9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່

9 ແຜນງານ 42 ໂຄງການ ພັດທະນາວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່
ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ ໄດ້ຂຶ້ນລາຍງານແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ໃນວັນທີ 28 ພຶດສະພານີ້ ທີ່ ຄອສພ.
9 ແຜນງານ 42 ໂຄງການ ພດທະນາວຽກງານໂຄສະນາອບຮມ ໄປສຄນນະພາບໃໝ - image 1
 



ສະຫາຍ ຄໍາມອນ ຈັນທະຈິດ ກ່າວວ່າ: ໃນ 5 ປີຕໍ່ໜ້າ (2026-2030) ຄະນະພັກ ຄອສພ ໄດ້ພ້ອມກັນສະເໜີ, ວາງ 9 ແຜນງານ 42 ໂຄງການ ໃນການພັດທະນາວຽກງານໂຄສະນາອົບຮົມ ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ເປັນຕົ້ນແຜນງານທີ I: ຈັດຕັ້ງເຜີຍແຜ່, ຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດ ໃນຂົງເຂດວຽກງານໂຄສະນາອົບຮົມ; ໂຄງການທີ 1: ໂຄສະນາເຜີຍແຜ່, ສຶກສາອົບຮົມ ໂຄງການການເມືອງ ສະບັບທີ III, ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດ. ຄັດຈ້ອນເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ອອກເຜີຍແຜ່ຜ່ານພາຫະນະສື່ມວນຊົນ ດ້ວຍຫຼາຍຮູບແບບ; ໂຄງ ການທີ 2: ສ້າງແຜນຈັດພິມ ແລະ ແຈກຢາຍ ໂຄງການການເມືອງ ສະບັບທີ III, ບົດສະຫຼຸບ 40 ປີປ່ຽນແປງໃໝ່, ເອກະສານມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດ ໃນທົ່ວປະເທດ; ໂຄງການທີ 3: ຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ພ້ອມທັງຕິດຕາມກວດກາ, ຊຸກຍູ້, ສະຫຼຸບລາຍງານກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ; ແຜນງານທີ II: ສ້າງ ແລະ ປັບປຸງເອກະສານ ຮັບໃຊ້ວຽກງານໂຄສະນາສຶກສາອົບຮົມ; ໂຄງການທີ 1: ສ້າງ ແລະ ປັບປຸງ ເອກະສານໂຄສະນາ-ປາຖະກະຖາ ກ່ຽວກັບວັນສໍາຄັນຂອງຊາດ, ຂອງພັກ, ຂອງຜູ້ນໍາ, ຂອງພາກພື້ນ ແລະ ສາກົນ; ໂຄງການທີ 2: ສ້າງ ແລະ ປັບປຸງ ເອກະສານສຶກສາອົບຮົມ ຄວາມຮູ້ກ່ຽວກັບທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ, ນະໂຍບາຍຂອງລັດ ສໍາລັບເປົ້າໝາຍຕ່າງໆ; ໂຄງການທີ 3: ສ້າງເອກະສານດໍາເນີນຊີວິດການເມືອງ ເພື່ອປັບປຸງ ແລະ ກໍ່ສ້າງພັກ ໃນລະຫວ່າງ 2 ກອງປະຊຸມໃຫຍ່ຂອງພັກ ແລະ ກະກຽມກອງປະຊຸມ 3 ຂັ້ນຂອງພັກ; ໂຄງການທີ 4: ສ້າງ ແລະ ປັບປຸງ ເອກະສານຝຶກອົບຮົມວຽກງານໂຄສະນາອົບຮົມໃຫ້ແຕ່ລະເປົ້າໝາຍ; ໂຄງການທີ 5: ປະສານສົມທົບກັບກະຊວງສຶກສາທິການ ແລະ ກິລາ ເພື່ອປັບປຸງຫຼັກສູດ ແລະ ປະສານສົມທົບກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອສຶກສາອົບຮົມໄວໜຸ່ມ; ໂຄງການທີ 6: ສ້າງ ແລະ ປັບປຸງນິຕິກໍາທີ່ຈໍາເປັນໃນແຕ່ລະໄລຍະ ເພື່ອເປັນບ່ອນອີງ ໃນການເຄື່ອນໄຫວ ຂອງສະພາທິດສະດີສູນກາງພັກ ໃຫ້ມີຄວາມເຂັ້ມແຂງ; ແຜນງານທີ III: ກໍ່ສ້າງ, ຝຶກອົບຮົມໃຫ້ພະນັກງານ ທີ່ເຮັດວຽກງານໂຄສະນາອົບຮົມທັງ ຢູ່ສູນກາງ ແລະ ທ້ອງຖິ່ນ ແລະ ຈັດສໍາມະນາໃນຫົວຂໍ້ຕ່າງໆ; ໂຄງການທີ 1: ຈັດຕັ້ງຝຶກອົບຮົມ ແນວທາງຂອງພັກໃຫ້ພະນັກງານນໍາພາ-ຄຸ້ມຄອງ, ສະມາຊິກພັກ, ປະຊາຊົນເປົ້າ ໝາຍຕ່າງໆ ຕາມການມອບໝາຍຂອງສູນກາງພັກ; ໂຄງການທີ 2: ນໍາສົ່ງພະນັກງານ ໄປຍົກລະດັບວິຊາສະເພາະ-ທິດສະດີ, ຈັດຝຶກອົບຮົມຄວາມຮູ້ທາງດ້ານທິດສະດີ, ແນວທາງ, ວຽກງານວິຊາສະເພາະ ທາງດ້ານວຽກງານໂຄສະນາ, ວຽກງານອົບຮົມ, ວຽກສັງລວມ-ຫາງສຽງສັງຄົມ, ວຽກງານໄອທີ, ວຽກງານສື່ມວນຊົນ, ໄປທັດສະນະສຶກສາໄລຍະສັ້ນ ແລະ ໄລຍະຍາວ ຢູ່ສູນກາງ ແລະ ທ້ອງຖິ່ນ ທັງພາຍໃນ ແລະ ຕ່າງປະເທດ ແລະ ຄຸ້ມຄອງນໍາໃຊ້, ປະຕິບັດນະໂຍບາຍສອບຄັດເລືອກ, ບັນຈຸ, ສັບຊ້ອນ ເຂົ້າໃສ່ຕຳແໜ່ງງານໃຫ້ພຽງພໍຕາມພາລະບົດບາດ; ໂຄງການທີ 3: ຄົ້ນຄວ້າ, ສະຫຼຸບພຶດຕິກຳ ຕາມການມອບໝາຍຂອງສູນກາງພັກ, ຈັດສໍາມະນາຫົວຂໍ້ຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ນະໂຍບາຍຂອງລັດ ແລະ ບົດຮຽນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ; ແຜນງານທີ IV: ເກັບກໍາສະພາບແນວຄິດ, ຫາງສຽງສັງຄົມ, ສະໜອງຂໍ້ມູນຂ່າວສານດ້ານຕ່າງໆ, ສະຫຼຸບສັງລວມການເຄື່ອນໄຫວວຽກງານໂຄສະນາອົບຮົມ ແລະ ວຽກງານຕິດຕາມກວດກາ; ໂຄງການທີ 1: ສະຫຼຸບກ່ຽວກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດ, ລວມທັງການເຄື່ອນໄຫວວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ລາຍງານຫ້ອງວ່າການສູນກາງພັກ, ຄະນະເລຂາທິການສູນກາງພັກ; ໂຄງການທີ 2: ເກັບກໍາສະພາບແນວຄິດ, ຫາງສຽງສັງຄົມ, ລວມທັງການຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາພາກ; ຕິດຕາມເຫດການທີ່ພົ້ນເດັ່ນ ທີ່ເກີດຂຶ້ນທັງພາຍໃນ ແລະ ຕ່າງປະເທດ, ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງສ້າງເອກະສານນໍາພາແນວຄິດ ບັນຫາຫາງສຽງສັງຄົມທີ່ພົ້ນເດັ່ນໃນແຕ່ລະໄລຍະ; ວິເຄາະ ແລະ ສັງລວມບັນຫາ ເພື່ອລາຍງານຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ; ໂຄງການທີ 3: ສ້າງກົນໄກຕອບໂຕ້ ແລະ ກໍານົດທິດທາງຫາງສຽງສັງຄົມແບບຕອບໂຕ້ຢ່າງທັນການໂດຍການນໍາໃຊ້ພາຫະນະສື່ມວນຊົນ ເພື່ອຕີຖອຍຂ່າວປອມ ແລະ ຂ່າວບິດເບືອນໃຫ້ທັນເວລາ; ໂຄງການທີ 4: ຈັດກອງປະຊຸມປະສານຂ່າວ ແລະ ຮັບສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ຈາກບັນດາກະຊວງ-ອົງການ ອ້ອມຂ້າງສູນກາງ; ໂຄງການທີ 5: ສືບຕໍ່ໂຄງການຮຽບຮຽງປະຫວັດ ການກໍາເນີດຄະນະໂຄສະນາອົບຮົມຂອງພັກ ໃຫ້ສໍາເລັດ; ໂຄງການທີ 6: ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມແຕ່ລະໄລຍະ; ໂຄງການທີ 7: ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ປັບປຸງເວບໄຊ, ສ້າງຖານຂໍ້ມູນ, ເກັບກໍາສັງລວມຂໍ້ມູນ ແລະ ສະໜອງຂໍ້ມູນດ້ານຕ່າງໆ ດ້ວຍຫຼາຍຮູບການ, ຫຼາຍວິທີທີ່ເໝາະສົມ ໃນວຽກງານໂຄສະນາອົບຮົມ; ໂຄງການທີ 8: ຕິດຕາມກວດກາ ການສ້າງ ໜວ່ຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ; ກວດກາ ການເຄື່ອນໄຫວນໍາພາ ຂອງຄະນະບໍລິຫານງານພັກ ຄອສພ; ຕິດຕາມກວດກາການປະຕິບັດບັນດາໂຄງການໃນແຕ່ລະກົມ, ທຽບເທົ່າກົມດ້ານງົບປະມານ ແລະ ວິຊາສະເພາະ; ປົກປ້ອງ ແລະ ປະຕິບັດວິໄນພັກພະນັກງານ ຕໍ່ກັບພະນັກງານ ຢູ່ ຄອສພ; ແຜນງານທີ V: ສ້າງ, ປັບປຸງກົນໄກ ບໍລິຫານງົບປະມານ ແລະ ພັດທະນາພື້ນຖານໂຄງລ່າງ; ໂຄງການທີ 1: ສ້າງຄວາມເຂັ້ມແຂງທາງດ້ານງົບປະມານ ໂດຍສະເພາະຂຶ້ນແຜນງົບປະມານ, ບໍລິຫານ ແລະ ຈັດແບ່ງງົບປະມານ ເຂົ້າໃນໂຄງການຕ່າງໆຂອງບັນດາກົມ, ທຽບເທົ່າກົມ, ສ້າງແຜນໂຄງການຮັບໃຊ້ກອງປະຊຸມ, ຝຶກອົບຮົມ ແລະ ການເຄື່ອນໄຫວວຽກງານທາງລັດຖະການທັງພາຍໃນ ແລະ ຕ່າງປະເທດ; ໂຄງການທີ 2: ປະຕິບັດໜ້າທີ່ເປັນເສນາທິການດ້ານບໍລິຫານໃຫ້ ຄະນະບໍລິຫານງານພັກ, ຄະນະນຳ ຄອສພ ໃຫ້ມີຄວາມຄ່ອງຕົວ; ໂຄງການທີ 3: ຫັນເປັນລວມສູນວຽກງານງົບປະມານ, ວຽກບໍລິຫານ; ປັບປຸງ, ກົນໄກ ແລະ ວິທີການ, ຮູບແບບການເຄື່ອນໄຫວວຽກງານໃຫ້ທັນສະໄໝຂຶ້ນ ທັງສອດຄ່ອງກັບລະບົບລວມຂອງຄະນະໂຄສະນາອົບຮົມ ແລະ ພາກສ່ວນທີ່ກ່ຽວຂ້ອງ; ໂຄງການທີ 4: ສ້າງ, ປັບປຸງພື້ນຖານໂຄງລ່າງ ຂອງ ຄອສພ; ແຜນງານທີ VI: ການນໍາໃຊ້ກໍາລັງແຮງສັງລວມ ເຂົ້າໃນວຽກງານໂຄສະນາອົບຮົມ ແລະ ກໍ່ສ້າງພະນັກງານໂຄສະນາອົບຮົມ; ໂຄງການທີ 1: ສົມທົບກັບຄະນະພັກກະຊວງ, ອົງການ, ຄະນະພັກແຂວງ, ເມືອງ, ບ້ານ ລົງເຄື່ອນໄຫວເກັບກໍາຂໍ້ມູນ-ຂ່າວສານ, ດ້ານການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອມາສ້າງເປັນສາລະຄະດີ; ອອກຂ່າວຢ່າງກວ້າງຂວາງ; ໂຄງ ການທີ 2: ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຊຸກຍູ້, ປຸກລະດົມທົ່ວສັງຄົມເຂົ້າຮ່ວມຂະບວນການເຄື່ອນໄຫວໂຄສະນາສຶກສາອົບຮົມ ແລະ ປົກປ້ອງແນວທາງ ແຜນນະໂຍ ບາຍຂອງພັກ ກົດໝາຍ ແລະ ລະບຽບການຂອງລັດ; ສົ່ງເສີມ ແລະ ນໍາໃຊ້ກໍາລັງແຮງສັງລວມການຈັດຕັ້ງທຸກຂັ້ນ ເຂົ້າໃນການໂຄສະນາ-ປາຖະກະຖາ, ໂຄສະນາເຄື່ອນທີ່ໃຫ້ກວ້າງຂວາງ, ເລິກເຊິ່ງໃນທຸກເປົ້າໝາຍ ດ້ວຍຫຼາຍຮູບຫຼາຍສີ ແລະ ມີເນື້ອໃນອຸດົມສົມບູນ; ແຜນງານທີ VII: ພັດທະນາວຽກງານສື່ມວນຊົນ, ວາລະສານ ໃຫ້ທັນກັບສະພາບການໃນໄລຍະໃໝ່; ໂຄງການທີ 1: ຍົກສູງບົດບາດວຽກງານສື່ມວນຊົນ (ໂທລະພາບ, ວິທະຍຸ, ໜັງສືພິມ, ສໍານັກຂ່າວສານປະເທດລາວ) ໃຫ້ເປັນເຄື່ອງມື, ເປັນກະບອກສຽງອັນແຫຼມຄົມໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ, ໂຄສະນາສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕປະຊາຊົນ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ, ບັນດາເຜົ່າ ກໍຄືການພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວ ເພື່ອສ່ອງແສງລາຍງານເຫດການຕ່າງໆ ໃຫ້ມີຄວາມໂດດເດັ່ນ, ຊັດເຈນ ແລະ ມີຊີວິດຊີວາ ໂດຍຮັບປະກັນໃຫ້ໄດ້ 4 ລັກສະນະຂອງສື່ມວນຊົນ (ລັກສະນະພັກ, ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ ແລະ ລັກສະນະມະຫາຊົນ); ໂຄງການທີ 2: ປັບປຸງ ແລະ ຍົກສູງຄຸນນະພາບດ້ານເຕັກນິກຈາກລະບົບ Analog ໄປສູ່ລະບົບ Digital ທີ່ເປັນລະບົບຄົບຊຸດ ປັບປຸງ ແລະ ນຳໃຊ້ລະບົບທັນສະໄໝທີ່ມີຢູ່ແລ້ວ ໃຫ້ສາມາດນຳໃຊ້ຢ່າງມີປະສິດທິຜົນ ແລະ ສືບຕໍ່ຂະຫຍາຍສະຖານີວິທະຍຸ, ໂທລະໂຄ່ງ ໃຫ້ແກ່ບັນດາເມືອງລຽບຕາມຊາຍແດນ ແລະ ປ່ຽນຖ່າຍອຸປະກອນເຕັກນິກທີ່ທັນສະໄໝໃຫ້ຄົບຊຸດ ທັງສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ; ໂຄງການທີ 3: ປັບປຸງວາລະສານອະລຸນໃໝ່ ໃຫ້ສົມຄູ່ກັບບົດບາດ ເປັນອົງການທິດສະດີ ແລະ ພຶດຕິກໍາ ຂອງສູນກາງພັກ, ຮັບປະກັນສ່ອງແສງດ້ານທິດສະດີ ແລະ ພຶດຕິກໍາຂອງພັກເຮົາ ແລະ ຂອງພັກບັນດາປະເທດອ້າຍນ້ອງສັງຄົມນິຍົມ, ກ່ຽວກັບຄວາມຮູ້ທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ ແນໃສ່ຮັບໃຊ້ເປົ້າໝາຍຜູ້ອ່ານ, ຜູ້ຄົ້ນຄວ້າ ໃຫ້ກວ້າງຂວາງກວ່າເກົ່າ; ໂຄງການທີ 4: ປັບປຸງ ແລະ ພັດທະນາວາລະສານໂຄສະນາໃຫ້ກາຍເປັນເຄື່ອງມື ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ທີ່ມີປະສິດທິພາບຂອງຄະນະໂຄສະນາອົບຮົມສູນກາງພັກ ແທດເໝາະກັບຍຸກສະໄໝ; ໂຄງການທີ 