີ 2025, ມູນຄ່າການຄ້າຂາເຂົ້າ - ຂາອອກດ້ານການບໍລິການ ຂອງຈີນມີເຖິງ 2,025 ຕື້ 70 ລ້ານຢວນ, ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການການທ່ອງທ່ຽວມີເຖິງ 1,448 ຕື້ 180 ລ້ານຢວນ, ເພີ່ມຂຶຶ້ນ 8.6%.
ຄໍາເຫັນ