ຂ່າວລະບຸວ່າ: ອຸດສາຫະກຳເຕັກໂນໂລຊີຂັ້ນສູງໄດ້ນຳໃຊ້ທຶນຕ່າງປະເທດຕົວຈິງ 200 ຕື້ 260 ລ້ານຢວນ, ເພີ່ມຂຶ້ນ 35.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາ 41.7% ຂອງຍອດການລົງທຶນຕົວຈິງຈາກຕ່າງປະເທດໃນທົ່ວປະເທດ, ເພີ່ມຂຶ້ນ 12.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການບໍລິການຄົ້ນຄວ້າ ແລະ ພັດທະນາ ລວມທັງການອອກແບບ, ການບໍລິການຫັນໝາກຜົນດ້ານວິທະຍາສາດເຕັກໂນໂລຊີໃຫ້ເປັນກຳລັງການຜະລິດ ຫຼື ສິນຄ້າ, ອຸດສາຫະກຳການຜະລິດອຸປະກອນເອເລັກໂຕຣນິກ ແລະ ອຸປະກອນການສື່ສານໄດ້ນຳໃຊ້ທຶນຕ່າງປະເທດຕົວຈິງເພີ່ມຂຶ້ນໄວສົມຄວນ.
ເບິ່ງໃນດ້ານແຫຼ່ງທຶນຕ່າງປະເທດແລ້ວເຫັນວ່າ: ຝຣັ່ງ ແລະ ສະວິດ ລົງທຶນຕໍ່ຈີນເພີ່ມຂຶ້ນໄວສົມຄວນຄື: ຝຣັ່ງ ເພີ່ມຂຶ້ນ 39.2% ແລະ ສະວິດ ເພີ່ມຂຶ້ນ 16.7%
ຄໍາເຫັນ