5: ປັບປຸງສະມາຄົມນັກຂ່າວແຫ່ງຊາດລາວ ໃຫ້ເຂັ້ມແຂງ ສາມາດປະຕິບັດພາລະບົດບາດຂອງຕົນຢ່າງມີປະສິດທິຜົນ. ຄົ້ນຄວ້າກໍານົດຂັ້ນຂອງນັກຂ່າວ ແລະ ນະໂຍ ບາຍທີ່ສອດຄ່ອງ, ເໝາະສົມ; ປັບປຸງກົມສື່ມວນຊົນ ໃຫ້ເປັນກົມໃຈກາງໃນການປະສານວຽກງານໂຄສະນາຜ່ານສື່ມວນຊົນ, ການພົວພັນຮ່ວມມືກັບເພື່ອນມິດສາກົນ ເພື່ອຍາດແຍ່ງການຊ່ວຍເຫຼືອໃນການພັດທະນາວຽກງານສື່ມວນຊົນລາວ ໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝຂຶ້ນ; ໂຄງການທີ 6: ປະສານສົມທົບກັບຄະນະພັກ ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ, ເປີດກວ້າງເພື່ອນຮ່ວມງານ, ປຸກລະດົມການປະກອບສ່ວນຂຽນບົດ, ສະໜອງເອກະສານ, ຂໍ້ມູນໃຫ້ແກ່ອົງການສື່ມວນຊົນ ໃຫ້ນັບມື້ຫຼາຍຂຶ້ນ; ໂຄງການທີ 7: ສົ່ງເສີມການສ້າງລາຍຮັບທັງດ້ານວິຊາການ ບົນພື້ນຖານການປະຕິບັດຕາມລະບຽບການ ແລະ ກົດໝາຍ ທີ່ກຳນົດໄວ້; ແຜນງານທີ VIII: ປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດຂອງໂຄສະນາອົບຮົມ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ໂຄງການທີ 1: ປັບປຸງພາລະບົດບາດ ຂອງ ຄອສພ, ພາລະບົດບາດ ຂອງບັນດາກົມ, ທຽບເທົ່າກົມ ແລະ ຄະນະໂຄສະນາອົບຮົມແຕ່ລະຂັ້ນ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ໃນແຕ່ລະໄລຍະ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ເປັນລະບົບຄົບຊຸດ ແລະ ມີປະສິດທິຜົນ; ໂຄງການທີ 2: ສ້າງນິຕິກໍາ ລວມທັງສ້າງກົດໝາຍ, ກໍານົດລະບອບ, ລະບຽບການ, ກົນໄກປະສານງານ ກ່ຽວກັບການດໍາເນີນວຽກງານໂຄສະນາສຶກສາອົບຮົມ ໃຫ້ຖືກຕ້ອງສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ ແລະ ສະພາບຄວາມເປັນຈິງ ຂອງວຽກງານ; ໂຄງການທີ 3: ຄົ້ນຄວ້າສ້າງແຜນດໍາເນີນງານວຽກງານໂຄສະນາອົບຮົມຂັ້ນທ້ອງຖິ່ນ: ປະສານສົມທົບກັບຄະນະພັກແຂວງ-ເມືອງ ເພື່ອປັບປຸງຄະນະໂຄສະນາອົບຮົມທ້ອງຖິ່ນ ໃຫ້ມີການຫັນປ່ຽນດີຂຶ້ນ (ທາງດ້ານບຸກຄະລາກອນ ແລະ ແບບແຜນວິທີເຮັດວຽກ) ເປັນເອກະພາບຕາມພາລະບົດບາດອັນໃໝ່. ກໍານົດກົນໄກປະສານງານ ລະຫວ່າງສູນກາງ ກັບທ້ອງຖິ່ນ ໃຫ້ຈະແຈ້ງຂຶ້ນຕື່ມ ເພື່ອເພີ່ມທະວີການຊີ້ນໍາ-ນໍາພາ ວິຊາສະເພາະໃຫ້ເລິກເຊິ່ງ ແລະ ແທດເຖິງ; ໂຄງການທີ 4: ຄຸ້ມຄອງການເຄື່ອນໄຫວສື່ມວນຊົນ ແລະ ນັກຂ່າວ ເພື່ອເຮັດໜ້າທີ່ຕິດຕາມ, ກວດກາ, ອອກບັດນັກຂ່າວ ແລະ ດໍາເນີນມາດຕະການປັບໃໝ ຫຼື ຍຸບເລີກ ຕໍ່ພາກສ່ວນທີ່ລະເມີດກົດໝາຍ ໃຫ້ສອດຄ່ອງກັບພາລະບົດບາດຂອງ ຄອສພ.
