ເຈົ້າໜ້າທີ່ ADB ກ່າວວ່າ: ການເຊື່ອມໂຍງເຊື່ອມຈອດຂ້າມຊາຍແດນຂອງຕາຂ່າຍໄຟຟ້າ ແລະ ເຄືອຂ່າຍອິນເຕີເນັດຈະຊ່ວຍຫຼຸດຕົ້ນທຶນໃຫ້ຕ່ຳລົງ ແລະ ສ້າງໂອກາດຫຼາຍກວ່າເກົ່າ ເພື່ອເຮັດໃຫ້ປະຊາຊົນຫຼາຍຮ້ອຍລ້ານຄົນໄດ້ຊົມໃຊ້ພະລັງໄຟຟ້າ ແລະ ການບໍລິການດີຈີຕອນທີ່ໄວ້ວາງໃຈໄດ້. ໃນນັ້ນ, ຂໍ້ລິເລີ່ມຕາຂ່າຍໄຟຟ້າທົ່ວອາຊີຈະຊຸກຍູ້ການເຊື່ອມໂຍງເຊື່ອມຈອດລະບົບພະລັງໄຟຟ້າລະຫວ່າງປະເທດ ແລະ ອະນຸພາກພື້ນ ເພື່ອຊຸກຍູ້ການໄຫຼວຽນຂ້າມຊາຍແດນຂອງພະລັງງານໝູນວຽນ. ຂະນະທີ່ທາງດ່ວນດີຈີຕອນອາຊີ-ປາຊີຟິກຈະຊ່ວຍໃຫ້ຫຼຸດຄວາມແຕກໂຕນກັນດ້ານພື້ນຖານໂຄງລ່າງດີຈີຕອນໃຫ້ໜ້ອຍລົງ ເພື່ອເຮັດໃຫ້ພາກພື້ນອາຊີ-ປາຊີຟິກໄດ້ຮັບຜົນປະໂຫຍດຈາກການເຕີບໂຕທີ່ຂັບເຄື່ອນໂດຍປັນຍາປະດິດ.
ຄໍາເຫັນ