ແຜນງານທີ IX: ເພີ່ມທະວີການພົວພັນຮ່ວມມື ກັບບັນດາອົງການທີ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ຂອງປະເທດເພື່ອນມິດຍຸດທະສາດ ບັນດາປະເທດໃນພາກພື້ນ ແລະ ສາກົນ; ໂຄງການທີ 1: ເພີ່ມທະວີການພົວພັນຮ່ວມມືກັບຄະນະໂຄສະນາສຶກສາສູນກາງພັກ ກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມຂອງສູນກາງພັກກອມມູນິດຈີນ ໃຫ້ມີປະສິດທິຜົນ; ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອດ້ານເຕັກນິກ, ວັດຖຸອຸປະກອນ ເພື່ອປະກອບໃຫ້ວຽກງານໂຄສະນາອົບຮົມ ແລະ ວຽກງານສື່ມວນຊົນ; ໂຄງການທີ 2: ເພີ່ມທະວີການພົວພັນຮ່ວມມື ແລກປ່ຽນບົດຮຽນທາງດ້ານການຄົ້ນຄວ້າທິດສະດີ ແລະ ພຶດຕິກໍາ ຮ່ວມກັບພັກກອມມູນິດຫວຽດນາມ, ພັກກອມມູນິດຈີນ, ພັກກອມມູນິດກູບາ; ຜັດປ່ຽນກັນຈັດຕັ້ງກອງປະຊຸມສໍາມະນາທິດສະດີ ລະຫວ່າງ ສອງພັກ ຫວຽດນາມ, ຈີນ, ກູບາ ໃນຫຼາຍຫົວຂໍ້ທີ່ສໍາຄັນ; ໂຄງການທີ 3: ເພີ່ມທະວີການພົວພັນຮ່ວມມື ກັບວາລະສານກົງສ້ານ ຂອງສູນກາງພັກກອມມູນິດຫວຽດນາມ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອການບໍາລຸງ-ກໍ່ສ້າງພະນັກງານ, ວັດຖຸອຸປະກອນຮັບໃຊ້ວິຊາສະເພາະ; ໂຄງການທີ 4: ເສີມສ້າງສາຍພົວພັນກັບບັນດາອົງການຈັດຕັ້ງສາກົນ, ບັນດາປະເທດໃນພາກພື້ນ ແລະ ສາກົນ ທາງດ້ານວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ. ສືບຕໍ່ສົ່ງເສີມມູນເຊື້ອອັນດີງາມ ໃນການພົວພັນຮ່ວມມືກັນ ລະຫວ່າງ ຄະນະໂຄສະນາອົບຮົມບັນດາແຂວງ ແລະ ນະຄອນ ກັບຄະນະໂຄສະນາສຶກສາແຂວງ-ນະຄອນແຮກສ່ຽວຂອງ ສສ ຫວຽດນາມ ແລະ ສປ ຈີນ; ໂຄງການທີ 5: ສືບຕໍ່ພົວພັນ ແລະ ຮ່ວມມືກັບບັນດາອົງການສື່ມວນຊົນຂອງປະເທດ ເພື່ອນມິດຍຸດທະສາດ ແລະ ອົງການຂ່າວສາກົນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